ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ

06:45 | 31/10/2022

ຄວາມຕ້ອງການການຮ່ວມມືໃນບັນດາຂົງເຂດຊື່ງ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ກະສິກຳ, ປຸງແຕ່ງອາຫານ, ເຕັກໂນໂລຊີ ຊີວະວິທະຍາ… ນັບມື້ນັບເພີ່ມຂຶ້ນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ຈີນ ຢ່າງ​ເປັນ​ທາງ​ການ
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ເລິກ​ເຊິ່ງ​ກ່​ວາ​ອີກ
ທ່ານ ເລືອງແທງຫງີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແດນມາກ ແລະ ເຈົ້າຟ້າຊາຍ Frederik. (ພາບ: TTXVN)
ທ່ານ ເລືອງແທງຫງີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແດນມາກ ແລະ ເຈົ້າຟ້າຊາຍ Frederik. (ພາບ: TTXVN)

ບົນພື້ນຖານການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະ ແດນມາກ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອເປີດກວ້າງ, ປັບປຸງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືມີຄວາມໝາຍຍຸດທະສາດສຳລັບການພັດທະນາຂອງຫວຽດນາມ ແລະ ເພື່ອຜົນປະໂຫຍດລວມ ຫວຽດນາມ - ແດນມາກໃຫ້ເລິກເຊິ່ງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລືອງແທງຫງີ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແດນມາກ ໃນການພົບປະກັບນັກຂ່າວເນື່ອງໃນໂອກາດ ເຈົ້າຟ້າຊາຍ Frederik. ພ້ອມກັບເຈົ້າຍິງ ແດນມາກ ນຳຫນ້າຄະນະນັກທຸລະກິດຢ້ຽມຢາມ ຫວຽດນາມ ແຕ່ວັນທີ 31 ຕຸລາ - 3 ພະຈິກ.

ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ຄວາມຕ້ອງການການຮ່ວມມືໃນບັນດາຂົງເຂດຊື່ງ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ກະສິກຳ, ປຸງແຕ່ງອາຫານ, ເຕັກໂນໂລຊີ ຊີວະວິທະຍາ… ນັບມື້ນັບເພີ່ມຂຶ້ນ. ມີວິສາຫະກິດໃຫຍ່ຫລາຍແຫ່ງຂອງແດນມາກ ພວມຊອກຫາກາລະໂອກາດເປີດກວ້າງການດຳເນີນທຸລະກິດ, ການຜະລິດ ຢູ່ ຕະຫລາດ ຫວຽດນາມ ໃນໄລຍະຈະມາເຖິງ. ຫວຽດນາມ ກໍ່ມີຄວາມຕ້ອງການໃຫຍ່ໃນການຮັບກະແສລົງທຶນທີ່ມີຄຸນນະພາບສູງ, ມີເຕັກໂນໂລຊີ ແລະຮູບແບບການຄຸ້ມຄອງທັນສະໄຫມຂອງແດນມາກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.