ສອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ-ຫວຽດ​ນາມ ເຫັນ​ດີ​ປະ​ຕິ​ບັດ​ແຜ​ນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ

14:37 | 24/07/2019

ທ້າຍອາທິດທີ່ຜ່ານມາ, ທີ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ມີ​ການ​ພົບ​ປະ​ລະ​ຫວ່າງ ທ່ານ ເພັດ ພົມ​ພິ​ພັກ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ພ້ອມ​ດ້ວຍ​ຄະ​ນະ ແລະ ທ່ານ ມາຍ ຕ້ຽນ ຢຸ້ງ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ແຫ່ງ ສ​ສ. ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ.

ການ​ພົບ​ປະ​ດັ່ງ​ກ່າວ ແມ່ນເປັນໂອກາດອັນດີ ທີ່ສອ​ງ​ຫ້ອງວ່າ​ການລັດ​ຖະ​ບານ ລາວ-ຫວຽດ​ນາມ ຈະໄດ້ທົບທວນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ທິດທາງແຜນການຮ່ວມມື ຕາມທີ່ສອງຫ້ອງວ່າການ ໄດ້ລົງນາມຮ່ວມກັນ ຢູ່ນະຄອນຍາຈາງ, ແຂ້ງຮວ່າ ສສ ຫວຽດນາມ ໃນເດືອນ ຕຸລາ 2018 ແລະ ແລກປ່ຽນກ່ຽວກັບ ສະພາບການ ປະຕິບັດໜ້າທີ່ ຂອງສອງຫ້ອງວ່າການ ໃນການເປັນເສນາທິການໃຫ້ລັດຖະບານ ຂອງປະເທດຕົນ.

ສອງ​ຫ້ອງວ່າ​ການ​ລັດ​ຖະ​ບານ ລາວ-ຫວຽດ​ນາມ ເຫັນ​ດີ​ປະ​ຕິ​ບັດ​ແຜ​ນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ

ບັນຍາກາດກອງປະຊຸມ. (ພາບ ອ່າຍ​ຄຳ)

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ເພັດ ພົມ​ພິ​ພັກ ໄດ້​ກ່າວ​ວ່າ: ຜ່ານ​ການ​ປັບປຸງ ​ໂດຍ​ລວມກໍ​ເຫັນ​ວ່າ​ສາ ມາດ​ປັບປຸງ​ການ​ປະຕິບັດໜ້າວຽກງານ ຂອງ​ຫ້ອງ​ວ່າການ​ ສຳນັກງານ​ ນາຍົກລັດຖະມົນຕີ ​ໄດ້​ດີ​ຂຶ້ນກວ່າເກົ່າ. ເຖິງຢ່າງໃດກໍຕາມ, ຖ້າ​ທຽບ​ໃສ່​ ຄວາມ​ຮຽກຮ້ອງ ​ຕ້ອງການ ​ຂອງໜ້າທີ່​ວຽກງານ​ໃນຕໍ່ໜ້າ ກໍຍັງ​ເຫັນ​ວ່າ ບາງ​ວຽກຈຳນວນໜຶຶ່ງຕ້ອງ​ໄດ້​ສືບຕໍ່ປັບປຸງ ​ແລະ ຖອດ​ຖອນ​ບົດຮຽນ ກັບ​ຫ້ອງ​ວ່າການ​ລັດຖະບານ ຫວຽດນາມ ​ເປັນຕົ້ນ ກົນ​ໄກການຊຸກຍູ້ທ້ອງຖິ່ນ ໃຫ້ຈັດຕັ້ງປະຕິບັດວຽກງານຈຸດສຸມ ກໍຄື ການຕົກລົງຂອງລັດຖະບານ ເຖິງວ່າໄດ້ມີການຖອດຖອນບົດຮຽນຈາກຫວຽດນາມ ແລະ ໄດ້ຈັດຕັ້ງປະຕິບັດແລ້ວ ກໍເຫັນວ່າມີທ່າອ່ຽງດີຂຶ້ນ ແຕ່ກໍຍັງບໍ່ທັນສາມາດ ຕອບສະໜອງ ຕາມຄວາມຮຽກຮ້ອງ ຕ້ອງການຂອງຂັ້ນເທິງ ເທົ່າທີ່ຄວນ; ການພັດທະນາບຸກຄະລາກອນພາຍໃນ ຫສນຍ ເຖິງວ່າໄດ້ມີການກໍ່ສ້າງ, ບໍາລຸງ ແລະ ແລກປ່ຽນບົດຮຽນກັບ ຫລບ ຫວຽດນາມ ແຕ່ເຫັນວ່າພະນັກງານ ທີ່ມີຄວາມຊ່ຽວຊານ ແມ່ນຍັງມີຈຳກັດ; ການເປັນເສນາທິການ ແລະ ການປະສານງານ ບາງ​ຄັ້ງກໍ​ຍັງ​ບໍ່ທັນ​ກັບ​ສະພາບ​ການ ​ໂດຍ​ສະ​ເພາະ​ແມ່ນ​ການສະໜອງ ຂໍ້​ມູນ​ໃຫ້​ຂັ້ນ​ເທິງ; ເຄື່ອງມືທີ່ນໍາໃຊ້ເຂົ້າໃນ ກົງຈັກການບໍລິຫານລັດ ຍັງບໍ່ທັນສະໄໝ ແລະ ບໍ່ທັນພຽງ ພໍກັບຄວາມຕ້ອງການຕົວຈິງ, ຍັງບໍ່ທັນໄດ້ຮັບການປັບປຸງ ແລະ ນໍາໃຊ້ຢ່າງມີປະສິດທິພາບ, ຂາດບຸກຄະລາກອນ ທີ່ມີຄວາມສາມາດຄຸ້ມຄອງ-ນຳໃຊ້ລະບົບລັດຖະບານເອເລັກໂທຣນິກ.

ພ້ອມ​ນີ້, ທ່ານ ມາຍ ຕ້ຽນ ຢຸ້ງ ກໍໄດ້​ແຈ້ງໃຫ້​ຊາບ ກ່ຽວ​ກັບສະພາບ​ການ​ພັດທະນາ​ດສດຖະກິດ-ສັງ ຄົມ ​ໂດຍ​ຫຍໍ້ ​ຂອງ ສສ ຫວຽດນາມ ​ໃນ​ໄລຍະ 6 ​ເດືອນ​ຕົ້ນປີ 2019 ຊຶ່ງ​ເຫັນ​ວ່າ​​ເສດຖະກິດ-ສັງຄົມ ມີ​ການ​ຂະຫຍາຍຕົວ​ໃນ​ຈັງຫວະ​ທີ່​ດີ ​ແລະ ໜັກ​ແໜ້ນ. ທ່ານ ມາຍ ຕ້ຽນ ຢຸ້ງ ກໍ​ໄດ້​ທົບ​ທວນ​ຄືນກ່ຽວກັບ ​ການຊຸກຍູ້ການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ສອງຫ້ອງວ່າການ ຫວຽດ​ນາມ-ລາວ, ​ທີ່​ເປັນ​ການ​ປະ​ກອບ​ສ່ວນ​​ອັນ​ສຳ​ຄັນ ໃຫ້​ແກ່​ການ​ເພີ່ມ​ພຸ​ນຄູນ​ສ້າງ ​ແລະ ປະດັບ​ຄວາມ​ງົດ​ງາມ​ໃຫ້​ແກ່ສາ​ຍພົວພັນ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສະມັກຄີ​​ແບບຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ​ເວົ້າລວມ, ​ເວົ້າສະ​ເພາະ ສາຍ​ພົວພັນ ​ລະຫວ່າງ​ສອງ​ຫ້ອງ​ວ່າການ​ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ​ແລະ ກ້າວ​ໄປ​ສູ່​ລວງ​ເລິກ.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ ເຫັນດີເປັນເອກະກັນ ກ່ຽວກັບການຊຸກຍູ້ ການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃນຕໍ່ໜ້າ ແລະ ເຫັນດີວ່າ ສອງຫ້ອງວ່າການ ຈະປະສານສົມທົບ ກັນຢ່າງແໜ້ນແຟ້ນ ໃນການຕິດຕາມ ແລະ ຊຸກຍູ້ ບັນດາຂະແໜງການກ່ຽວຂ້ອງ ຂອງສອງປະເທດ ຈັດຕັ້ງປະຕິບັດ ​ທິດ​ຊີ້​ນໍາ​ຂອງສອງ​ກົມ​ການ​ເມືອງ, ສອງ​ລັດຖະບານ ​ແລະ ແຜນການ​ຮ່ວມ​ມືລາວ-ຫວຽດ ນາມ ​ໃນ​ປີ 2019 ​ໃຫ້​ມີ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ. ພ້ອມ​ນີ້, ສອງ​ຝ່າຍມີຄວາມເຊື່ອໝັ້ນວ່າສອງຫ້ອງວ່າການ ຈະພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືໃນໄລຍະປີ 2018-2020 ຢ່າງມີຜົນສຳເລັດ ແລະ ​ສະ​ເໜີນໍາ​ສະຫາຍ​ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານຫວຽດນາມ​ວ່າ ​ແຜນ​ຮ່ວມ​ມື​ໃນຕໍ່ໜ້າ ກໍ​ຍັງຈະ​ແມ່ນ​ຫ້ອງ​ວ່າການ​ ລັດຖະບານ ຫວຽດນາມ ​ເປັນ​ຜູ້​ຊ່ວຍ​ເຫ​ລືອ ​ແລະຖອດ​ຖອນ​ບົດຮຽນ​ໃຫ້​ຫ້ອງ​ວ່າການ​ ສນຍ ລາວ ​ເປັນ​ສ່ວນຫ​ລາຍ.

(ແຫຼ່ງ​ຂໍ້​ມູນ​: ສົມ​ຫວັງ/ຂປລ)

ເຫດການ
302 Found

Found

The document has moved here.