UNODC ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຕ້ານອາດຊະຍາກຳຢາເສບຕິດ

09:06 | 30/06/2022

ຍສໝ-ຜູ້​ປະສານ​ງານພາກພື້ນກ່ຽວກັບ​ການ​ປະຕິບັດ​ກົດໝາຍ ​ແລະ ບຳລຸງສ້າງ - ຫຼັກສູດການຄຸ້ມຄອງ​ເຂດ​ຊາຍ​ແດນ (UNODC) ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ປາຊີ​ຟິກ, ທ່ານ​ນາງ Valentina Pancieri ​ຫາກໍໄດ້ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ກົມ​ຕຳຫຼວດ​ສືບສວນອາດຊະຍາ​ກຳ​ຢາ​ເສບ​ຕິດ, ກົມ​ພົວພັນ​ຕ່າງປະ​ເທດ (ກະຊວງ​ຕຳຫຼວດ) ແລະ ວິທະຍາຄານຕຳຫຼວດປະຊາຊົນ.

ເວທີປາໄສເສດຖະກິດໝູນວຽນ ຫວຽດນາມ 2022 ເວທີປາໄສເສດຖະກິດໝູນວຽນ ຫວຽດນາມ 2022
ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ
UNODC ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອຕ້ານອາດຊະຍາກຳຢາເສບຕິດ
ທ່ານນາງ Valentina ເຮັດວຽກກັບກົມ​ພົວພັນ​ຕ່າງປະ​ເທດ(ພາບ: UNODC).

ໃນການປຶກສາຫາລືທີ່ກົມພົວພັນຕ່າງປະເທດ ແລະ ກົມ​ຕຳຫຼວດ​ສືບສວນອາດຊະຍາ​ກຳ​ຢາ​ເສບ​ຕິດ, ທ່ານນາງ Valentina ໄດ້ຕີລາຄາສູງ ກະຊວງຕໍາຫຼວດ ຫວຽດນາມ ໃນ​ຊຸມ​ປີຜ່ານມາ ​ໃນ​ການ​ປະຕິບັດ​ບັນດາລາຍການ ​ແລະ ຫົວຄິດປະດິດສ້າງ ຂອງ ສະຫະປະຊາຊາດ ​ໃນ​ການ​ຕ້ານອາສະຍາ​ກອນ​ຂ້າມ​ຊາດ, ​ໃນ​ນັ້ນ​ມີອາດຊະຍາ​ກຳ​ຢາ​ເສບ​ຕິດ; ​ໄດ້​ຕີ​ລາຄາ​ສູງປະສິດທິຜົນກ່ຽວກັບການເຄື່ອນໄຫວ​ ​ຂອງ 21 ຫ້ອງການ​ຕິດຕໍ່ພົວພັນ​ຜ່ານຊາຍແດນ (BLO) ໂດຍກົມຕໍາຫຼວດສືບສວນອາດຊະຍາ​ກຳ​ຢາ​ເສບ​ຕິດເປັນປະທານ, ຕິດຕາມ ​ແລະ ຈັດທໍາການເຄື່ອນໄຫວ ພາຍ​ໃຕ້​ການ​ຊີ້​ນຳ​ຂອງການນໍາ​ກະຊວງ​ຕຳຫຼວດ.

ທ່ານນາງ Valentina ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ພາຍໃຕ້ການໜູນຊ່ວຍຂອງກົມພົວພັນຕ່າງປະເທດ ແລະ ການຮ່ວມມືຂອງກົມຕຳຫຼວດສືບສວນອາດຊະຍາ​ກຳ​ຢາ​ເສບ​ຕິດ, ກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ UNODC ປະຕິບັດຍຸດທະສາດປ້ອງກັນ, ຕ້ານອາດຊະຍາ​ກຳ​ຢາ​ເສບ​ຕິດ ກໍຄືສົ່ງພະນັກງານເຂົ້າຮ່ວມການຝຶກອົບຮົມ, ກອງປະຊຸມການສໍາມະນາສາກົນ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກຳຢາເສບຕິດ ໂດຍ UNODC ຈັດຕັ້ງ.

ຫອມມາລາ

ເຫດການ
302 Found

Found

The document has moved here.