ຫ້ອງກວດຜະດຸງຄັນທໍາອິດຂອງໂຮງໝໍພາກສະໜາມຫວຽດນາມ ຢູ່ຊູດັງໃຕ້

11:40 | 04/08/2022

ຍສໝ - ນີ້ແມ່ນຫ້ອງກວດຜະດຸງຄັນທໍາອິດທີ່ໄດ້ຮັບການກໍ່ສ້າງຢູ່ໂຮງໝໍພາກສະໜາມ ຂັ້ນ 2 ຂອງຫວຽດນາມ ໃນຕະຫຼອດ 4 ອາຍຸການທີ່ຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້.

ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກຽມພ້ອມທີ່ຈະເດີນທາງໄປປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກຽມພ້ອມທີ່ຈະເດີນທາງໄປປະຕິບັດໜ້າທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້
ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້

ຫວ່າງແລ້ວນີ້,ໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ເຂົ້າຮ່ວມ ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ຫາກໍ່ເປີດສະຫຼອງ ຫ້ອງກວດຜະດຸງຄັນ ແລະ ເລີ່ມຕົ້ນລາຍການ “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບ ແມ່ຍິງ” ໃນບໍລິເວນ Bentiu.

ຫ້ອງກວດຜະດຸງຄັນທໍາອິດຂອງໂຮງໝໍພາກສະໜາມຫວຽດນາມ ຢູ່ຊູດັງໃຕ້
ຫ້ອງກວດຜະດຸງຄັນທໍາອິດຂອງໂຮງໝໍພາກສະໜາມຫວຽດນາມ ຢູ່ຊູດັງໃຕ້. ພາບ: ໂຮງໝໍພາກສະໜາມ ຂັ້ນ 2 ເລກ 4

ກ່າວຄໍາເຫັນທີ່ພິທີເປີດສະຫຼອງ, ທ່ານພັນໂທ ຟ້າມເຕິນຟອງ ຮອງຫົວໜ້າ ກົມຮັກສາສັນຕິພາບຫວຽດນາມ, ຜູ້ບັນຊາການກໍາລັງຮັກສາສັນຕິພາບ ຫວຽດນາມ ຢູ່ ຊູດັງໃຕ້ ໄດ້ຮັບຮູ້ບັນດາຜົນງານເບື້ອງຕົ້ນໃນວຽກງານວິຊາ ສະເພາະຂອງໂຮງໝໍພາກສະໜາມ ຂັ້ນ 2 ເລກ 4, ພ້ອມທັງຕີລາຄາສູງຕໍ່ຄວາມ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ພາລະກອນໂຮງໝໍ ທຸກຄົນ ເພື່ອປະຕິບັດບັນດາໜ້າທີ່ໃນຊຸມວັນເລີ່ມຕົ້ນຜັນຂະຫຍາຍຢູ່ຄະນະ ປະຕິບັດງານໃຫ້ເປັນຢ່າງດີ.

ຕາມທ່ານພັນໂທ ຫວູມິງເຢືອງ ຜູ້ອຳນວຍການໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ແລ້ວ, ເປົ້າໝາຍຂອງການເຄື່ອນໄຫວນີ້ແມ່ນເພື່ອແນໃສ່ສະແດງຄວາມເອົາໃຈໃສ່, ຄວາມນັບຖືຂອງໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ສໍາລັບແມ່ຍິງ, ປະກອບສ່ວນເພີ່ມທະວີບົດບາດ ແລະ ທີ່ຕັ້ງຂອງແມ່ຍິງໃນວິວັດການສັນຕິພາບໃນພາກພື້ນ, ນີ້ແມ່ນເນື້ອໃນຈິດໃຈສອດຄ່ອງກັບແຜນນະໂຍບາຍ ແລະ ທິດທາງເຄື່ອນໄຫວ ຂອງ ສປຊ ໃນການແກ້ໄຂບັນດາບັນຫາສັນຕິພາບຂອງປະເທດປະຈໍາຖິ່ນ.

ນີ້ແມ່ນຫ້ອງກວດຜະດຸງຄັນທໍາອິດທີ່ໄດ້ຮັບການກໍ່ສ້າງຢູ່ໂຮງໝໍພາກສະໜາມ ຂັ້ນ 2 ຂອງຫວຽດນາມ ໃນຕະຫຼອດ 4 ອາຍຸການທີ່ຜັນຂະຫຍາຍຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ພ້ອມກັບການສ້າງສໍາເລັດພື້ນຖານໂຄງລ່າງຂອງຫ້ອງກວດ, ຄະນະອຳນວຍການໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ກໍ່ເປັນເຈົ້າການສ້າງແຜນການຜັນຂະຫຍາຍລາຍການ “ຮ່ວມແຮງຮ່ວມໃຈເພື່ອ ສຸຂະພາບແມ່ຍິງ”, ຕາມນັ້ນແລ້ວ ໂຮງໝໍພາກສະໜາມ ຂັ້ນ 2 ເລກ 4 ຈະດໍາເນີນກວດພະຍາດຜະດຸງຄັນໃຫ້ແມ່ຍິງປະມານ 50 ຄົນທີ່ມີຄວາມສ່ຽງສູງ ຢູ່ຄະນະປະຕິບັດງານ.

ບູນມີ

ເຫດການ
302 Found

Found

The document has moved here.