ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ

00:00 | 25/07/2023

ຍສໝ - ທ່ານ​ລັດຖະມົນຕີ ບຸ່ຍແທັງເຊີນ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳຂອງ - ແມ່​ນ້ຳຄົງຄາ ຄວນ​ໃຫ້​ບຸລິມະສິດ ​ແລະ ສາມາດ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ສະມາຊິກ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ
ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ

ໃນຕອນບ່າຍວັນທີ 16 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ຂອງ - ແມ່ນ້ຳຄົງຄາ (MGC) ຄັ້ງທີ 12 ໄດ້ຈັດຕັ້ງແບບທາງໄກດ້ວຍການເຂົ້າຮ່ວມຂອງ: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ, ອິນເດຍ. ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງຄາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນ ແລະ ການປະກອບສ່ວນທີ່ມີປະສິດທິຜົນຂອງ ຫວຽດນາມ ຕໍ່ການຮ່ວມມື MGC. ທ່ານລັດຖະມົນຕີ ເນັ້ນໜັກວ່າ: ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, MGC ຄວນບຸລິມະສິດ ແລະ ອາດສາມາດຊ່ວຍບັນດາປະເທດສະມາຊິກຍົກສູງກຳລັງແກ່ງແຍ້ງ ແລະ ການພັດທະນາແບບຍືນຍົງ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໝີ 3 ໝວດມາດຕະການ. ທີໜຶ່ງແມ່ນ, ຊຸກຍູ້ການຮ່ວມສຳພັນເສດຖະກິດລະຫວ່າງບັນດາປະເທດ ແມ່ນ້ຳຂອງ ແລະ ອິນເດຍ. ທີສອງແມ່ນ, ຮັບປະກັນອະນາຄົດສີຂຽວ ແລະ ຍືນຍົງໃຫ້ບັນດາລຸ້ນຄົນອະນາຄົດຜ່ານການຮ່ວມມືຮັບມືກັບສິ່ງທ້າທາຍດ້ານຄ້ຳປະກັນສະບຽງອາຫານ - ນ້ຳ - ພະລັງງານ, ການຖ່າຍທອດເຕັກໂນໂລຊີ ແລະ ການລົງທຶນເຂົ້າໃນດ້ານພະລັງງານສະອາດ ແລະ ພະລັງງານທົດແທນ, ລະດົມບັນດາແຫຼ່ງກຳລັງໜູນຊ່ວຍວິວັດການຫັນປ່ຽນພະລັງງານ. ທີສາມແມ່ນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດສະມາຊິກ MGC.

ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມຜ່ານການຮັບຮອງເອົາຖະແຫຼງການຮ່ວມພ້ອມກັບ ເອກະສານຊ້ອນທ້າຍ 2 ສະບັບ ກ່ຽວກັບການປະສານງານການຮ່ວມມື MGC ຕາມຂົງເຂດ ແລະ ສ້າງຕັ້ງສະພາດຳເນີນທຸລະກິດ MGC. ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ການຮ່ວມມື MGC ຄັ້ງທີ 13 ໃນປີ 2024.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.