![]() | ບາດກ້າວຍຸດທະສາດກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຂອງ ຫວຽດນາມ |
![]() | ເອກອັກຄະລັດຖະທູດ ເທບທະວອນ: ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາຂອງລາວ |
![]() |
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV) |
ຫວຽດນາມ ຕ້ອງໄປໄວກ່ວາ, ຂ້ຽວຂາດກວ່າ, ກ້າຫານກວ່າ ຕ້ອງມີວິທີການເດີນສະເພາະໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ, ເພື່ອຈາກນັ້ນ ຈະຫຼຸດໄລຍະຫ່າງກັບໂລກລົງ ຕາມທິດນຳ ເດີນທັນ, ພ້ອມກັນກ້າວໄປ ແລະ ລື່ນກາຍ. ນັ້ນແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຢູ່ ເວທີປາໄສ “ຊຸກຍູ້ນະວັດຕະກຳ, ພັດທະນາບັນດາຂະແໜງເຕັກໂນໂລຢີຍຸດທະສາດ” ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ຕຸລາ, ໃນຂອບເຂດວັນບຸນ ນະວັດຕະກຳແຫ່ງຊາດ ແລະ ງານວາງສະແດງສາກົນ ນະວັດຕະກຳ ຫວຽດນາມ 2025.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ:
ຢາກບຸກທະລຸຕ້ອງອີງໃສ່ພູມປັນຍາ, ເຕັກໂນໂລຢີ, ຜູ້ມີຄວາມເກັ່ງກ້າສາມາດ ແລະ ລະບອບລະບຽບການນຳໜ້າ. ແລະ ສຳຄັນກ່ວານັ້ນແມ່ນຕ້ອງເປັນເຈົ້າການພິສູດກຳລັງຄວາມສາມາດເຂົ້າຮ່ວມ ທຸກຂັ້ນຕອນຂອງລະບົບມູນຄ່າທົ່ວໂລກ, ກຳແໜ້ນບັນດາມາດຖານສາກົນ, ເຂົ້າຮ່ວມບັນດາລະບົບມູນຄ່າ ແລະ ເຊື່ອມຕໍ່ກັບພາສາ ກ່ຽວກັບເຕັກໂນໂລຢີຂອງທົ່ວໂລກ ຢ່າງເລິກເຊິ່ງ.
![]() | ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ຫວຽດນາມ ໃນພາກພື້ນ. ຍສໝ - ທ່ານເລຂາທິການໃຫຍ່ ໂຕເລີມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ອິນເດຍ ເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມື 2 ຝ່າຍ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ. |
![]() | ທ່ານເອກອັກຄະລັດຖະທູດ ນູແວນເຊລັງ: ຫວຽດນາມ ແມ່ນປັດໄຈທີ່ຕັ້ງໜ້າໃນການສ້າງຍຸດທະສາດຂອງອາຊຽນ ຍສໝ - ທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນວ່າ ດ້ວຍການໜູນຊ່ວຍ ແລະ ສົມທົບກັນຢ່າງບໍ່ຢຸດຢັ້ງຂອງ ຫວຽດນາມ, ການພົວພັນຄູ່ຮ່ວມມື ອາຊຽນ - ນູແວນເຊລັງ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຂຶ້ນສູ່ລະດັບສູງໃໝ່ ແລະ ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 2 ຝ່າຍ. |