ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023

16:21 | 05/01/2023

ຍສໝ - ບັນດາ​ຜູ້​ຊ່ຽວຊານທະ​ນາ​ຄານ OUB ​ເຊື່ອ​ວ່າ ການ​ເຕີບ​ໂຕ​ຢ່າງເຂັ້ມແຂງ​ໃນ​ປີ 2022 ​ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ຢືດ​ຢຸ່ນ ​ແລະ ຄວາມໝັ້ນໜຽວ​ຂອງ​ຫວຽດນາມ ພາຍຫຼັງ​ຜົນ​ເສຍ​ຫາຍ​ຈາກ​ໂລກ​ລະບາດ​ໂຄ​ວິດ-19.

ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ ໜັງສືພິມເຢຍລະມັນ: ຫວຽດນາມ ພັດທະນາໃນພື້ນຖານທີ່ໝັ້ນຄົງ
ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ

ບັນດາຜູ້ຊ່ຽວຊານທະ​ນາ​ຄານ UOB ໃຫ້ຮູ້ວ່າ: ການ​ເຕີບ​ໂຕ​ຢ່າງເຂັ້ມແຂງ​ໃນ​ປີ 2022 ​ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ຢືດ​ຢຸ່ນ ​ແລະ ຄວາມໜຽວແໜ້ນ​ຂອງ​ຫວຽດນາມ ພາຍຫຼັງ​ຜົນ​ເສຍ​ຫາຍ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ໂດຍສະເພາະແມ່ນໃນທ້າຍປີ 2021, ສ່ວນຫຼາຍແມ່ນອີງໃສ່ຂົງເຂດເສດຖະກິດທີ່ຫຼາກຫຼາຍໃນຂະແໜງອຸດສາຫະກຳການຜະລິດ ແລະ ການບໍລິການ.

ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023

ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023. (ພາບ: vietnamplus)

“ທະນາຄານ​ແຫ່ງ​ລັດ​ຫວຽດນາມ ກໍ​ໄດ້​ຮັດ​ແໜ້ນ​ນະ​ໂຍບາຍ​ເພື່ອ​ຮັບ​ມື​ກັບ​ຄວາມ​ກົດ​ດັນ​ຂອງ​ໄພ​ເງິນ​ເຟີ້ ​ແລະ ​ເງິນ​ດົງ​ອ່ອນຄ່າ, ​ເຖິງ​ແມ່ນ​ວ່າ ​ຄວາມ​ຕ້ອງການ​ພາຍ​ໃນປະເທດ ໃນ​ປີ 2023 ຈະ​ນຳ​ໜ້າ​ການ​ເຕີບ​ໂຕ​ຂອງ​ລາຍ​ຮັບ ​ແລະ ​ແງ່​ຫວັງ​ດຳ​ເນີນ​ທຸລະ​ກິດໄດ້ຮັບການປັບປຸງ. ດັ່ງນັ້ນ, ພວກເຮົາຮັກສາການຄາດຄະເນການເຕີບໂຕ GDP ຂອງຫວຽດນາມສໍາລັບປີ 2023 ຢູ່ລະດັບ 6,6%, ເຊິ່ງແທດເໝາະກັບການຄາດຄະເນຢ່າງເປັນທາງການແມ່ນ 6,5%", ນັກຊ່ຽວຊານ UOB ເນັ້ນໜັກ.

ກໍຕາມບົດລາຍງານຂອງທະນາຄານ UOB, ດ້ວຍອັດຕາເງິນເຟີ້ອາດຈະຍັງຮັກສາເປັນປົກກະຕິ, ໂດຍສະເພາະໃນເຄິ່ງທໍາອິດຂອງປີ 2023, ທະນາຄານແຫ່ງລັດຄາດວ່າ ຈະດຸ່ນດ່ຽງນະໂຍບາຍເງິນຕາ ເພື່ອຫນູນຊ່ວຍການເຕີບໂຕ, ພ້ອມກັນນັ້ນ ກໍຮັກສາສະຖຽນລະພາບຂອງລາຄາ ແລະ ຮັບປະກັນຄວາມປອດໄພຂອງການເຄື່ອນໄຫວຂອງທະນາຄານ.

​ທວນ​ຄືນ​ໝາກຜົນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃນ​ປີ 2022, ບັນດາ​ນັກ​ຊ່ຽວຊານ UOB ຕີ​ລາຄາ​ວ່າ: ການ​ເຕີບ​ໂຕ GDP ​ຕົວ​ຈິງ​ຂອງ​ຫວຽດນາມ ​ໃນ​ໄຕ​ມາດ​ທີ 4 ປີ 2022 ບັນລຸ 5,92% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງປີກາຍ ​ເນື່ອງ​ຈາກ​ມີ​ສັນຍານຫຼຸດ​ລົງ​ຂອງ​ຄວາມ​ຕ້ອງການ​ຈາກ​ພາຍ​ນອກ, ພາຍຫຼັງ​ການ​ເພີ່ມ​ຂຶ້ນ​ຢ່າງ​ແຮງ 13,67% ໃນໄຕ​ມາດ​ທີ 3 ຜ່ານ​ມາ.

ຂະ​ແໜງ​ການ​ຜະ​ລິດທັງ​ໝົດລ້ວນແຕ່​ເຕີບ​ໂຕ​ດີ​ໃນ​ປີນີ້, ພິ​ເສດ​ແມ່ນ: ກະ​ສິ​ກຳ​ເພີ່ມ​ຂຶ້ນ 3,36%/ປີ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ​ເພີ່ມ​ຂຶ້ນ 7,78% ແລະ ຂະ​ແໜງ​ການ​ບໍ​ລິ​ການ​ເພີ່ມ​ຂຶ້ນ 9,99%. ອີງຕາມກົມໃຫຍ່ສະຖິຕິ, ບັນດາຂະ​ແໜງ​ການເຫຼົ່ານີ້ ໄດ້ປະກອບສ່ວນ 5,11%, 38,24% ແລະ 56,65% ຕາມລໍາດັບເຂົ້າໃນການເຕີບໂຕລວມ; ຍອດ​ປະລິມານການຜະລິດ​ທັງ​ໝົດ​ຂອງ​ປີ 2022 ໄດ້ເພີ່ມ​ຂຶ້ນ 8,10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021, ໂດຍ​ໄດ້​ຮັບ​ການຊຸກຍູ້ຍ້ອນຄວາມ​ຕ້ອງ​ການ​ຈາກ​ພາຍ​ນອກ​ຢ່າງ​ແຮງ, ເພີ່ມ​ຂຶ້ນ 6,37% ໃນ​ປີ 2021.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.