ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD

10:41 | 02/05/2023

ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ

ດ່າ​ນັ້ງ ປະ​ກາດຫຼາຍ​ວັນ​ບຸນ, ເຫດ​ການ​ ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ດູ​ຮ້ອນ ດ່າ​ນັ້ງ ປະ​ກາດຫຼາຍ​ວັນ​ບຸນ, ເຫດ​ການ​ ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ດູ​ຮ້ອນ
ໂຍະ​ຍານ​ນະ​ໂຍ​ບາຍ​ວີ​ຊາ: ກາ​ລະ​ໂອ​ກາດ​ຄຳ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ໂຍະ​ຍານ​ນະ​ໂຍ​ບາຍ​ວີ​ຊາ: ກາ​ລະ​ໂອ​ກາດ​ຄຳ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ, ສູງທີ່ສຸດນັບແຕ່ຕົ້ນປີ ມາຮອດປັດຈຸບັນ ແລະ ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ກັບເດືອນ ມີນາ. ຈຳນວນແຂກທ່ອງທ່ຽວພາຍໃນປະເທດຄາດວ່າບັນລຸ 10,5 ລ້ານເທື່ອຄົນ. ໄລ່ລວມໃນເດືອນເມສາ ຜ່ານມາ, ການທ່ອງທ່ຽວ ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວເກືອບ 3,7 ລ້ານ ເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 38 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວຄາດວ່າບັນລຸ 196,6 ພັນຕື້ດົ່ງ (ປະມານ 8,4 ຕື້ USD).

ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD

ຫວຽດ​ນາມ: ລາຍ​ຮັບ​ຈາກ​ຂະ​ແຫນງ​ທ່ອງ​ທ່ຽວ​ບັນ​ລຸ​ກ່​ວາ 8 ຕື້ USD

​ໃນ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ເກືອບ 3,7 ລ້ານ​ເທື່ອ​ຄົນ​ມາ​ຫວຽດນາມ ​ໃນ 4 ​ເດືອນ​ຜ່ານ​ມາ, ການ​ມາ​ໂດຍ​ທາງ​ອາກາດ​ຍັງ​ບັນລຸ​ລະດັບ​ສູງ​ສຸດ, ກວມ​ເອົາ 88,7%; ນັກທ່ອງທ່ຽວເຂົ້າມາທາງບົກ ກວມເອົາ 10,1% ແລະ ທາງທະເລ ກວມເອົາ 1,2%.

ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດຈັດສົ່ງແຂກທ່ອງທ່ຽວມາ ຫວຽດນາມ ຫຼາຍທີ່ສຸດໃນ 4 ເດືອນຜ່ານມາ, ບັນລຸ 1 ລ້ານເທື່ອຄົນ, ຖັດຈາກນັ້ນແມ່ນ ອາເມລິກາ ດ້ວຍ 260.000 ເທື່ອຄົນ, ໃນຂະນະນັ້ນ ຈີນ ບືນຕົວຂຶ້ນຢືນອັນດັບທີ 3 ດ້ວຍ 252.000 ເທື່ອຄົນ. ແຂກທ່ອງທ່ຽວເດີນທາງມາດ້ວຍທາງອາກາດກວມເອົາສ່ວນຫຼາຍ (88,7%)

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.