ບາດ​ກ້າວ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ ຫວຽດ​ນາມ

13:26 | 23/09/2025

ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.

ອິນ​ເດຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ.
ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ

ມະຕິສະບັບເລກທີ 70 ໄດ້ປະກາດໃຊ້ໃນສະພາບການໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ວິກິດການດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການແກ້ງແຍ້ງພູມີສາດການເມືອງ ແລະ ການຫັນປ່ຽນບັນດາລະບົບສະໜອງທົ່ວໂລກ.

ສຳລັບ ຫວຽດນາມ, ປະເທດທີ່ມີລະດັບການເຕີບໂຕສູງ, ຄວາມຕ້ອງການດ້ານພະລັງງານນັບມື້ນັບຫຼາຍຂຶ້ນ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.

ບາດ​ກ້າວ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຂອງ ຫວຽດ​ນາມ
(ພາບປະກອບ: chinhphu.vn)

ຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ

ມະຕິສະບັບເລກທີ 70 ໄດ້ວາງອອກຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ. ໃນນັ້ນ ມີການປະຕິຮູບລະບອບລະບຽບການຢ່າງແຮງ. ມະຕິສະບັບເລກທີ 70 ວາງຈຸດສຸມເຂົ້າໃນການປ່ຽນແປງໃໝ່ກົນໄກ, ນະໂຍບາຍ ແລະ ການຄຸ້ມຄອງລັດ, ຈາກການສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງຕະຫຼາດໄຟຟ້າແກ້ງແຍ້ງ, ຕະຫຼອດຮອດກົນໄກລາຄາໄຟຟ້າທີ່ໂປ່ງໃສ. ທ່ານຫົວໜ້າຄະນະນະໂຍບາຍຍຸດທະສາດສູນກາງພັກ ຄອມມູນິດ ຫຽດນາມ ຫງວຽນແທງງິ ຢັ້ງຢືນວ່າ:

ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອກາຍເປັນທ່າໄດ້ປຽບແກ້ງແຍ້ງ, ພື້ນຖານອັນໝັ້ນແກ່ນ, ກຳລັງໜູນຢ່າງແຮງເພື່ອຊຸກຍູ້ການພັດທະນາພະລັງງານ. ມະຕິກຳນົດສ້າງພື້ນຖານນິຕິກຳໃຫ້ສົມບູນແບບເພື່ອແກ້ໄຂຈຸດອຸດຕັນຂອງລະບອບລະບຽບການໃຫ້ແກ່ບັນດາໂຄງການພະລັງງານ; ສ້າງກົນໄກພົ້ນເດັ່ນເພື່ອດຶງດູດ, ຜັນຂະຫຍາຍບັນດາໂຄງການພະລັງງານສຳຄັນ, ຮີບເຮັ່ງ. ພ້ອມກັນນັ້ນກໍສ້າງນະໂຍບາຍການເງິນໃຫ້ສົມບູນແບບເພື່ອລະດົມບັນດາແຫຼ່ງເງິນລົງທຶນາກເອກະຊົນ, ການລົງທຶນຕ່າງປະເທດເຂົ້າໃນຂົງເຂດພະລັງງານໃຫ້ໄດ້ສູງສຸດ”.

ໄປຄຽງຄູ່ກັບການປ່ຽນແປງໃໝ່ກ່ຽວກັບລະບອບລະບຽບການ, ນະໂຍບາຍແລ້ວ, ມະຕິສະບັບດັ່ງກ່າວ ຍັງເນັ້ນໜັກເຖິງບັນດາເນື້ອໃນຈຸດສຸມ ເຊັ່ນ: ເປີດກວ້າງບົດບາດຂອງຂົງເຂດເອກະຊົນ; ພັດທະນາແຫຼ່ງພະລັງງານດ້ວຍຫຼາຍຮູບຫຼາຍແບບ, ເພີ່ມອັດຕາພະລັງງານສະອາດ, ໄຟຟ້ານິວເຄຼຍ; ຫັນລະບົບໄຟຟ້າ ແລະ ພື້ນຖານໂຄງລ່າງພະລັງງານເປັນທັນສະໄໝ; ຫຼຸດຜ່ອນການເອື່ອຍອີງຕໍ່ການນຳເຂົ້າ, ຮັບປະກັນຄວາມໝັ້ນຄົງຂອງແຫຼ່ງສະໜອງ…

ເປົ້າໝາຍເຊິ່ງມະຕິສະບັບເລກທີ 70 ໄດ້ວາງອອກ ບໍ່ພຽງແຕ່ແມ່ນຮັບປະກັນເງື່ອນໄຂຄົບຖ້ວນໃຫ້ແກ່ການເຕີບໂຕເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ການຫັນປ່ຽນພະລັງງານຢ່າງຮອບດ້ານຢູ່ ຫວຽດນາມ. ຈຸດເນັ້ນໜັກສຳຄັນຂອງມະຕິສະບັບເລກທີ 70 ແມ່ນບາດກ້າວຫັນປ່ຽນຈິນຕະນາການຢ່າງແຮງ, ຈາກ “ການຮັບປະກັນການສະໜອງ” ໄປຍັງ “ການຮັບປະກັນຢ່າງໝັ້ນຄົງ, ເປັນເຈົ້າການດ້ານຄວາມໝັ້ນຄົງພະລັງງານ”. ທ່ານ ປອ ຢາງເຈິນເຕີຍ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:

ສິ່ງທີ່ໜ້າສົໃຈແມ່ນມະຕິສະບັບເລກທີ 70 ໄດ້ກຳນົດພະັງງານຕ້ອງໄປກ່ອນບາດກ້າວໜຶ່ງໃຫ້ແກ່ການພັດທະນາເສດຖະກິດດ້ວຍຄາດໝາຍ 25 ຫາ 30% ພະລັງງານທົດແທນແລະຮຽກຮ້ອງໃຫ້ບັນດາໂຮງງານກັ່ນຕອງນ້ຳມັນຕ້ອງຕອບສະໜອງໄດ້ຕ່ຳສຸດແມ່ນ 70% ຄວາມຕ້ອງການນ້ຳມັນທີ່ຈຳໜ່າຍຢູ່ພາຍໃນປະເທດ. ນີ້ແມ່ນບາດລ້ຽວສຳຄັນໃນຈິນຕະນາການຄວາມໝັ້ນຄົງພະລັງງານ, ຫັນຈາກການຮັບປະກັນການສະໜອງໄປສູ່ທ່າເປັນເຈົ້າການຢ່າງໝັ້ນແກ່ນ. ສິ່ງທີ່ຂ້າພະເຈົ້າຕີລາຄາສູງແມ່ນມະຕິສະບັບນີ້ວາງອອກເປົ້າໝາຍບໍ່ພຽງແຕ່ມີໄຟຟ້າ, ນ້ຳມັນອາຍແກັດຢ່າງພຽງພໍເທົ່ານັ້ນຫາກຍັງມຸ່ງເຖິງກາບັນລຸໄດ້ພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດ.ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ມີຄວາມຄົບຊຸດແຕ່ລະບອບລະບຽບການະຫຼອດຮອດແຫຼ່ງທຶນຮອນ, ເຕັກໂນໂລຢີ, ັບພະຍາກອນມະນຸດແລະຕະຫຼາດແກ້ງແຍ້ງທີ່ປອດໂປ່ງ”.

ຕັດສິນໃຈປະຕິບັດຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່

ເພື່ອປະກອບສ່ວນຜັນຂະຫຍາຍປະຕິບັດມະຕິສະບັບເລກທີ 70 ກາຍເປັນການກະທຳລະອຽດ, ນຳຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່ ໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ກາຍເປັນກຳລັງໜູນນຳປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ, ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (PetroVietnam) ໃນຕອນບ່າຍວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງຢ່າງຈະແຈ້ງວ່າ ກຸ່ມບໍລິສັດເສດຖະກິດແຖວໜ້າປະເທດ, PetroVietnam ຕ້ອງເປັນຫົວໜ່ວຍນຳໜ້າຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສວມບົດບາດແກ່ນສານໃນການຕອບສະໜອງແຫຼ່ງພະລັງງານທີ່ຈຳເປັນ.

ຕ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຢ່າງໝັ້ນແກ່ນ, ຕາມຮູບແບບ 3 ຊັ້ນ: ແຫຼ່ງພະລັງງານແບບເກົ່າທີ່ໝັ້ນທ່ຽງ, ມີໄຫວພິບ; ອາຍແກັດເຫຼວ, ການເກັບຮັກສາແລະແຫຼ່ງພະລັງງານໃໝ່ຄືໄຟຟ້າແຮງລົມ, ໄຟຟ້ານິວເຄຼຍ. ເປັນເຈົ້າການສ້າງແຫຼ່ງກຳລັງສຳຮອງຍຸດທະສາດ, ດັດສົມແຫຼ່ງສະໜອງໃຫ້ສະໝ່ຳສະເໝີ, ມີໄຫວພິບ ຕິດພັນກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານປ້ອງກັນຊາດແລະເປັນເອກະລາດເປັນເຈົ້າຂອງດ້ານເສດຖະກິດ.

ໃນຂະນະນັ້ນ, ຫຼາຍໂຄງການແຫຼ່ງໄຟຟ້າໃຫຍ່ ໄດ້ ແລະ ພວມຖືກນຳເຂົ້າເຄື່ອນໄຫວ. ລະບົບສາຍສົ່ງໄຟຟ້າແຫ່ງຊາດສືບຕໍ່ໄດ້ຮັບການເປີດກວ້າງ ແລະ ຍົກລະດັບ. ລັດຖະບານຊີ້ນຳເພີ່ມທະວີການນຳເຂົ້າ ຖ່ານຫີນ, LNG (ອາຍແກັດເຫຼວ) ເພື່ອຮັບປະກັນຄວາມປອດໄພໃນການສະໜອງໄຟຟ້າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຍູ້ແຮງການພັດທະນາພະລັງງານທົດແທນ.

ບັນດາຄວາມມານະພະຍາຍາມເຫຼົ່ານັ້ນ ໄດ້ຢັ້ງຢືນໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງລະບົບພະລັງງານທັນສະໄໝ, ສີຂຽວ, ຍືນຍົງ, ປະກອບສ່ວນຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ.

ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ໄລ​ທອງ ກົມ​ມະ​ສິດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ລະຫວ່າງ​ສອງ​ກະຊວງ ​ແລະ ສອງ​ປະ​ເທດ...

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ