ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ

06:35 | 10/12/2021

ຍສໝ - ເວທີປາໄສການຮ່ວມມືຊັບພະຍາກອນນ້ຳຂອງ - ລ້ານຊ້າງ ຄັ້ງທີ 2 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ທັນວາ ດ້ວຍຮູບແບບທາງໄກ.

ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່ ຍູ້​ແຮງ​ການ​ໂຄ​ສະ​ນາ, ຂົນ​ຂວາຍ, ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຊົນ​ນະ​ບົດ​ໃໝ່
ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ມ​ຸ່ງ​ໄປ​ເຖິງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ
ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ. ພາບ: TTXVN

ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ ​ແລະ ຊຸກຍູ້​ການ​ພັດທະນາ​ລວມ”, ​ເວທີ​ປາ​ໄສ​​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຈລະຈາດ້ານ​ນະ​ໂຍບາຍ, ​ແລກປ່ຽນ​ເຕັກນິກ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ຂົງ​ເຂດ​ຄຸ້ມ​ຄອງຊັບພະຍາກອນນ້ຳລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ; ເພີ່ມທະວີການປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງການຮ່ວມມືແມ່ນຳ້ຂອງ - ລ້ານຊ້າງ ແລະ ບັນດາຂໍ້ຕົກລົງທີ່ບັນດາກອງປະຊຸມລັດຖະມົນຕີ, ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໂດຍຜ່ານການຮ່ວມມືຊັບພະຍາກອນນໍ້າຂອງ-ລ້ານຊ້າງ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ອ່າງນຳ້ຂອງ-ລ້ານຊ້າງ ເຊິ່ງເປັນບ່ອນທີ່ມີປະຊາກອນຫຼາຍກວ່າ 60 ລ້ານຄົນ ກໍາລັງປະເຊີນກັບສິ່ງທ້າທາຍທີ່ໜັກໜ່ວງຫຼາຍຂຶ້ນ ເຊັ່ນ: ການຂາດແຄນຊັບພະຍາກອນ, ສິ່ງແວດລ້ອມຖືກຊຸດໂຊມ, ການສູນເສຍຊີວະນາໆພັນ... ພຽງ​ແຕ່​ປະຕິບັດ​ພ້ອມ​ກັນ ​ແລະ ທັນ​ການ​ເທົ່າ​ນັ້ນ​ຈຶ່ງ​ສາມາດ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ ​ແລະ ປົກ​ປັກ​ຮັກສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ວັດທະນາ​ທຳລວມ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ໃຫ້ຮູ້.

ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ການນຳຂັ້ນສູງການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຕ້ອງສ້າງແຜນການພັດທະນາສັງລວມ ແລະ ຍືນຍົງ ໃຫ້ແກ່ທົ່ວເຂດອ່າງເກັບນ້ຳ ບົນພື້ນຖານພິຈາລະນາບັນດາເງື່ອນໄຂຢ່າງລະອຽດ ແລະ ຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ, ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ, ລວມທັງບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ, ປະຊາຄົມວິທະຍາສາດ, ວິສາຫະກິດ, ສັງຄົມພົນລະເຮືອນ. ບັນດານະໂຍບາຍ ແລະ ການກະທຳ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ ແມ່ນເໝາະສົມກັບບັນດາເປົ້າໝາຍຂອງການນຳຂັ້ນສູງໃນການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ແມ່ນການຟື້ນຟູພື້ນຖານເສດຖະກິດຂຽວພາຍຫຼັງໂລກລະບາດໂຄວິດ - 19, ພັດທະນາແບບຍືນຍົງບົນພື້ນຖານບັນດາເປົ້າໝາຍພັດທະນາແບບຍືນຍົງ ຂອງ ສປຊ ແລະ ບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26).

ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ຢືນຢັນ​ວ່າ ດ້ວຍ​ຖານະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ເພື່ອ​ປະຕິບັດບັນດາຂໍ້ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງສຸດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​ໃຫ້​ແມ່​ນ້ຳຂອງ​ - ລ້ານ​ຊ້າງ ​ກາຍ​ເປັນ​ແມ່​ນ້ຳແຫ່ງວັດທະນະທຳ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ເອກະລັກ, ການ​ເຊື່ອມ​ໂຍງ, ແຫ່ງນໍ້າໃຈມິດຕະພາບ ​ແລະ ການ​ຮ່ວມ​ມື, ​ການເຊື່ອມ​ໂຍງ ​ແລະ ພັດທະນາ.

ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ​ເຊື່ອ​ໝັ້ນ​ວ່າ ໝາກຜົນ​ການ​ປຶກສາຫາລື​ທີ່​ເວທີ​ປາ​ໄສ​ຈະ​ນຳ​ມາ​ເຊິ່ງບັນດາ​ສານ ແລະ ບັນດາ​ຂໍ້ສະເໜີແນະທີ່ສໍາຄັນ, ບັນດາປະ​ເທດ​ສະມາຊິກ​ທັງໝົດຈະ​ຮ່ວມ​ມືກັນ​ຫັນ​ບັນດາ​ສິ່ງ​ທ້າ​ທາຍ​ໃຫ້​ກາຍ​ເປັນ​ກາລະ​ໂອກາດ​ພັດທະນາ​ໃໝ່, ຢືນຢັນ​ວິ​ໄສ​ທັດ​ລວມ, ຕັດສິນໃຈເພື່ອ​​ອ່າງ​ນ້ຳ​ທີ່ຍືນ​ຍົງ ​ແລະ ວັດທະນາ​ຖາວອນ…

ໄຊພອນ

ເຫດການ
302 Found

Found

The document has moved here.