ພະຍາຍາມນຳການພົວພັນ ຫວຽດນາມ - ລາຊະອານາຈັກ ອັງກິດ ໃຫ້ນັບມື້ນັບພັດທະນາ

02:18 | 29/04/2023

ຍສໝ - ຕອນເຊົ້າວັນທີ 28 ເມສາ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ Iain Frew.

ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ລາຊະອານາຈັກ ກຳປູເຈຍ
ສະມາຄົມຊາວຫວຽດນາມ ຢູ່ ລາຊະອານາຈັກ ອັງກິດ ສະໜັບສະໜູນຜ້າອັດປາກ ແລະ ຖົງມື ໃຫ້ແກ່ອົງການສາທາລະລະສຸກ NHS ສະມາຄົມຊາວຫວຽດນາມ ຢູ່ ລາຊະອານາຈັກ ອັງກິດ ສະໜັບສະໜູນຜ້າອັດປາກ ແລະ ຖົງມື ໃຫ້ແກ່ອົງການສາທາລະລະສຸກ NHS

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແຈ້ງໃຫ້ຊາບວ່າ ໂດຍໄດ້ຮັບຄຳເຊື້ອເຊືອຂອງລາຊະອານາຈັກ ອັງກິດ, ທ່ານຈະເຂົ້າຮ່ວມພິທີຄອງລາດຂອງເຈົ້າຊີວິດ Charles III ຢູ່ ອັງກິດ.

ພະຍາຍາມນຳການພົວພັນ ຫວຽດນາມ - ລາຊະອານາຈັກ ອັງກິດ ໃຫ້ນັບມື້ນັບພັດທະນາ

ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ ອັງກິດ ສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານການແພດ, ພັດທະນາອຸດສາຫະກຳການຢາ, ໜູນຊ່ວຍ ຫວຽດນາມ ສ້າງລະບົບສາທາລະນະສຸກມີຄວາມສາມາດທົນທານສູງ. ທ່ານປະທານປະເທດຖືວ່າ, 2 ຝ່າຍຄວນຍູ້ແຮງການພົວພັນຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງໃຫ້ຫຼາຍກວ່າອີກ; ພ້ອມທັງ, ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຊຸກຍູ້ວິສາຫະກິດ ອັງກິດ ເອົາໃຈໃສ່ລົງທຶນເຂົ້າ ຫວຽດນາມ ຫຼາຍກວ່າ, ໂດຍສະເພາະແມ່ນໃນບັນດາຂົງເຂດ, ຄື: ການເຕີບໂຕສີຂຽວ, ການຫັນເປັນດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາບຳລຸງສ້າງ, ສາທາລະນະສຸກ… ເນື່ອງໃນໂອກາດນີ້, ທ່ານປະທານປະເທດໄດ້ອວຍພອນ ອັງກິດ ສຳເລັດການເຈລະຈາເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມື - ຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ທ່ານເຊື່ອໝັ້ນວ່າ ນີ້ຈະແມ່ນປະຖົມປັດໃຈສຳຄັນເພື່ອໃຫ້ 2 ປະເທດຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ຊຸກຍູ້ການເຊື່ອມຕໍ່ເສດຖະກິດ.

ສ່ວນທ່ານເອກອັກຄະລັດຖະທູດ Iain Frew ເຊື່ອໝັ້ນວ່າ ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ຮອບດ້ານກວ່າໃນອະນາຄົດ, ດ້ວຍຈຸດສຸມແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.