ຂີດ​ໝາຍ​ອາ​ຫານກ​ານ​ກິນ​ທີ່​ພົ້ນ​ເດັ່ນ​ຂອງ​ເຂົ້າ​ຈີ່ ຫວຽດ​ນາມ

05:00 | 21/03/2023

ຍ​ສ​ໝ - "ລາຄາຖືກ, ໄວ ແລະ ແຊບ", ທັງ​ສາມ​ປັດ​ໄຈ​ດັ່ງ​ກ່າວ​ລ້ວນ​ແຕ່​ມີ​ຢູ່​ໃນ​ເຂົ້າ​ຈີ່​ຂອງ ຫວຽດ​ນາມ. ແຕ່​ດົນ​ນານ​ມາ​ແລ້ວ, ເຂົ້າ​ຈີ່ ຫວຽດ​ນາມ ໄດ້​ກາຍ​ເປັນ​ເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ
10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022 10 ຜົນ​ງານ​ພົ້ນ​ເດັ່ນ​ຂອງ VUFO ໃນ​ປີ 2022

ເຂົ້າ​ຈີ່​ ບໍ່​ພຽງ​ແຕ່​ແມ່ນ​ເຍື່ອງ​ອາ​ຫານ​ເທົ່າ​ນັ້ນ, ເຊິ່ງ​ຊ້ອນ​ແຝງ​ພາຍ​ໃນ​ນັ້ນ​ແມ່ນ​ສິ່ງຍອດ​ຍິ່ງ​ຂອງ​ອາ​ຫານ​ການ​ກິນ​ທີ່​ມີ​ລັກ​ສະ​ນະ​ສະ​ເພາະ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີມສີສັນອາ​ຫານ​ການ​ກິນ​ຫວຽດ​ນາມ ໃຫ້ພົ້ນ​ເດັ່ນ​ກ່​ວາ​ອີກ​ໃນ​ແຜນ​ທີ່​ອາ​ຫານ​ໂລກ.

"ລາຄາຖືກ, ໄວ ແລະ ແຊບ", ທັງ​ສາມ​ປັດ​ໄຈ​ດັ່ງ​ກ່າວ ​ລ້ວນ​ແຕ່​ມີ​ຢູ່​ໃນ​ເຂົ້າ​ຈີ່​ຂອງ ຫວຽດ​ນາມ. ແຕ່​ດົນ​ນານ​ມາ​ແລ້ວ, ເຂົ້າ​ຈີ່ ຫວຽດ​ນາມ ໄດ້​ກາຍ​ເປັນ​ເຍື່ອງ​ອາ​ຫານ​ທີ່​ລຶ້ງ​ເຄີຍ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ສາ​ກົນ.

ພາບ​ປະ​ກອບ
ພາບ​ປະ​ກອບ

ມີ​ແຕ່ 20.000 - 30.000​ ​ດົ່ງ, ພວກ​ເຮົາ​ກໍ່​ມີ​​ເຂົ້າ​ຈີ່​ທີ່​ແຊ​ບ​ ແລະ ເຕັມ​ໄປ​ດ້ວຍ​ທາດ​ບຳ​ລຸງ. ເຍື່ອງ​ອາ​ຫານ​ນີ້​ມີ​ຄວາມ​ສະ​ດວກ​ໃນ​ການພົກພາເມື່ອ​ເດີນ​ທາງ. ເພາະ​ສະ​ນັ້ນ, ເຂົ້າ​ຈີ່​ກາຍ​ເປັນ​ເຍື່ອງ​ອາ​ຫານ​ທີ່​ຢູ່​ບໍ່​ວ່າ​ຖະ​ໜົນ​ຫົນ​ທາງ​ໃດ​ຂອງ​ຮ່າ​ໂນ້ຍ ພວກ​ເຮົາ​ກໍ່​ສາ​ມາດ​ຄົ້ນ​ຫາ​ຮ້ານ​ຂາຍ​ເຂົ້າ​ຈີ່​ໄດ້ຢ່າງ​ງ່າຍ​ດາຍ.

ທັງ​ແບບ​ເກົ່າ ແລະ ແບບ​ໃໝ່, ເຂົ້າ​ຈີ່ ຫວຽດ​ນາມ ລ້ວນ​ແຕ່​ໄດ້​ຮັບ​ການ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ພາ​ຍ​ໃນ​ປະ​ເທດ ກໍ່​ຄື​ເພື່ອນ​ມິດ​ສາ​ກົນ​ເມື່ອ​ມາ​ຫວຽດ​ນາມ ທີ່​ສວຍ​ງາມ.

ດ້ວຍ​ມູນ​ຄ່າ​ທາງ​ດ້ານ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂົ້າ​ຈີ່, ຄາດ​ວ່າ​ໃນ​ລະ​ຫວ່າງວັນ​ທີ 30 ເດືອນ​ມີ​ນາ ຫາ​ວັນ​ທີ 2 ເມ​ສາ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ຈະ​ດຳ​ເນີນ​ວັນ​ບຸນ​ເຂົ້າ​ຕຈີ່​ທຳ​ອິດ​ຢູ່ ຫວຽດ​ນາມ ເຊິ່ງ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຮ້ານ​ອາ​ຫານ, ຮ້າ​ນ​ເຈົ້າ​ຈີ່, ນັກ​ສະ​ໜອງ​ທັງ​ຢູ່​ພາຍ​ໃນ​ແລະ ຕ່າງ​ປະ​ເທດ ກວ່າ 120 ແຫ່ງ. ຄະ​ນະ​ຈັດ​ຕັ້ງ​ກໍ່​ໄດ້​ສະ​ເໜີ ​ວັນ​ທີ 24 ມີ​ນາ ​ແມ່ນວັນເຂົ້າ​ຈີ່ ຫວຽດ​ນາມ, ສະ​ເຫຼີມ​ສະຫຼອງ​ວັນ ຄຳ​ວ່າ “banh my” ໄດ້ເອົາ​ລົງ​ໃນ​ວັດ​ຈະ​ນາ​ນູ​ກົມ Oxford./.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.