ລັດຖະມົນຕີຕ່າງປະເທດລັດເຊຍ ມາຢ້ຽມຢາມຫວຽດນາມ

11:25 | 07/07/2022

ຕອນຄ່ຳວັນທີ 4 ກໍລະກົດ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຂ່າວວ່າ ທ່ານ Sergey Lavrov ລັດຖະມົນຕີຕ່າງປະເທດລັດເຊຍ ໄດ້ເດີນທາງມາຮອດຮ່າໂນ້ຍ ໃນວັນທີ 5 ກໍລະກົດ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນເວລາ 2 ວັນຕາມຄຳເຊີນຂອງທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ
ນາຍົກລັດຖະມົນຕີລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມຂອງທ່ານ Sergey Lavrov ໄດ້ດຳເນີນໃນສະພາບການ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ໃນເດືອນ ມີນາ ປີນີ້, ທ່ານ ບຸ່ຍແທັງເຊີນ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Sergey Lavrov.

ລັດຖະມົນຕີຕ່າງປະເທດລັດເຊຍ ມາຢ້ຽມຢາມຫວຽດນາມ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໃນການພົບປະກັບທ່ານ Sergey Lavrov ລັດຖະມົນຕີຕ່າງປະເທດລັດເຊຍ ຢູ່ມົດສະກູ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນການແລກປ່ຽນ, ທ່ານ Sergey Lavrov ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຢູ່ພາກພື້ນ ແລະໃນໂລກ; ແບ່ງປັນບັນດາການຜັນແປຫວ່າງມໍ່ໆມານີ້ກ່ຽວກັບສະພາບການປະທະກັນຢູ່ຢູແກຣນ; ທ່ານຢັ້ງຢືນວ່າ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍການຍົກຍ້າຍພົນລະເມືອງຫວຽດນາມ ອອກຈາກເຂດສົງຄາມ.

ທ້າຍປີ 2021, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງທຳອິດໃນຖານະຕຳແໜ່ງໃໝ່. ການພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຜ່ານການແລກປ່ຽນຄະນະຜູ້ແທນ ແລະການພົບປະສອງຝ່າຍຢູ່ທຸກຂັ້ນ. ວົງເງິນການຄ້າສອງຝ່າຍປີ 2021 ບັນລຸ 7,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 25% ເມື່ອທຽບໃສ່ປີ 2020. ປະຈຸບັນ, ລັດເຊຍ ມີ 151 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍທຶນຈົດທະບຽນທັງໝົດກວ່າ 950 ລ້ານໂດລາສະຫະລັດ

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.