ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ

13:18 | 04/02/2020

ກະຊວງການເງິນ ໄດ້​ເປີດການນໍາໃຊ້ລະບົບເອເລັກໂຕຣນິກ ບໍ53 ເຂົ້າໃນຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ (Easy Pass), ນັບທັງລະບົບຄຸ້ມຄອງ ພາຫະນະທ່ອງທ່ຽວ ຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າ ຜ່ານ​ລະ​ບົບ​ທະ​ນາ​ຄານ​ພັດ​ທະ​ນາ​ລາວ (ທ​ພ​ລ) ຢູ່ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ໃນວັນທີ 30 ມັງກອນ 2020 ຫລັງຈາກກ່ອນນໜ້ານີ້ ໄດ້ເປີດນຳໃຊ້ລະບົບດັ່ງກ່າວ ຢູ່ ດ່ານສາກົນ ຂົວມິດຕະພາບ ລາວໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ.

ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ

ລັດ ຂະຫຍາຍການນໍາໃຊ້ລະບົບເອເລັກໂຕຣນິກ ຢູ່ດ່ານສາກົນ ຄຸ້ມຄອງລາຍຮັບ

ທັງນີ້, ​ເປັນການຫັນ ທັນສະໄໝ ເຂົ້າ​ໃນວຽກງານຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ຂອງລັດຖະບານ ເພື່ອຍົກລະ ດັບການບໍລິການພາກລັດ ແລະ ອໍານວຍຄວາມສະດວກ ໃຫ້ແກ່ຜູ້ໃຊ້ບໍລິການ, ນັກທ່ອງທ່ຽວ ແລະ ປະຊາຊົນໃນການຊໍາລະຄ່າທຳນຽມ-ຄ່າບໍລິການ ຜ່ານຊ່ອງທາງເຄື່ອງມືທີ່ທັນສະໄໝ ຜ່ານລະບົບທະນາຄານ.

ທ່ານ ສົມ​ບູນ ອິນ​​ທະ​ປັດ​ຖາ ຫົວໜ້າຫ້ອງການກະຊວງການເງິນ ກ່າວວ່າ: ເລີ່ມແຕ່ປີ 2018 ເປັນຕົ້ນມາ ໄດ້ພັດ ທະນາລະບົບຄຸ້ມຄອງ ຂໍ້ມູນຂ່າວສານລາຍຮັບ​ສ່ວຍສາອາກອນ (TAXRIS) ແລະ ເຊື່ອມຕໍ່ກັບບັນດາທະນາຄານ ທຸລະກິດ ທີ່ອໍານວຍຄວາມສະດວກແກ່ ການຊໍາລະພາສີ-ອາກອນ ຜ່ານທະນາຄານ (Easy Tax ແລະ Smart Tax) ແລະ ​ປັດຈຸບັນການເຊື່ອມຕໍ່ລະບົບດັ່ງກ່າວ ໄດ້ຍົກລະດັບຂຶ້ນເທື່ອລະກ້າວ ເພ່ືອຮັບຮອງການເຊື່ອມຕໍ່ຫາ 5 ທະນາຄານທຸລະກິດ ແລະ ເພີ່ມຊ່ອງທາງ ການຊໍາລະ ສໍາລັບຄ່າທຳນຽມທາງ-ອາກອນທີ່ດິນ ແລະ ໃນແຜນ ປີ 2020 ຈະໄດ້ເຊື່ອມຕໍ່ຫາລະບົບຊໍາລະສະສາງທຸລະກໍາຍ່ອຍ (ACH) ຂອງທະນາຄານແຫ່ງ ສປປ ລາວ ເພື່ອລວມສູນການເຊື່ອມຕໍ່ ຊໍາລະສະສາງທະນາຄານທຸລະກິດທັງໝົດ ໃນຂອບເຂດທົ່ວປະເທດ. ການຄຸ້ມຄອງວຽກງານການເງິນແຫ່ງລັດ ແມ່ນການຫັນໃຫ້ ໄປສູ່ທັນສະໄໝ ເປັນຍຸດທະສາດໜຶ່ງທີ່ສຳຄັນ ຂອງລັດຖະບານ ແລະ ໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ຈາກຄະນະນໍາກະຊວງການເງິນ ຊຶ່ງສະ ແດງອອກໃນການ ຮັບຮອງ ແຜນພັດທະນາວຽກງານການເງິນ ໃຫ້ເປັນທັນສະໄໝ ຂອງແຜນຍຸດທະສາດທີ 7 ວິໄສທັດຮອດປີ 2030 ເພື່ອເຮັດໃຫ້ການຄຸ້ມຄອງ ງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້.

ໃນໄລຍະຕໍ່ມາ, ກະ​ຊ​ວງ ການ​ເງິນ ໄດ້ຜັນຂະຫຍາຍການຄຸ້ມຄອງ ການເກັບລາຍຮັບພາສີ-ອາກອນ ແລະ ຄຸ້ມຄອງງົບປະມານແຫ່ງລັດ ແບບທັນສະໄໝ ໂດຍຮ່ວມມືກັບ ທ​ພ​ລ ພັດທະນາລະບົບ EasyPass ແລະ ບໍລິສັດ ຄໍາປະເສີດຄອມພິວເຕີ ຈໍາກັດ ຜູ້ດຽວ ພັດທະນາລະບົບຄຸ້ມຄອງ ພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າ ດ້ວຍລະບົບອີເລັກໂຕຣນິກ ບໍ53 ຊຶ່ງເປັນຈຸດເລີ່ມຕົ້ນ ໃນການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການລວມສູນການເກັບຄ່າທຳນຽມ, ຄ່າບໍລິການທາງ ດ້ານວິຊາການ ແລະ ກອງທຶນຂອງລັດ ໃນຂອບເຂດທົ່ວປະເທດ ແລະ​ທັງອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ນັກທ່ອງທ່ຽວເດີນທາງເຂົ້າ-ອອກ ສປປ ລາວ ໃນການຊໍາລະຜ່ານຊ່ອງທາງ ເຄື່ອງມືທີ່ທັນສະໄໝ ຜ່ານລະບົບທະນາຄານ.

ທ່ານ ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ ທ​ພ​ລ ໄດ້ໃຫ້​ເຫດ​ຜົນວ່າ: ການ​ເລີ່ມຕົ້ນສຳຫລວດຂໍ້ມູນ ດ້ວຍການຄົ້ນຄ້ວາ ແລະ ພັດທະນາລະບົບຕາມວັດ​ຖຸ​ປະ​ສົງ ຂອງກະຊວງການເງິນ ມີເປົ້າໝາຍພັດທະນາ ໃຫ້ສາມາດລວມສູນຄ່າທຳນຽມ ແລະ ຄ່າບໍລິການ ຢູ່ດ່ານສາກົນ ທີ່ສາມາດຕິດຕາມລາຍຮັບ ງົບປະມານໄດ້ຕະຫລອດ 24 ຊົ່ວໂມງ ຜ່ານຄອມພີວເຕີ ແລະ ໂທລະສັບມືຖື. ຜ່ານການທົດລອງ 7 ເດືອນຜ່ານ​ມາ ມີຫລາຍ​ອັນ​ພົ້ນເດັ່ນ​​ ໃນການເກັບລາຍຮັບ ເຂົ້າງົບປະມານສູນກາງ ມີລັກສະນະເພີ່ມຂຶ້ນ ໃນແຕ່ລະເດືອນ ແລະ ຈຸດເດັ່ນທີ່ສຳຄັນ ໃນການພັດທະນາລະບົບ Easy Pass ກໍແມ່ນສປປ ລາວ ​ເປັນປະເທດ​ໃນ​ແຖວ​ໜ້າຂອງໂລກ ທີ່ສາມາດຊຳລະ ຄ່າທຳນຽມວິຊາກັບດ່ານ ແບບບໍ່​ໃຊ້ເງິນສົດດ້ວຍລະບົບ ແອັບ AliPay ຊຶ່ງເປັນ Application ຍອດນິຍົມທີ່ສຸດຂອງປະຊາຊົນຈີນ.

ເພື່ອສະໜອງແຜນຍຸດທະຍາດ ຫັນເປັນທັນສະໄໝ ໃນການເກັບຄ່າທຳນຽມ ແລະ ຄ່າບໍລິການຢູ່ດ່ານສາກົນ Easy Pass, ທ​ພ​ລ ມີແຜນພັດທະນາລະບົບ ໃນໄລຍະທີ 2 ​ໂດຍ​ຈະສູ້ຊົນ ໃຫ້ສຳເລັດພາຍໃນເດືອນເມສາ ປີ 2020​ ​ແລະ ​ອຳນວຍຄວາມສະດວກ ໃຫ້​ແກ່ການເດີນທາງດ້ວຍ ການນຳໃຊ້ຕູ້ KIOSK ເພື່ອຮອງຮັບ ການຮັບຊຳລະຄ່າທຳນຽມ ແລະ ຄ່າບໍລິການໃຫ້ຫລາຍຊ່ອງທາງ ​ເພື່ອຫລຸດຜ່ອນການນຳໃຊ້ເງິນສົດ ໂດຍການຊຳລະຜ່ານ LDB Trust, LDB Wallet ແລະ ການຮັບຊຳລະດ້ວຍບັດສາກົນ ມີບັດ VISA, MASTER ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.