ຜູ້ເຂົ້າຮ່ວມຂະບວນແຫ່ກາ​ນາ​ວານຕາມທ້ອງຖະໜົນ ຢູ່ ໜອງເຕົ່າປີນີ້ ປະມານ 5.000ຄົນ

07:56 | 24/07/2018

ຍ​ສ​ໝ - ອາດຈະມີຜູ້ເຂົ້າຮ່ວມເຖິງ 5.000 ຄົນ, ໃນນັ້ນມີນັກສິລະປະກອນ ມືອາຊີບ, ນັກສະແດງ ຈາກໝູ່ບ້ານສິລະປະກຳ-ກາຍະສິນ ແລະ ຕ່າງໜ້າຂອງແຕ່ລະບ້ານເຂົ້າຮ່ວມໃນຂະບວນແຫ່ອ້ອມ ໜອງເຕົ່າ ໃນວັນທີ 29 ກໍລະກົດທີ່ຈະມາເຖິງ ຂະບວນແຫ່ທີ່ມີຫົວຂໍ້ວ່າ: “ ທີສຸດຂອງຮ່າໂນ້ຍ-ແຫ່ງເຕົ້າໂຮມ ແລະ ແນວຄິດປະດິດສ້າງ”.

ຜູ້ເຂົ້າຮ່ວມຂະບວນແຫ່ກາ​ນາ​ວານຕາມທ້ອງຖະໜົນ ຢູ່ ໜອງເຕົ່າປີນີ້ ປະມານ 5.000ຄົນ

ການ​ສ​ະ​ແດງ​ສິ​ລະ​ປະ​ກຳ-ກ​າຍ​ຍະ​ສິນ-ມາ​ຍາ​ກົນ.

ງານ​ບຸນ​ແຫ່​ດັ່ງ​ກ່າວ​ນີ້ ແມ່ນ​ຈັດ​ຂື້ນ​ໂດຍ ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ຊີ້​ນຳ​ໃຫ້​ແກ່ ພະ​ແນກ ວັດ​ທະ​ນະ​ທຳ ແລະ ກິ​ລາ ຮ່າ​ໂນ້ຍ ປະ​ສານ​ສົມ​ທົບ​ກັບ ສູນ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ ສິ​ລະ​ປະ ລະ​ຄອນ​ເວ​ທີ ຫວຽດ​ນາມ ຮ່ວມ​ກັນ​ຈັດ​ຂື້ນ ຄຳ​ນັບ​ຮັບ​ຕ້ອນ 10ປີ ການ​ປັບ​ປຸງ​ເຂດ​ແດນ​ຂອງ​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ (2008-2018). ຈັດ ແລະ ກຳ​ກັບ ​ງານ​ບຸນ​ແຫ່ນີ້ໂດຍ​ກົງແມ່ນ ນັກ​ສະ​ແດງ​ຍິງ 4ຄົນ ທີ່​ມີ​ຊື່​ສຽງ​ທາງ​ດ້ານ ສິນ​ລະ​ປະ​ລະ​ຄອນ​ເວ​ທີ ຮ່າ​ໂນ້ຍຄື: ​ສິນ​ລະ​ປິນ​ປະ​ຊາ​ຊົນ ທຸ໋ຍ​ມຸ່ຍ( ຜູ້​ກຳ​ກັບ​ການ​ສະ​ແດງ​ໃຫຍ່), ສິນ​ລະ​ປິນ​ປະ​ຊາ​ຊົນ ເລ​ແຂັງ , ສິນ​ລະ​ປິນ​ປະ​ຊາ​ຊົນ ເຮືອງ​ເທີມ, ສິນ​ລະ​ປິນແຫ່ງ​ຊາດ ມາຍ​ເຮືອງ.

ຜູ້ເຂົ້າຮ່ວມຂະບວນແຫ່ກາ​ນາ​ວານຕາມທ້ອງຖະໜົນ ຢູ່ ໜອງເຕົ່າປີນີ້ ປະມານ 5.000ຄົນ

ຂະ​ບວນ​ເຊີດ​ມັງ​ກອນ.

ຄາດ​ວ່າ​ມະ​ຫະ​ກຳ​​ບຸນຂະ​ບວນ​ແ​ຫ່​ໃນ​ຄັ້ງ​ນີ້ ຈະ​ດຳ​ເນີນ​ໄປ ຕັ້ງ​ແຕ່ 8 ຫາ 11ໂມງ ວັນ​ທີ 29 ກໍ​ລະ​ກົດ , ງານ​ບຸນ​ຈະ​ແບ່ງ​ອອກ​ເປັນ 7 ຂະ​ບວນ​ຫຼັກຄື: ການ​ແຫ່​ຂະ​ບວນ​ການ​ສະ​ແດງ​ອ້ອມ​ຮອບ ໜອງ​ເຕົ່າ, ເວ​ທີ​ການ​ສະ​ແດງ ຈະ​ຕຸ​ລັດ​ໜ້າ​ອະ​ນຸ​ເສົາ​ວະ​ລີ ລີ໋​ຖ໋າຍ​ໂຕ໋, ຫໍ ບ່າ​ກ້ຽວ, ຈະ​ຕຸ​ລັດ ດົງ​ກິງ​ເຫງຍ​ທືກ, ຕໍ່​ໜ້າ​ປະ​ຕູ ລຸກ​ທຸ໋ຍ, ສີ່​ແຍກ​ຖະ​ໜົນ ບ່າ​ຈ້ຽວ-ຮ່າງ​ໄຄ, ສີ​ແຍກ ຖະ​ໜົນ​ຮ່​າງ​ບ່າຍ-ຈ່າງ​ທີ.

ຜູ້ເຂົ້າຮ່ວມຂະບວນແຫ່ກາ​ນາ​ວານຕາມທ້ອງຖະໜົນ ຢູ່ ໜອງເຕົ່າປີນີ້ ປະມານ 5.000ຄົນ

ການ​ຟ້ອນ​ທີ່​ຜູ້​ຊາຍ​ໃສ່​ຊຸດ​ຜູ້​ຍິງ​ທາ​ສົບ​ແດງ​ແບບ​ຜູ້​ຍິງ(ມົ໋ວ​ກອນ​ດີ໋​ແດັ໋ງ​ບົ່ງ).

ໃນ​ຂະ​ບວນ​ນຳ​ໜ້າ​ແມ່ນ ຂະ​ບວນ​ພື້ນ​ບ້ານ ເຊິ່ງ​ມີ​ນັກ​ສະ​ແດງ​ເຖິງ 800ຄົນ, ນັກ​ສະ​ແດງ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ ພື້ນ​ເມືອງ​ເອກ​ກະ​ລັກ​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ: ເຊີດ​ມັງ​ກອນ, ເຊີດ​ສິງ​ໂຕ, ສະ​ບັດ​ທຸງ, ຕີ​ກອງ, ຟ້ອນ​ຫຸ່ນ​ກະ​ບອກ, ການ​ຟ້ອນ​ທີ່​ຜູ້​ຊາຍ​ໃສ່​ຊຸດ​ຜູ້​ຍິງ​ທາ​ສົບ​ແດງ​ແບບ​ຜູ້​ຍິງ, ຟ້ອນ​ບ່າຍ​ບົງ(ບົດ​ຟ້ອນ​ອັນ​ເກົ່າ​ແກ່ ສະ​ໄໝ ລາ​ຊະ​ວົງ​ເຈີ່ນ), ຂະ​ບວນ​ແຫ່​ລາ​ຊະ​ສານ, ຟ້ອນ​ທີ່​ມີ​ເຄື່ອງ​ດົນ​ຕີ​ອັນ​ເກົ່າ​ແກ່​ຂອງ​ຫວຽດ​ນາມ.

ຜູ້ເຂົ້າຮ່ວມຂະບວນແຫ່ກາ​ນາ​ວານຕາມທ້ອງຖະໜົນ ຢູ່ ໜອງເຕົ່າປີນີ້ ປະມານ 5.000ຄົນ

ຂະ​ບວນ​ຜູ້​ໃສ່​ໜ້າ​ກາກ​ສັດ​ປະ​ເພດ​ຕ່າງໆ.

ພິ​ເສດ ແມ່ນ​ຈະ​ມີ​ນາງ​ແບບ​ຫຼາຍ​ຮ້ອຍ​ຄົນ ເຂົ້າ​ຮ່ວມ​ໃນ​ຊຸດ​ເຄື່ອງ​ຍາວ(ອ໋າວ​ຢ່າຍ) ຮ່າ​ໂນ້ຍ, ເຄື່ອງ​ຍາວ​ຂາດຍຸກ​ສະ​ໄໝ​ໃໝ່ ເປັນ​ຜົນ​ງານ​ການ​ອອກ​ແບບ​ຂອງ​ນັກ​ດີ​ຊາຍ​ເນີ ຮ່າ​ໂນ້ຍ. ຈະ​ມີ​ນັກ​ສະ​ແດງ, ສິນ​ລະ​ປິນ​ພື້ນ​ບ້ານ ຈະ​ເຂົ້າ​ຮ່ວມ ສະ​ແດງ​ຂັບ​ຮ້ອງ, ແສບ​ດົນ​ຕີ, ປະ​ສານ​ສອດ​ດ້ວຍ​ການ​ສະ​ແດງ​ກາຍ​ຍະ​ກຳ ອັນ​ຟົດ​ຟື້ນ​ຄື: ນັກ​ສະ​ແດງ​ກາຍ​ຍະ​ສິນ​-ນັກ​ມາ​ຍາ​ກົນເປີດ​ໝວກ, ທັງ​ໂຍນ​ບານ, ຫຼິ້ນ​ປາ​ແຕັງ, ເຕັ້ນ ຮີບ​ຮ໋ອບ….

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.