ຫວຽດນາມ ຖືເປັນສຳຄັນ ແລະ ປະກອບສ່ວນຢ່າງມີປະສິດທິຜົນຕໍ່ການຮ່ວມມື MGC

15:40 | 19/09/2023

ຍສໝ - ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, MGC ຄວນບຸລິມະສິດ ແລະ ອາດສາມາດຊ່ວຍບັນດາປະເທດສະມາຊິກຍົກສູງກຳລັງແກ່ງແຍ້ງ ແລະ ການພັດທະນາແບບຍືນຍົງ.

ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ
ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1) ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1)

ຕອນບ່າຍວັນທີ 16 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ຂອງ - ແມ່ນ້ຳຄົງຄາ (MGC) ຄັ້ງທີ 12 ໄດ້ຈັດຕັ້ງແບບທາງໄກດ້ວຍການເຂົ້າຮ່ວມຂອງ: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ, ອິນເດຍ. ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ຫວຽດນາມ ຖືເປັນສຳຄັນ ແລະ ປະກອບສ່ວນຢ່າງມີປະສິດທິຜົນຕໍ່ການຮ່ວມມື MGC

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ(ພາບ:TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນ ແລະ ການປະກອບສ່ວນທີ່ມີປະສິດທິຜົນຂອງ ຫວຽດນາມ ຕໍ່ການຮ່ວມມື MGC. ທ່ານລັດຖະມົນຕີ ເນັ້ນໜັກວ່າ: ໃນສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ, MGC ຄວນບຸລິມະສິດ ແລະ ອາດສາມາດຊ່ວຍບັນດາປະເທດສະມາຊິກຍົກສູງກຳລັງແກ່ງແຍ້ງ ແລະ ການພັດທະນາແບບຍືນຍົງ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໝີ 3 ໝວດມາດຕະການ. ທີໜຶ່ງແມ່ນ, ຊຸກຍູ້ການຮ່ວມສຳພັນເສດຖະກິດລະຫວ່າງບັນດາປະເທດ ແມ່ນ້ຳຂອງ ແລະ ອິນເດຍ. ທີສອງແມ່ນ, ຮັບປະກັນອະນາຄົດສີຂຽວ ແລະ ຍືນຍົງໃຫ້ບັນດາລຸ້ນຄົນອະນາຄົດຜ່ານການຮ່ວມມືຮັບມືກັບສິ່ງທ້າທາຍດ້ານຄ້ຳປະກັນສະບຽງອາຫານ - ນ້ຳ - ພະລັງງານ, ການຖ່າຍທອດເຕັກໂນໂລຊີ ແລະ ການລົງທຶນເຂົ້າໃນດ້ານພະລັງງານສະອາດ ແລະ ພະລັງງານທົດແທນ, ລະດົມບັນດາແຫຼ່ງກຳລັງໜູນຊ່ວຍວິວັດການຫັນປ່ຽນພະລັງງານ. ທີສາມແມ່ນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດສະມາຊິກ MGC.

ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມຜ່ານການຮັບຮອງເອົາຖະແຫຼງການຮ່ວມພ້ອມກັບ ເອກະສານຊ້ອນທ້າຍ 2 ສະບັບ ກ່ຽວກັບການປະສານງານການຮ່ວມມື MGC ຕາມຂົງເຂດ ແລະ ສ້າງຕັ້ງສະພາດຳເນີນທຸລະກິດ MGC. ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ການຮ່ວມມື MGC ຄັ້ງທີ 13 ໃນປີ 2024.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.