ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

11:10 | 19/05/2020

ຍສໝ - ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນສະແດງຄວາມເຄົາລົບນັບຖື, ພ້ອມທັງຢືນຢັນບົດບາດປະຫວັດສາດ ແລະ ບັນດາຄຸນຄ່າອັນຍິ່ງໃຫຍ່ຂອງແນວຄິດປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ, ກໍຄືບັນດາຄຸນຄ່າຂອງແນວຄິດ ປະທານ ໂຮ່ຈີມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກປະຈຸບັນ.

ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020 ຈັດຕັ້ງບັນດາລາຍການສິລະປະ ເພື່ອສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ
ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020 ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ປະເທດລາວ - ແຫ່ງເກັບຮັກສາຂີດໝາຍກ່ຽວກັບນ້ຳໃຈສາມັກຄີຫວຽດນາມ - ລາວ
ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020
ປະທານ ໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມສ້າງນໍ້າໃຈສາມັກຄີກ່ຽວກັບລັດທິສາກົນກໍາມາຊີບສັດຈະທຳ, ຊອກເຫັນບັນດາມາດຕະການຕໍ່ສູ້ປົດປ່ອຍມະນຸດ. (ພາບປະກອບ:BNG)

ເມື່ອແບ່ງປັນເລື່ອງລາວກ່ຽວກັບ ປະທານໂຮ່ຈີມິນ, ທ່ານເອກອັກຄະລັດຖະທູດອີຢິບ Moheb El Samra ຢືນຢັນວ່າ, ພາຍໃຕ້ການຊີ້ນຳນຳພາຂອງ ເພິ່ນ, ຊາດ ຫວຽດນາມ ໄດ້ສ້າງສິ່ງທີ່ມະຫັດສະຈັນຂຶ້ນ. “ປະທານໂຮ່ຈີມິນ ແມ່ນສັນຍາລັກແຫ່ງການລະດົມໃຈ ແລະ ມີຜົນສະທ້ອນຢ່າງໃຫຍ່ຫຼວງສຳລັບຂະບວນການປົດປ່ອຍຊາດຂອງບັນດາປະເທດອາຟະລິກາ, ອີຢິບ ພ້ອມກັບຊົນຊາດຕ່າງໆໃນໂລກ. ບໍ່ວ່າການຕໍ່ສູ້ປົດປ່ອຍໃດຂອງບັນດາຊົນຊາດຢູ່ອາຊີ, ກໍຄືໃນທົ່ວໂລກ, ໃນຄາວນັ້ນລ້ວນແຕ່ຖືເອົາຫວຽດນາມ - ປະທານ ໂຮ່ຈີມິນ ແມ່ນຄັນທຸງເພື່ອຕໍ່ສູ້ຍາດເອົາເອກະລາດ”.

ວັນທີ 16 ພຶດສະພາ 2020, ໜັງສືພິມເອເລັກໂຕນິກ ວາລະສານເຫດການ (the Event Magazine) ແລະໜັງສືພິມຄວາມຮູ້ກ້າວໜ້າ (Knowledge of Progess) ຂອງເອຢິບ ໄດ້ລົງບົດຂຽນເປັນພາສາອາຣັບ ຂອງນັກຂ່າວ Ahmed Hassan ດ້ວຍເນື້ອໃນຍ້ອງຍໍຊົມເຊີຍປະທານ ໂຮ່ຈີມິນ ແລະປະເທດຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020).

ໃນບົດຂຽນດ້ວຍຫົວຂໍ້ “ປະທານ ໂຮ່ຈີມິນ ແລະ ປະເທດເອຢິບ”, ນັກຂ່າວ Ahmed Hassan ໄດ້ສະແດງຄວາມຮັກແພງອັນຈິງໃຈ ແລະຄວາມນິຍົມອັນໃຫຍ່ຫຼວງສໍາລັບປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່, ເພິ່ນບໍ່ພຽງແຕ່ເປັນຜູ້ນໍາທີ່ດີເດັ່ນຂອງຫວຽດນາມເທົ່ານັ້ນ, ຫາກຍັງເປັນນັກຮົບກອມມູນິດສາກົນທີ່ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນທີ່ຖືກກົດຂີ່ຂູດຮີດໃນທົ່ວໂລກ.

ຢູ່ ອິນໂດເນເຊຍ, ກ່ອນນີ້ 60 ປີ, ທ່ານປະທານ ໂຮ່ຈີມິນ ໄດ້ທຳການຢ້ຽມຢາມຄັ້ງປະຫວັດສາດຢູ່ປະເທດນີ້, ໃນຮອບເວລາ 10 ວັນ. ການໄປຢ້ຽມຢາມນັ້ນ ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນທາງການທູດລະຫວ່າງ 2 ປະເທດຈົນມາຮອດປະຈຸບັນ. ທ່ານສາດສະດາຈານ, ປະລິນຍາເອກ Rina Indiastuti, ອະທິການບໍດີມະຫາວິທະຍາໄລ Padjadjaran, ຢູ່ນະຄອນ Bandung, ປະເທດອິນໂດເນເຊຍ, ແບ່ງປັນວ່າ.

“ໃນປະຫວັດສາດຂອງມະຫາວິທະຍາໄລ Padjadjaran, ວັນທີ 02 ມີນາ 1959, ປະທານ ໂຮ່ຈີມິນ ໄດ້ໄປນະຄອນ Bandung, ໄປຢ້ຽມຢາມມະຫາວິທະຍາໄລ Padjadjaran ແລະ ຮັບໃບປະກາດສະນິຍະບັດປະລິນຍາເອກກິຕິມະສັກຂະແໜງກົດໝາຍ. ອິນໂດເນເຊຍ ເວົ້າລວມ ແລະ ມະຫາວິທະຍາໄລ Padjadjaran ເວົ້າສະເພາະໄດ້ມີຄວາມເປັນກຽດພິເສດເມື່ອໄດ້ມອບນາມມະຍົດດັ່ງກ່າວໃຫ້ ປະທານ ໂຮ່ຈີມິນ ຍ້ອນໄດ້ຕໍ່ສູ້ເພື່ອເອກະລາດຂອງຫວຽດນາມ ແລະ ຍ້ອນມີການຊີ້ນຳນຳພາປະເທດຫວຽດນາມ ຈົນຮອດຍາມທີ່ຍາດໄດ້ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ”.

ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີ ແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ (19-5-1890/19-5-2020), ໜັງສືພິມ Ciudad Caracas ຂອງເວເນຊູເອລາ ໄດ້ລົງບົດຂຽນສະຫຼຸບບັນດາຈຸດທີ່ໃຫຍ່ໃນຊີວິດ ແລະພາລະກິດຂອງເພິ່ມ, ໃນນັ້ນເນັ້ນໜັກເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງ ລຸງໂຮ່ ຕໍ່ພາລະກິດປະຕິວັດປົດປ່ອຍຊາດຂອງຫວຽດນາມ. ບົດຂຽນກໍ່ຍົກອອກແບບຢ່າງກ່ຽວກັບຄຸນສົມບັດປະຕິວັດຂອງ ປະທານໂຮ່ຈີມິນ, ສັນຍາລັກກ່ຽວກັບແບບແຜນທີ່ລຽບງ່າຍ ແລະເພື່ອຜົນປະໂຫຍດຂອງປະເທດ, ພ້ອມທັງຢັ້ງຢືນວ່າແນວຄິດຂອງເພິ່ມ ໄດ້ກາຍເປັນພື້ນຖານແນວຄິດຂອງພັກກອມມູນິດຫວຽດນາມ, ເຍືອງທາງໃຫ້ພາລະກິດປະຕິວັດຂອງປະເທດຊາດ.

ບໍ່ພຽງແຕ່ເທົ່ານັ້ນພາລະກິດປົດປ່ອຍຊາດ ໂດຍປະທານ ໂຮ່ຈີມິນ ນໍາພາຍັງນໍາມາເຊິ່ງຖານະບົດບາດທີ່ເໝາະສົມໃຫ້ພື້ນຖານວັດທະນະທໍາຫວຽດນາມ ອີກດ້ວຍ. ປີ 1987, ອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງ ສປຊ (UNESCO) ໄດ້ເຊີດຊູເພິ່ມ ແມ່ນວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ດີເດັ່ນຂອງຫວຽດນາມ.

ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020 ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ

ຍສໝ - ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ຢູ່ນະຄອນຫຼວງມົສກູ (ຣັດເຊຍ) ເປັນໂຄງການທີ່ເປັນເອກະລັກສະເພາະຂອງມິດຕະພາບຫວຽດນາມ - ຣັດເຊຍ, ເປັນສະຖານທີ່ທີ່ໜ້າສົນໃຈສຳລັບຊາວລັດເຊຍກໍ່ຄືນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ.

ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020 ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ສ ມວນຊ ນສາກ ນຍ ອງຍ ຊ ມເຊ ຍ ປະທານ ໂຮ ຈ ມ ນ ເນ ອງໃນໂອກາດສະເຫ ມສະຫ ອງວ ນຄ າຍວ ນເກ ດ ປະທານ ໂຮ ຈ ມ ນ ຄ ບຮອບ 130 ປ 19 5 1890 19 5 2020 ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19

ຍສໝ - ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.

ໄຊພອນ

ເຫດການ
302 Found

Found

The document has moved here.