ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

16:15 | 18/11/2023

ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018 ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018

ຕອນບ່າຍວັນທີ 14 ພະຈິກ, ຢູ່ກອງບັນຊາການທະຫານແຂວງເຊີນລາ ໄດ້ດຳເນີນກອງປະຊຸມພົບປະແລກປ່ຽນປະຈໍາໄລຍະລະຫວ່າງກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງຊຽງຂວາງ.

ທ່ານພັນເອກພິເສດ ດ່າວຫງອກເຟືອງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງເຊີນລາ ແລະທ່ານພົນຕີ ຂັນທອງ ວົງອຳຄາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ເປັນປະທານຮ່ວມທີ່ກອງປະຊຸມ.

ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ໂດຍປະຕິບັດບົດບັນທຶກຊ່ວຍຈຳປີ 2022, ກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງຊຽງຂວາງ ໄດ້ເຊີດຊູຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ; ຕັ້ງໜ້າເປັນເຈົ້າການກໍາແໜ້ນສະພາບການ, ສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນທີ່ກ່ຽວຂ້ອງໄດ້ເປັນຢ່າງດີ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະແຂວງໄວ້ຢ່າງໝັ້ນຄົງ. ມີການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ ແລະສົມທົບກັນ ເພື່ອເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງແກ້ໄຂບັນຫາຄົນຍ້າຍຖິ່ນຖານແບບເສລີໄດ້ເປັນຢ່າງດີ; ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນປະຕິບັດລະບຽບການກ່ຽວກັບຊາຍແດນຢ່າງຕັ້ງໜ້າ, ຍົກສູງຄວາມຮັບຜິດຊອບໃນການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ໝັ້ນຄົງ, ພັດທະນາຮອບດ້ານ.

ກອງບັນຊາການທະຫານແຂວງ ເຊີນລາ ແລະຊຽງຂວາງ ກອງປະຊຸມພົບປະແລກປ່ຽນ

ກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງຊຽງຂວາງ ລົງນາມໃນບົດບັນທຶກຊ່ວຍຈຳປີ 2023. ພາບ: qdnd.vn

ໃນໄລຍະຈະມາເຖິງ, ສອງຝ່າຍກຳນົດວ່າ ຈະສືບຕໍ່ໂຄສະນາໃຫ້ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນສອງແຂວງກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ເຊີນລາ ແລະແຂວງຊຽງຂວາງ ເວົ້າສະເພາະ ຢ່າງເລິກເຊິ່ງກວ້າງຂວາງ.

ພ້ອມກັນນັ້ນ, ກໍ່ເພີ່ມທະວີການແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ; ສ້າງກຳລັງປະກອບອາວຸດລະຫວ່າງສອງແຂວງ, ໂດຍສະເພາະແມ່ນກໍ່ສ້າງພະນັກງານແປພາສາ ແລະການຝຶກອົບຮົມດ້ານວິຊາສະເພາະການທະຫານ; ຮັກສາລະບອບປະຊຸມພົບປະແລກປ່ຽນປະຈໍາໄລຍະ, ຜັດປ່ຽນກັນຢູ່ຂັ້ນກອງບັນຊາການທະການສອງແຂວງຢ່າງເປັນປະຈຳໃນປີ 2024.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ມາຢ້ຽມຢາມ ແລະລະດົມກຳລັງໃຈພະນັກງານ ແລະນັກສໍາມະນາກອນກອງທັບປະຊາຊົນລາວ ທີ່ພວມຮຽນພາສາຫວຽດນາມ ຢູ່ກອງພັນໃຫຍ່ 754, ກອງບັນຊາການທະຫານແຂວງ ເຊີນລາ; ຢ້ຽມຢາມຄ້າຍທະຫານກອງພັນ 1, ກອງພັນໃຫຍ່ 754.

ສົມເພັດ

ເຫດການ
302 Found

Found

The document has moved here.