ຫວຽດນາມ - ລັດເຊຍ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳ

15:32 | 06/10/2022

ຕອນບ່າຍວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Igor Krasnov ຫົວໜ້າອົງການໄອຍະການສະຫະພັນລັດເຊຍ ທີ່ພວມຢ້ຽມຢາມຫວຽດນາມ.

ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ
ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Igor Krasnov ຫົວໜ້າອົງການໄອຍະການສະຫະພັນລັດເຊຍ
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານ Igor Krasnov ຫົວໜ້າອົງການໄອຍະການສະຫະພັນລັດເຊຍ

ທີ່ການພົບປະ, ທ່ານ Igor Krasnov ເຊື່ອໝັ້ນວ່າ ບົນຈິດໃຈຮ່ວມມືຢ່າງເປັນປະຈຳ, ສອງຝ່າຍສືບຕໍ່ບັນລຸໄດ້ບັນດາຜົນງານໃນການປ້ອງກັນ ແລະ ຕ້ານອາດຊະຍາກຳ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ ຂອງແຕ່ລະປະເທດ ແລະ ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງການກໍ່ສ້າງແຜນແມ່ບົດ “ຍຸດທະສາດກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມຮອດປີ 2030, ກຳນົດທິດ ເຖິງປີ 2045”; ສະເໜີອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະ ອົງການໄອຍະການ. ສະຫະພັນລັດເຊຍ ສຸມໃສ່ຜັນຂະຫຍາຍການປະຕິບັດໂຄງການຮ່ວມມືຢ່າງມີປະສິດທິຜົນ ແທດເໝາະກັບສະພາບການໃໝ່; ສືບຕໍ່ຊຸກຍູ້ການຮ່ວມມື ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນໄປຢ້ຽມຢາມ, ເຮັດວຽກ ແລະ ສຶກສາຄົ້ນຄວ້າ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ແລກປ່ຽນຢ່າງທັນການ, ແບ່ງປັນຂໍ້ມູນຂາວສານກ່ຽວກັບສະພາບອາດຊະຍາກຳ, ຈາກນັ້ນ ກໍຍົກສູງປະສິດທິຜົນຂອງການປະສານງານໃນການຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳທາງອິນເຕີແນັດ.

ເຫດການ
302 Found

Found

The document has moved here.