​ຈຸດ​ວັດ​ທະ​ນະ​ທຳມູນ​ເຊື້ອ​ທີ່​ພົ້ນ​ເດັ່ນຂອງ​ຫວຽດ​ນາມ ໃນ​ວັນ​ບຸນ​ບັນ​ດາ​ເຜົ່າ​ຢູ່ ອີ​ຕາ​ລີ

10:41 | 12/05/2023

ຍ​ສໝ - ທີ່​ວັນ​ບຸນ​ປີ​ນີ້, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ໄດ້​ນຳມາເຊິ່ງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາດທີ່​ພົ້ນ​ເດັ່ນ, ຜ່ານ​ນັ້ນ​ ກໍ່ແນະ​ນຳ​ພາບ​ພົດ​ທີ່​ສວຍ​ງາມ ແລະ ມີ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ເທດ ຫວຽດ​ນາມ ຕໍ່​ເພື່ອນ​ມິດ​ສາ​ກົນ.

ຂີດ​ໝາຍ​ອາ​ຫານກ​ານ​ກິນ​ທີ່​ພົ້ນ​ເດັ່ນ​ຂອງ​ເຂົ້າ​ຈີ່ ຫວຽດ​ນາມ ຂີດ​ໝາຍ​ອາ​ຫານກ​ານ​ກິນ​ທີ່​ພົ້ນ​ເດັ່ນ​ຂອງ​ເຂົ້າ​ຈີ່ ຫວຽດ​ນາມ
ຫວຽດ​ນາມ ເຂົ້າ​ຮ່ວມ ວັນ​ບຸນ Carnaval ທີ່​ເປັນ​ມູນ​ເຊື້ອ​ຂອງ ເວ​ເນ​ຊູ​ເອ​ລາ ຫວຽດ​ນາມ ເຂົ້າ​ຮ່ວມ ວັນ​ບຸນ Carnaval ທີ່​ເປັນ​ມູນ​ເຊື້ອ​ຂອງ ເວ​ເນ​ຊູ​ເອ​ລາ
​ຈຸດ​ວັດ​ທະ​ນະ​ທຳມູນ​ເຊື້ອ​ທີ່​ພົ້ນ​ເດັ່ນຂອງ​ຫວຽດ​ນາມ ໃນ​ວັນ​ບຸນ​ບັນ​ດາ​ເຜົ່າ​ຢູ່ ອີ​ຕາ​ລີ
ພາບ​ປະ​ກອບ: TTXVN

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ແລ້ວ, ວັນ​ບຸນບັ​ນ​ດາ​ເຜົ່າ, ເຫດ​ການ​ໄດ້​ຮັບ​ການ​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ໂດຍ​ເມືອງ Borgomanero ຂຶ້ນ​ກັບ​ເຂດ Piemonte ຂອງ​ອີ​ຕາ​ລີ ອຸ​ປະ​ຖຳ​​ໃນ​ກາງ​ເດືອນ ພຶດ​ສະ​ພາ​ຂອງ​ທຸກ​ປີ, ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ ແລະ ພົບ​ປະ​ແລກ​ປ່ຽນ ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຄົມ​ທີ່​ມາ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ.

ທີ່​ວັນ​ບຸນ​ປີ​ນີ້, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ໄດ້​ນຳມາເຊິ່ງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ຊາດທີ່​ພົ້ນ​ເດັ່ນ, ຜ່ານ​ນັ້ນ​ ກໍ່ແນະ​ນຳ​ພາບ​ພົດ​ທີ່​ສວຍ​ງາມ ແລະ ມີ​ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ເທດ ຫວຽດ​ນາມ ຕໍ່​ເພື່ອນ​ມິດ​ສາ​ກົນ.

ໃນ​ເຂດ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ມີ​ກູບທີ່​ມີຫຼາຍ​ຂະ​ໜາດ, ໄດ້​ຮັບ​ການ​ສັບ​ຊ້ອນ​ຢ່າງ​ລະ​ມັດ​ລະ​ວັງ ແລະ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ພົ້ນ​ເດັ່ນ ເຊິ່ງ​ເຮັດ​ໃຫ້​ບັນ​ດາ​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ. ພ້ອມ​ກັນ​ນັ້ນ, ບັນ​ຍາ​ກາດ​ແນະ​ນຳ​ການ​ຂຽວ​ຕົວ​ໜັງ​ສື​ຫວຽດ​ເດີມ​ກໍ່​ດຶງ​ດູດ​ຊາວ​ໜຸ່ມ​ຈາກຫຼາຍ​ປະ​ເທດ ມາ​ຄົ້ນ​ຫາ ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ດ້ວຍ​ສິ​ລະ​ປະ​ທີ່​ໃໝ່​ອ່ຽມ​ນີ້. ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼາຍ​ທີ່ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ ກໍ່​ຮູ້​ສຶກ​ປະ​ທັບ​ໃຈ​ເປັນ​ພິ​ເສດ ແລະ ໄດ້ເຊຍລາຍ​ການ​ສະ​ແດງ​ຊຸດ​ເສື້ອ​ຍາວ, ການ​ຟ້ອນ​ສິງ​ໂຕ, ຟ້ອນ​ກູບ ແລະ ບັນ​ດາ​ລາຍ​ການ​ສະ​ແດງມວຍພື້ນ​ເມືອງຢ່າງສຸດໃຈ.

ໂດຍຕີ​ລາ​ຄາ ແລະ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ, ທ່ານ Sergio Vercelli ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ເຫດ​ການ​ໃຫ້​ຮູ້​ວ່າ ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ວັນ​ບຸນ​ຄັ້ງ​ນີ້. ໃນນັ້ນ​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ກ້​ວາງ​ຂວາງ​ກັບ​ຊາວ​ຫວຽດ​ນາມຫຼາຍ​ຄົນທີ່​ອາ​ໄສ​ຢູ່​ອີ​ຕາ​ລີ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ປະ​ກອບ​ສ່ວນ ແລະ ບັນ​ດາ​ລາຍ​ກາ​ນສະ​ແດງ​ທີ່​ພົນ​ເດັ່ນ​ເຊິ່ງ​ພວກ​ເພື່ອນ​ໄດ້ນຳມາ​ສະ​ແດງ​ຢູ່​ວັນ​ບຸນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.