ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ

16:09 | 02/09/2025

ຍສໝ - ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດຂອງປະເທດຫວຽດນາມ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ແຮເວິຍ ໄດ້ມີການພົບປະກັບສື່ມວນຊົນ ໃນວັນທີ 28 ສິງຫາ. ທ່ານໄດ້ສົ່ງຄໍາອວຍພອນໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ທ່ານໄດ້ຕີລາຄາສູງ ບັນດາຜົນສໍາເລັດອັນຍິ່ງໃຫຍ່ ທີ່ຫວຽດນາມໄດ້ບັນລຸ. ທ່ານໄດ້ຢືນຢັນ ຄວາມສຳພັນສອງຝ່າຍພວມເຂົ້າສູ່ໄລຍະການພັດທະນາໃໝ່, ຢ່າງເລິກຊຶ້ງ ແລະ ຮອບດ້ານ.

50 ປີແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ: ໄຊຊະນະ ວັນທີ 30 ເມສາ ແມ່ນແຫຼ່ງກຳລັງແຮງພັດທະນາຂອງຫວຽດນາມ
ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ

ບັນດາ​ຜົນງານ​ທີ່​ພາກ​ພູມ​ໃຈ​ຂອງ​ຫວຽດນາມ

ໃນຕອນເລີ່ມຕົ້ນຂອງການພົບປະ, ທ່ານອັດຕະທູດ ແຮເວິຍ ໄດ້ສົ່ງຄໍາອວຍພອນຢ່າງຍິນດີ ໄປຍັງ ຫວຽດນາມ ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດ. ທ່ານໄດ້ເນັ້ນຫນັກ ຄວາມຫມາຍທາງປະຫວັດສາດອັນຍິ່ງໃຫຍ່ ຂອງ ວັນທີ 2 ກັນຍາ 1945, ເມື່ອ ພັກຄອມມູນິດຫວຽດນາມ ໄດ້ນໍາພາປະຊາຊົນຍາດເອົາໄຊຊະນະອັນຍິ່ງໃຫຍ່ໃນການປະຕິວັດເດືອນສິງຫາ, ປະກາດສ້າງປະເທດຫວຽດນາມ ປະຊາທິປະໄຕ ສາທາລະນະລັດ, ເປີດອອກການເດີນທາງໃໝ່ຂອງຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດໄດ້ເນັ້ນຫນັກ ການປ່ຽນແປງອັນໂດດເດັ່ນຂອງຫວຽດນາມໃນ 80 ປີ ທີ່ຜ່ານມາ: ຈາກ ຊາດອັນກ້າຫານໃນການຕໍ່ສູ້ຍາດເອົາເອກະລາດ ໄດ້ບືນຕົວຂຶ້ນກາຍເປັນປະເທດທີ່ພັດທະນາທີ່ຂະຫຍັນຂັນເຂື່ອນ ແລະ ນັບມື້ນັບມີຄວາມຮັ່ງມີເຂັ້ມແຂງ.

ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ

ຮູບປະກອບ: ຕອນກາງຄືນ ວັນທີ 27 ສິງຫາ, ບັນດາກໍາລັງທີ່ເຂົ້າຮ່ວມສວນສະໜາມ, ແຫ່ຂະບວນໃນພິທີຄົບຮອບ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ໄດ້ດໍາເນີນການກວດຊ້ອມທີ່ສະໜາມຫຼວງ ບາດິ້ງ, ນະຄອນຫຼວງ ຮ່າໂນ້ຍ. (ຮູບ: ໜັງສືພິມ ລັດຖະບານ)

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຮເວິຍ ໄດ້ກ່າວທວນຄືນວ່າ, ປະເທດຈີນ ແມ່ນ ປະເທດທໍາອິດໃນໂລກທີ່ໄດ້ຮັບຮູ້ ແລະ ສ້າງຕັ້ງຄວາມສຳພັນທາງການທູດ ກັບ ປະເທດຫວຽດນາມປະຊາທິປະໄຕສາທາລະນະ, ຊຶ່ງປະຈຸບັນ ແມ່ນ ປະເທດຫວຽດນາມ ສາທາລະນະປະຊາຊົນ ສັງຄົມນິຍົມ. ສອງຝ່າຍ ຍາມໃດກໍ່ມັກກັນ ແລະ ກັນ ຄວາມສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ເພື່ອປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນພາລະກິດການສ້າງຕັ້ງສັງຄົມນິຍົມ, ສ້າງສາປະເທດ, ກໍ່ສ້າງຄວາມມິດຕະພາບ “ເປັນທັງສະຫາຍ, ເປັນທັງພີ່ນ້ອງ”. ທ່ານໄດ້ຢືນຢັນວ່າ: "ຊັບສິນອັນປະເສີດນີ້, ສອງຝ່າຍຈໍາເປັນຕ້ອງຮັກສາໃຫ້ດີ, ປົກປ້ອງໃຫ້ດີ ແລະ ເສີມຂະຫຍາຍໃຫ້ດີ."

ຕາມທ່ານເອກ​ອັກ​ຄະ​ລັດ​ຖະ​ທູດແລ້ວ, ຄວາມສໍາເລັດຂອງຫວຽດນາມ ບໍ່ແມ່ນພຽງແຕ່ສະທ້ອນຜ່ານບັນດາຜົນສໍາເລັດດ້ານເສດຖະກິດ - ສັງຄົມ, ແຕ່ສິ່ງທີ່ສໍາຄັນກວ່າກໍ່ແມ່ນການຄົ້ນຫາເສັ້ນທາງພັດທະນາສັງຄົມນິຍົມທີ່ເໝາະສົມກັບສະພາບການຂອງປະເທດຕົນ. ທ່ານເນັ້ນຫນັກວ່າ, ການນໍາພາຂອງພັກຄອມມູນິດຫວຽດນາມ ແມ່ນ "ເຂັມທິດ", ການໝັ້ນຄົງໃນເສັ້ນທາງສັງຄົມນິຍົມແມ່ນ "ພື້ນຖານທີ່ໝັ້ນແກ່ນ" ຊ່ວຍ ປະເທດຫຼຸດພົ້ນຄວາມທຸກຍາກ ແລະ ເຕີບໂຕກະໂດດຂັ້ນ. ການນໍາໃຊ້ຢ່າງສ້າງສັນລັດທິມາກເຂົ້າໃນພາລະກິດຈິງແມ່ນ " ແຮງກະຕຸ້ນ" ທີ່ແຂງແຮງ; ນະໂຍບາຍການເຊື່ອມໂຍງສາກົນຢ່າງຕັ້ງໜ້າ, ໂດຍສະເພາະແມ່ນຄວາມສຳພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີປະເທດຈີນ, ໄດ້ຊ່ວຍ ຫວຽດນາມ ເປີດອອກສັງກາດພັດທະນາໃໝ່.

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຮເວິຍ ກໍໄດ້ແສດງຄວາມປະທັບໃຈຢ່າງເລິກຊຶ້ງຕໍ່ບັນດາຜົນສໍາເລັດທີ່ ຫວຽດນາມ ໄດ້ບັນລຸໃນປີທີ່ຜ່ານມາພາຍໃຕ້ການນໍາພາຂອງສູນກາງພັກຄອມມູນິດຫວຽດນາມທີ່ນຳໜ້າ ແມ່ນທ່ານເລຂາໃຫຍ່ ໂຕ່ເລີມ, ໂດຍສະເພາະ ແມ່ນການປະກາດໃຊ້ ສີ່ມະຕິສໍາຄັນກ່ຽວກັບບັນດາຂົງເຂດພື້ນຖານ. ທ່ານໄດ້ເຊື່ອໝັ້ນວ່າ ຫວຽດນາມ ຈະຈັດສໍາເລັດກອງປະຊຸມໃຫຍ່ຂອງພັກຄັ້ງທີ XIV ແລະ ສືບຕໍ່ ປະກອບທີ່ໃຫຍ່ຫຼວງກວ່າເກົ່າໃຫ້ແກ່ສັນຕິພາບ, ການພັດທະນາຂອງພາກພື້ນ ແລະ ໂລກ.

ໄລຍະຄຳໃນການພົວພັນ ຫວຽດ – ຈີນ

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຮເວິຍ ໄດ້ຢືນຢັນວ່າ ຄວາມສຳພັນຂອງສອງພັກ, ສອງປະເທດກໍາລັງເຂົ້າສູ່ "ໄລຍະຄຳ" ໃໝ່, ທີ່ໄດ້ຖືກໝາຍໄວ້ ໂດຍການເດີນທາງໄປຢ້ຽມຢາມທາງປະຫວັດສາດຂອງເລຂາໃຫຍ່, ປະທານປະເທດ ສີ​ຈິ້ນ​ປິງ ມາຫາຫວຽດນາມໃນທ້າຍປີ 2023. ການຕັດສິນໃຈຮ່ວມມືສ້າງຕັ້ງຊຸມຊົນແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມຫມາຍທາງຍຸດທະສາດເປັນເນື້ອໃນສໍາຄັນທີ່ນໍາຄວາມສຳພັນສອງຝ່າຍເຂົ້າສູ່ຄວາມເລິກເຊິ່ງ.

ທ່ານເອກອັກຄະລັດຖະທູດຈີນ ຍ້ອງຍໍຜົນງານ ແລະ ເສັ້ນທາງພັດທະນາຂອງຫວຽດນາມ

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຈີນ ປະຈໍາ ຫວຽດນາມ ແຮເວິຍ. (ຮູບ: Mai Thuy)

ໃນໄລຍະຈະມາເຖິງ, ບັນດາການເດີນທາງລະດັບສູງ ຈະສືບຕໍ່ໄດ້ຍູ້ແຮງ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້ແຈ້ງວ່າ ກໍາມະການປະຈໍາ ກົມການເມືອງ, ຫົວໜ້າຄະນະກຳມະການ ປະຈໍາ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທ່ານ ເຈົ້າລາກເຈ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີຄົບຮອບ 80 ປີວັນຊາດ. ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ກໍຈະເດີນທາງໄປຈີນ ເພື່ອເຂົ້າຮ່ວມພິທີຄົບຮອບ 80 ປີຊັບຊະນະຕໍ່ຕ້ານຟາສິດ; ທ່ານ ນາຍົກຣັດຖະມົນຕີ ທ່ານ ຟ່າມມິງຈິ້ງ ກໍຈະເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊາງຮ່າຍທີ່ປະເທດຈີນ. ຕາມທ່ານເອກ​ອັກ​ຄະ​ລັດ​ຖະ​ທູດແລ້ວ, ຄວາມຖີ່ແລກປ່ຽນລະດັບສູງຢ່າງໜາແນ້ນແບບນີ້ແມ່ນ "ຫາໄດ້ຍາກໃນປະຫວັດສາດຄວາມສຳພັນມິດຕະພາບສອງຝ່າຍ", ສົ່ງອອກສັນຍານໃຫ້ເຫັນວ່າ ສອງປະເທດຈະຮ່ວມກັນບົນເສັ້ນທາງສັງຄົມນິຍົມໃຫ້ດີ, ສ້າງກຳລັງຜັກດັນຢ່າງຕັ້ງບໜ້າ ແລະ ຄວາມໝັ້ນຄົງໃຫ້ກັບໂລກ.

ທ່ານໄດ້ເນັ້ນໃຫ້ເຫັນວ່າ, ກົດໄກການສົນທະນາຍຸດທະສາດ "3+3" ດ້ານການຕ່າງປະເທດ, ການປ້ອງກັນປະເທດ, ຕໍາຫຼວດ ຫວຽດນາມ - ຈີນ ໃນລະດັບລັດຖະມົນຕີ, ໄດ້ສະແດງໃຫ້ເຫັນຄວາມມຸ່ງມັ້ນຢ່າງໜັກແນ່ນຂອງສອງປະເທດໃນການປົກປ້ອງຄວາມປອດໄພ ແລະ ຄວາມໝັ້ນຄົງພາກພື້ນ. ການຮ່ວມມືຢ່າງມີເນື້ອແທ້ລະຫວ່າງສອງປະເທດກຳລັງຖືກຍົກຂຶ້ນສູ່ລະດັບໃໝ່, ເຂົ້າໄປໃນຄວາມເລິກເຊິ່ງ ແລະ ປະສິດທິຜົນ. ໃນຂະແໜງກະສິກຳ, ປະເທດຈີນໄດ້ກາຍເປັນຕະຫຼາດໃຫຍ່ທີ່ສຸດສໍາລັບ ຫຼາຍຜະລິດຕະພັນກະເສດ ແລະ ອາຫານທະເລຂອງຫວຽດນາມ, ດ້ວຍບັນດາສິນຄ້າເຊັ່ນໝາກທຸລຽນ, ໝາກລິນຈີ່, ໝາກພ້າວສົດເຊິ່ງ ເປັນທີ່ນິຍົມຢ່າງຫຼາຍຂອງຜູ້ບໍລິໂພກ.

ເນື່ອງໃນໂອກາດປີການແລກປ່ຽນດ້ານມະນຸດສຳພັນ ຫວຽດ - ຈີນ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ແຮເວິຍຢືນຢັນວ່າ ທັງສອງຝ່າຍຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ໂດຍສະເພາະກັບຊຸມຊົນໄວໜຸ່ມ, ເພື່ອສ້າງພື້ນຖານຄວາມເຫັນດີທີ່ໜັກແນ່ນກວ່າເກົ່າ, ໃຫ້ເຮືອໃຫຍ່ຂອງມິດຕະພາບ ຫວຽດ - ຈີນ ສາມາດເດີນໄດ້ຢ່າງໝັ້ນຄົງ, ໄປໄດ້ໄກໃນເສັ້ນທາງພັດທະນາ.

ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

ກອງປະຊຸມໃຫຍ່ຂອງພັກຄັ້ງທີ 13 ແລະ ຄວາມຄາດຫວັງພັດທະນາຂອງຫວຽດນາມ ກອງປະຊຸມໃຫຍ່ຂອງພັກຄັ້ງທີ 13 ແລະ ຄວາມຄາດຫວັງພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 2 ກຸມພາ ຢູ່ຮ່າໂນ້ຍ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ