ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”

00:00 | 12/08/2023

ຍ​ສ​ໝ - ວັນທີ 28 ກຸມພາ, ຢູ່ນະຄອນ Casablanca, ມາຣົກ, ຄະນະກຳມະການອາຊຽນ ຢູ່ ຣາບັດ, ໄດ້ສົມທົບກັບ ມະຫາວິທະຍາໄລຄຸ້ມຄອງເສດຖະກິດ ມາຣົກ ESCA ແລະ ສູນຄົ້ນຄວ້າຍຸດທະສາດທ້ອງຖີ່ນ ATLANTIS, ຈັດຕັ້ງການສຳມະນາ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”.

ກອງ​ປະ​ຊຸມສຳມະນາແນະ​ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”
ບັນ​ດາ​ຜູ້​ແທນ​ແລກ​ປ່ຽນ​ຄຳ​ເຫັນ​ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: nhandan.vn)

ຢູ່ທີ່ການສຳມະນາ, ທ່ານນາງ ດັ້ງຖິທູຫ່າ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາຣົກ, ປະທານຄະນະກຳມະການ ອາຊຽນ ຢູ່ ມາຣົກ, ເນັ້ນໜັກວ່າພາຍຫຼັງ ການສ້າງຕັ້ງ ແລະ ພັດທະນາເປັນເວລາກ່ວາ 55 ປີ, ປະຈຸບັນ ອາຊຽນ ເປັນຄູ່ຮ່ວມມືທີ່ສຳຄັນ ຂອງຫຼາຍອົງການສາກົນ ແລະ ປະເທດມະຫາອຳນາດໃນໂລກ, ໃນນັ້ນມີ ອາຟິກກາ. ພ້ອມກັນນັ້ນ ທ່ານນາງ ດັ້ງຖິທູຫ່າ ກໍ່ຢືນຢັນວ່າ ຄະນະກຳມະການ ອາຊຽນ ປະຈຳ ມາຣົກ ຈະສືບຕໍ່ ແລະ ເປັນຂົວເຊື່ອມຕໍ່ປະກອບສ່ວນ ນຳເອົາການພົວພັນຮ່ວມມືໃນບັນດາຂົງເຂດ ລະຫວ່າງ ມາຣົກ ແລະ ອາຊຽນ ໃຫ້ພັດທະນານັບມື້ນັບເຂົັ້ມແຂງ ໃນໄລຍະທີ່ຈະມາເຖິງ.

ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ລ້ວນ​ແຕ່​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ ມາ​ຣົກ ຈະ​ສືບ​ຕໍ່​ແມ່ນ​ຂົນ​ເຊື່ອມ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຝ່າຍ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຄູ່​່​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ ລະ​ຫວ່າງ ມາ​ຣົກ ແລະ ອາ​ຊຽນ ນັບ​ມື້​ນັບ​ມີ​ການ​ພັດ​ທະ​ນາ​ຢ່າງ​ແຮງ.

ທ່ານ Mohamed Jawhar Hassan ອະດີດ​ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາຍຸດ​ທະ​ສາດ ​ແລະ ​ສາກົນ ມາ​ເລ​ເຊຍ ​ໄດ້​ສະ​ເໜີລາຍ​ລະອຽດ​ບັນດາ​ຫຼັກການ​ສຳຄັນ​ຂອງ​ອາ​ຊຽນ, ພ້ອມ​ທັງ ​ເນັ້ນ​ໜັກ​ວ່າ ບັນດາ​ປະ​ເທດ ອາ​ຊຽນ ກໍ່ສ້າງ​ອົງການ​ພາກ​ພື້ນ​ທີ່​ມີປະ​ສິດ​ທິ​ຜົນ, ເອ​ກະ​ພາບ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​​ດ້ານ​ພາສາ, ວັດທະນະທໍາ, ສາດສະຫນາ, ລະບົບການເມືອງ ...

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສະ​ແດງ​ຄວາມ​ສົນ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ຂອງ​ຮູບ​ແບບ​ການ​ຮ່ວມ​ມື​ພາກ​ພື້ນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ປາດ​ຖະໜາ​ວ່າ ບັນດາ​ປະ​ເທດ​ອາ​ຟຼິກາ ສາມາດນຳ​ໃຊ້​ຮູບ​ແບບ​ນີ້​ເຂົ້າ​ໃນ​ການ​ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄວາມ​ຮັ່ງມີ ​ແລະ ສະຫວັດດີ​ການ​ທີ່​ດີ​ໃຫ້​ແກ່​ປະຊາຊົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.