ຫວຽດນາມ - ອາເມລິກາ ຮ່ວມມືປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ

11:03 | 07/08/2023

ຍສໝ - ກອງ​ປະຊຸມສະຫຼຸບ​ໂຄງການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ (USAID LinkSME) ຢູ່​ຮ່າ​ໂນ້ຍ ​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາ​ຝ່າຍ ​ກວດກາ​ຄືນ​ບັນດາ​ຜົນງານ​ໃນ​ການ​ໜູນ​ຊ່ວຍ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ຫວຽດນາມ ​ໃນ 5 ປີຜ່ານມາ.

ນະຄອນໂຮ່ຈີມິນ: ບັນດາວິສາຫະກິດ ຕ້ອງການຮັກສາລະດັບເຕີບໂຕ ເພື່ອບັນລຸບັນດາເປົ້າໝາຍໃນປີ ນະຄອນໂຮ່ຈີມິນ: ບັນດາວິສາຫະກິດ ຕ້ອງການຮັກສາລະດັບເຕີບໂຕ ເພື່ອບັນລຸບັນດາເປົ້າໝາຍໃນປີ
ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ບັນດາ​ຝ່າຍ ເບິ່ງ​ຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຊ່ວຍ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຫວຽດນາມ ​ໃນ 5 ປີຜ່ານມາ.

ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ, ກະຊວງແຜນການ ແລະການລົງທຶນ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ຈັດກອງປະຊຸມສະຫຼຸບໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (LinkSME) ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະໜູນຊ່ວຍປົວແປງສະພາບແວດລ້ອມດຳເນີນທຸລະກິດ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄລຍະ 2018 – 2023.

ຫວຽດນາມ - ອາເມລິກາ ຮ່ວມມືປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ

ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະປະຕິຮູບ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະແໜງການ ກໍຄືບັນດາຄຳເຫັນຊີນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມມານະພະຍາຍາມປ່ຽນແປງຈາກວິສາຫະກິດເອງ. ຜ່ານນັ້ນ, ປະກອບສ່ວນສ້າງການປ່ຽນແປງສະພາບແວດລ້ອມດຳເນີນທຸລະກິດທີ່ມີລັກສະນະເປັນລະບົບ. ທ່ານ ເລກຸຍຂາ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ໄຟຟ້າກົນຈັກ TOMECO ໃຫ້ຮູ້ວ່າ:

“ໂຄງການດັ່ງກ່າວ ໄດ້ໃຫ້ການໜູນຊ່ວຍບໍລິສັດສຳຫຼວດ, ຕີລາຄາ ແລະ ສ້າງແຜນການຍຸດທະສາດກ່ຽວກັບການຫັນເປັນດີຈີຕອນໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງບໍລິສັດ. ຍ້ອນໄດ້ຮັບການໜູນຊ່ວຍໂດຍກົງຈາກໂຄງການນີ້, ບໍລິສັດ ພວກຂ້າພະເຈົ້າ ຈຶ່ງມີບາດກ້າວເດີນຢ່າງຕັ້ງໜ້າໃນການຊອກຫາຕະຫຼາດ ແລະ ເປີດກວ້າງການພົວພັນກັບລູກຄ້າຈາກບັນດາປະເທດ ຄື ອາເມລິກາ, ອັງກິດ, ຍີ່ປຸ່ນ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.