ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ

16:41 | 20/10/2018

​ໃນ​ວັນ​ທີ 19 ຕຸລາ 2018 ທີ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ມີ​ພິທີເປີດສູນການຮຽນຮູ້ ວີ​ເອັຟ (VF) ຈໍາກັດຜູ້ດຽວ ບ້ານ​ໜອງດ້ວງທົ່ງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນ ຫລວງ​ວຽງຈັນ ​​ເຊິ່ງເປັນສູນທໍາອິດໃນ ສປປ ລາວ ເພື່ອພັດທະນາ ທັກສະ ແລະ ຮຽນຮູ້ວິຊາວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ(STEM) ດ້ວຍວິທີການສອນທີ່ທັນສະໄໝ ແລະ ກຽມຄວາມພ້ອມໃຫ້ເດັກ​ນ້ອຍ​ລາວ ​ໄດ້ຄົ້ນພົບວິຊາຊີບ ທີ່ຕົນເອງ ມັກໃນອານາຄົດ.

ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ

ບັນຍາກກາດທີ່ກອງປະຊຸມກ (ພາບ: ອ່າຍຄຳ)

ທ່ານນາງ ສຸກຖະວອນ ວົງສະຫວັນ ຜູ້ອໍານວຍການ ສູນການຮຽນຮູ້ VF ຈໍາກັດຜູ້ດຽວ​ໄດ້​ກ່າວ​ວ່າ: ສູນການຮຽນຮູ້ ວີເອຟ ໄດ້ນຳເອົາຫລັກກສູດກ່ຽວກັບເຕັກໂນໂລຊີ ຫຸ່ນຍົນ (Robotic) ເຂົ້າມາສິດສອນ ແລະ ຝຶກອົບຮົມການ ປະຕິບັດຕົວຈິງຢູ່ ສປປ ລາວ ເພື່ອສ້າງການຮຽນຮູ້ທາງດ້ານເຕັກໂນໂລຊີຫຸ່ນຍົນ, ປູກຈິດສຳນຶກໃຫ້ກັບນັກຮຽນ, ນັກສຶກສາໄວໜຸ່ມ ໃນການພັດທະນາລະບົບເຕັກໂນໂລຊີ ຫຸ່ນຍົນ, ເຮັດໃຫ້ນັກຮຽນຮູ້ຈັກກັບກົນໄກ, ການແກ້ ໄຂບັນຫາຕ່າງໆ ກ່ຽວກັບລະບົບຫຸ່ນຍົນ ແລະ ສ້າງຈິນຕະນະການໃຫ້ກັບນັກຮຽນ ໃນການສ້າງຫົນຍຸ່ນ ເຊິ່ງເຕັກໂນໂລຊີຫຸ່ນຍົນ ກໍເປັນໜຶ່ງໃນເຕັກໂນໂລຊີທີ່ຢູ່ໃນ ຍຸກອຸດສາຫະກໍາ 4.0, ສູນດັ່ງກ່າວຍັງ​ໄດ້ມອບທຶນຝຶກອົບຮົມ ກ່ຽວກັບ ຫລັກສູດ STEM ຈໍານວນ 20 ທຶນແກ່ນັກຮຽນ ທີ່​ເຂົ້າ​ຮ່ວມ​ງານ​ເປີດ​ສູນ​ຄັ້ງ​ນີ້.

ສູນການຮຽນຮູູ້ VF ຈໍາກັດຜູ້ດຽວ ແມ່ນສູນການຮຽນຮູ້ແບບໃໝ່ໃຫ້ແກ່ເດັກນ້ອຍ ໂດຍນໍາເອົາແນວທາງການຮຽນຮູ້ທີ່ສາມາດ ເຊື່ອມໂຍງຄວາມຮູ້ທາງດ້ານ STEM ລວມເຂົ້າເປັນອັນໜຶ່ງອັນດຽວກັນ ເພື່ອໃຫ້ເດັກນ້ອຍໄດ້ຮຽນຮູ້ວິ ຊາເຫລົ່ານີ້ ໂດຍຜ່ານການສ້າງຫຸ່ນຍົນ ​ເຊິ່ງເປັນສູນທໍາອິດໃນ ສປປ ລາວ. STEM ມີຫລັກສູດການຝຶກອົບຮົມໃນ 4 ລະດັບຄື ລະດັບຊັ້ນອະນຸບານ, ປະຖົມ, ມັດທະຍົມ ແລະ ມະຫາວິທະຍາໄລ. ທັງ 4 ຫລັກສູດນີ້ ສາມາດເຊື່ອມສານເຂົ້າ ໃນຫລັກສູນການຮຽນ-ການສອນ ໃນໂຮງຮຽນຕາມຄວາມເໝາະສົມ.

ໃນໂອກາດດຽວກັນ, ໄດ້ມີພິທີເຊັນສັນຍາຮ່ວມ​ມື​ກັນ ລະຫວ່າງ ທ່ານ ນາງ ສຸກຖະວອນ ວົງສະຫວັນ ຜູ້ອໍານວຍການ ສູນການຮຽນຮູ້ VF ຈໍາກັດຜູ້ດຽວ, ທ່ານ ​ແຮຣີ ​ໂຣ ຜູ້ກໍ່ຕັ້ງ ແລະ ປະທານກຸ່ມບໍລິສັດ My Robot Time, ທ່ານ ຟິວລິບ ຕັນ ຜູ້​ບໍລິຫານ​ຂອງກຸ່ມບໍລິສັດ My Robot Time.

(ແຫຼ່ງ​ຂໍ້​ມູນ​: ມະນີ​ທອນ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.