ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

00:00 | 24/07/2023

ຍສໝ - ວັນ​ທີ 13 ມິຖຸນາ​ນີ້, ຢູ່​ນະຄອນ​ດາ​ຫນັງ ໄດ້​ໄຂ​ຂຶ້ນກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 42 ຂອງ​ຄະນະ​ກຳມະການອາ​ຊຽນ ກ່ຽວກັບການ​ຄຸ້ມ​ຄອງໄພທຳມະຊາດ​ (ACDM) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​. ນີ້​ແມ່ນ​ບັນດາ​ເຫດການ​ໃນ​ຂອບ​ເຂດ​ຂອງ​ປີ​ທີ່ ຫວຽດນາມ ປະຕິບັດ​ໜ້າ​ທີ່​ເປັນ​ປະທານ ​ໃນ​ການ​ຮ່ວມ​ມື​ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງໄພທຳມະຊາດ 2023.

ພັກກອມມູນິດເຢຍລະມັນ ໄດ້ບໍລິຈາກເງິນຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ ພັກກອມມູນິດເຢຍລະມັນ ໄດ້ບໍລິຈາກເງິນຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ
ທະນາຄານພັດທະນາອາຊີ ຊ່ວຍເຫຼືອຫວຽດນາມ 2,5 ລ້ານໂດລາສະຫະລັດ  ເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຍ້ອນພະຍຸນ້ຳຖ້ວມກໍ່ຂຶ້ນຢູ່ບາງແຂວງພາກກາງ ທະນາຄານພັດທະນາອາຊີ ຊ່ວຍເຫຼືອຫວຽດນາມ 2,5 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຍ້ອນພະຍຸນ້ຳຖ້ວມກໍ່ຂຶ້ນຢູ່ບາງແຂວງພາກກາງ
ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

ພິທີເປີດກອງປະຊຸມປະຈຳປີຄັ້ງທີ 42 ຂອງຄະນະກຳມະການອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ

ແຕ່ວັນທີ 13-16 ມິຖຸນາ ຈະມາເຖິງ, ຢູ່ ດ່ານັ້ງ, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 42 ຂອງຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ. ດ້ວຍບົດບາດເປັນປະທານຄະນະກຳມະການອາຊຽນ ຄຸ້ມຄອງໄພທຳມະຊາດປີ 2023, ຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈ “ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ” ໃນການຮ່ວມມື ອາຊຽນ ເວົ້າລວມ, ການຮ່ວມມືຄຸ້ມຄອງໄພທຳມະຊາດ ເວົ້າສະເພາະ. ທ່ານ ຟ້າມດຶກລ້ວນ, ຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນຕ້ານໄພທຳມະຊາດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:

“ຫວຽດນາມ ປາດຖະໜາວ່າ ການຮ່ວມມືດັ່ງກ່າວນີ້ຈະນັບມື້ນັບໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນກວ່າ, ເພື່ອແບ່ງປັນບົດຮຽນ, ຂໍ້ມູນຂ່າວ, ແຫຼ່ງກຳລັງ ກໍຄືການໜູນຊ່ວຍເຊິ່ງກັນແລະກັນເມື່ອເກີດໄພພິບັດທຳມະຊາດທີ່ໜັກໜ່ວງ. ພິເສດ, ລະດົມແຫຼ່ງກຳລັງໃຫ້ແກ່ ອາຊຽນ ເວົ້າລວມ, ຫວຽດນາມ ເວົ້າສະເພາະ, ໃນການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ, ບຳລຸງສ້າງ, ຝຶກອົບຮົມ ແລະ ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນ.”

ອາຊຽນ ແມ່ນພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ບັນດາໄພພິບັດທຳມະຊາດ, ຄື: ພາຍຸ, ນ້ຳຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ… ບັນດາຄວາມມານະພະຍາຍາມຮ່ວມມືໃນ ອາຊຽນ ກ່ຽວກັບບັນຫາດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີຄວາມສາມາດຕ້ານທານ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດໃຫ້ແກ່ບັນດາປະເທດສະມາຊິກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.