ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ

08:31 | 31/05/2023

ຍສໝ - ກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ມີການພົວພັນຮ່ວມມືແໜ້ນແຟ້ນ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ ຍູ້ແຮງການຮ່ວມມືດ້ານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ປະດິດສ້າງລະຫວ່າງ ຫວຽດນາມ ແລະ ລາວ
ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່ ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ

ຕອນບ່າຍວັນທີ 29 ພຶດສະພາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນໃນການຕ້ອນຮັບທ່ານ ບໍວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານລາວ, ພ້ອມກັບຄະນະປະຕິບັດງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຫວັງວ່າ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ສື່ສານລາວຈະຕັ້ງໜ້າຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຊີ ເພື່ອໃຫ້ສອງປະເທດ ພ້ອມກັນປະຕິບັດການພັດທະນາຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ ໃນໄລຍະໄວທີ່ສຸດ. ພ້ອມກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນການບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດຫັນເປັນດີຈີຕອນ.

ສ່ວນທ່ານລັດຖະມົນຕີ ບໍແສງຄຳ ວົງດາລາ ໃຫ້ຮູ້ວ່າ: ກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ມີການພົວພັນຮ່ວມມືແໜ້ນແຟ້ນ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບຫຼາຍຂະແໜງການອື່ນໆຂອງ ຫວຽດນາມ; ຜ່ານນັ້ນກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.