ປິດຊຸດຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ກອງທັບປະຊາຊົນລາວ

16:20 | 05/01/2023

ຍສໝ - ສິ້ນ​ສຸດ​ການ​ຝຶກ​ອົບ​ຮົມ, ສໍາມະນາກອນ​ທັງ​ໝົດ​ໄດ້​ສຳ​ເລັດ​ເນື້ອ​ໃນໂຄງການທີ່ວາງອອກ, ໃນ​ນັ້ນ 60% ໄດ້​ຮັບ​ການ​ຈັດ​ອັນ​ດັບ​ເປັນ​ດີ​ເດັ່ນ ແລະ 6 ສະ​ຫາຍ​ໄດ້​ຮັບ​ໃບ​ຍ້ອງຍໍຂອງກົມໃຫຍ່ເສນາທິການ ກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ
USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ

ຕອນເຊົ້າວັນທີ 4 ມັງກອນ, ຢູ່ໂຮງຮຽນການທະຫານເຂດ 2, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ 2022.

ປິດຊຸດຝຶກອົບຮົມວຽກງານການທະຫານທ້ອງຖິ່ນໃຫ້ແກ່ກອງທັບປະຊາຊົນລາວ

ການນຳໂຮງຮຽນການທະຫານເຂດ 2 ມອບໃບຢັ້ງຢືນໃຫ້ແກ່ພະນັກງານ, ນັກຮົບກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

​ໃນ​ໄລຍະ 2 ​ເດືອນ, ບັນດານັກສໍາມະນາກອນໄດ້​ຮ່ຳຮຽນ ​ແລະ ​ແລກປ່ຽນ​ຫຼາຍ​ຫົວ​ເລື່ອງສະເພາະ ​ຄື: ບັນດາ​ບັນຫາ​ພື້ນຖານ​ຂອງ​ທິດສະດີ​ລັດທິມາກ - ​ເລ​ນິນ, ​ແນວ​ຄິດ ​ໂຮ່ຈີ​ມິນ ກ່ຽວ​ກັບ​ສົງຄາມ, ກອງທັບ ​ແລະ ການປ້ອງ​ກັນ​ປະ​ເທດ​ສັງຄົມ​ນິຍົມ; ສະກັດ​ກັ້ນ ​ແລະ ຕ້ານ​ຍຸດ​ທະ​ສາດ "ການຜັນແປ​ສັນຕິພາບ", ຈະລາຈົນ ​ແລະ ການ​ໂຄ່ນ​ລົ້ມ; ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ທູດ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຫວຽດ​ນາມ; ພັກ​ນຳພາ ​ແລະ ການ​ຄຸ້ມ​ຄອງ​ລັດ​ດ້ານປ້ອງ​ກັນ​ຊາດຢູ່​ບັນດາ​ກະຊວງ, ອົງການ​ທຽບເທົ່າກະຊວງ ​ແລະ ທ້ອງ​ຖິ່ນ; ບາງບັນຫາພື້ນຖານກ່ຽວກັບ ແຜນນະໂຍບາຍປ້ອງກັນຊາດຂອງຫວຽດນາມ; ບັນຫາຊົນເຜົ່າ ແລະ ສາສະໜາ; ຫັນ​ການ​ເຄື່ອນ​ໄຫວຂອງ​ທ້ອງ​ຖິ່ນ​ຈາກ​ສະ​ໄໝ​ສັນ​ຕິ​ພາບ​ມາ​ເປັນ​ສະ​ໄໝ​ສົງ​ຄາມ; ສົມທົບ​ກັນ​ພັດທະນາ​ເສດຖະກິດ, ວັດທະນະທຳ-ສັງຄົມ ຕິດພັນກັບການປັບປຸງ ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ຂະ​ບວນວິວັດ​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​... ນອກ​ນີ້, ນັກສຳມະນາກອນຍັງ​ໄດ້​ໄປທັດສະນະສຶກສາ​ຕົວ​ຈິງ ​ແລະ ຢ້ຽມຢາມ​ບັນດາກົມກອງ, ທ້ອງ​ຖິ່ນ​ຈຳນວນ​ໜຶ່ງໃນບໍລິເວນທະຫານເຂດ 2.

ສິ້ນ​ສຸດ​ການ​ຝຶກ​ອົບ​ຮົມ, ນັກສໍາມະນາກອນ​ທັງ​ໝົດ​ໄດ້​ສຳ​ເລັດ​ເນື້ອ​ໃນໂຄງການທີ່ວາງອອກ, ໃນ​ນັ້ນ 60% ໄດ້​ຮັບ​ການ​ຈັດ​ອັນ​ດັບ​ດີ​ເດັ່ນ ແລະ 6 ສະ​ຫາຍ​ໄດ້​ຮັບ​ໃບ​ຍ້ອງຍໍຂອງກົມໃຫຍ່ເສນາທິການກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ.

ບູນມີ

ເຫດການ
302 Found

Found

The document has moved here.