ມະຕິເລກທີ 128: ເພີ່ມກຳນົດເວລາພັກເຊົາຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງ 13 ປະເທດ

16:15 | 16/08/2023

ຍສໝ - ຕາມ​ມະຕິ​ສະບັບ​ເລກທີ 128 ​ທີ່​ລັດຖະບານຫວຽດນາມ ປະກາດແລ້ວນັ້ນ, ​ນັບແຕ່​ວັນ​ທີ 15 ສິງຫາ​ນີ້, ພົນລະ​ເມືອງ 13 ປະ​ເທດ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນວີ​ຊາ​ໂດຍ​ມີ​ເວລາ​ພັກ​ເຊົາ​ຊົ່ວຄາວ 45 ວັນ ນັບ​ແຕ່​ວັນ​ເຂົ້າ​ເມືອງ.

ວັນທີ 14 ສິງຫາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ມະຕິວ່າດ້ວຍການປັບປຸງກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບາງປະເທດ. ມະຕິວ່າໄດ້ປັບປຸງກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ, ຄື: ເຢຍລະມັນ, ຝລັ່ງ, ອີຕາລີ, ແອັດສະປາຍ, ສະຫະພັນລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ສະຫະພັນລັດເຊຍ, ຍີ່ປຸ່ນ, ສ ເກົາຫຼີ, ເດນມາກ, ຊູແອັດ, ນອກແວ, ແຟງລັງ ແລະ ເບລາຣຸດ, ດ້ວຍກຳນົດເວລາພັກເຊົາ 45 ວັນນັບແຕ່ວັນເຂົ້າເມືອງ, ໂດຍບໍ່ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງບັນດາເງື່ອນໄຂເຂົ້າເມືອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ ຢ່າງຄົບຖ້ວນ. ມະຕິມີຜົນສັກສິດນັບແຕ່ວັນທີ 15 ສິງຫາ.

ມະຕິເລກທີ 128: ເພີ່ມກຳນົດເວລາພັກເຊົາຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງ 13 ປະເທດ

ເພີ່ມກຳນົດເວລາພັກເຊົາຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງ 13 ປະເທດ(ພາບຈາກອິນເຕີເນັດ)

ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍເຂົ້າ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ. ຕາມນັ້ນແລ້ວ, ເວລາພັກເຊົາສຳລັບພົນລະເມືອງຂອງປະເທດທີ່ ຫວຽດນາມ ໄດ້ຍົກເວັ້ນວີຊາພຽງລຳພັງຝ່າຍດຽວ ແມ່ນ 45 ວັນ, ເພີ່ມຂຶ້ນ 30 ວັນເມື່ອທຽບໃສ່ເວລາທີ່ກຳນົດໃນກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ປີ 2014.

ແລະກໍ່ໃນວັນທີ 15 ສິງຫາ, ລັດຖະບານໄດ້ປະກາດໃຊ້ມະຕິວ່າດ້ວຍການນຳໃຊ້ການອອກວີຊາເອເລັກໂຕນິກໃຫ້ແກ່ພົນລະເມືອງບັນດາປະເທດ, ເຂດແຄ້ວນຢູ່ຕາມບັນດາດ່ານຊາຍແດນສາກົນ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ, ອອກເມືອງດ້ວຍວິຊາເອເລັກໂຕນິກ. ມະຕິມີຜົນສັກສິດນັບແຕ່ວັນທີ 15 ສິງຫາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.