ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ

18:26 | 26/12/2022

ຍສໝ -​ ຕາມ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດ ຫງວຽນ​ຕ໋ວນຟອງ ​ແລ້ວ, ປະຈຸ​ບັນ, ການ​ພົວພັນ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ​ເບ​ລາຣຸດ - ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດ ​ໄດ້​ຮັບ​ການ​ຮັກສາ​ເປັນ​ປະຈຳ ບົນ​ພື້ນຖານສາມັກຄີ.

ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ” ທ່ານ​ເອກ​ອັກຄະ​ລັດຖະທູດ Iain Frew ​ເນັ້ນ​ໜັກ​ວ່າ: “ການ​ພົວພັນ​ລະຫວ່າງ ຫວຽດນາມ - ອັງກິດ ​ແມ່ນ​ໃກ້​ຊິດ​ກວ່າ​ເວລາໃດໝົດ”
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ​ເບ​ລາຣຸດ (1992 - 2022) ​ແລະ 65 ປີ​ແຫ່ງ​ການ​ຢ້ຽມຢາມຂອງ​ປະທານ​ໂຮ່ຈີ​ມິນ ຢູ່ Minsk (​ນະຄອນຫຼວງເບ​ລາຣຸດ).

Gặp mặt kỷ niệm 30 năm quan hệ ngoại giao Việt Nam - Belarus

ການພົບປະສັງສັນ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ. ພາບ: ຫວູແຄ໊ງ

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເບ​ລາຣຸດ Vladimir Borovikov ​ໃຫ້​ຮູ້​ວ່າ: ​ເຫດການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ເບ​ລາຣຸດ. ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນສະໜິດສະໜົມ ແລະ ເລິກເຊິ່ງລະຫວ່າງປະຊາຊົນສອງປະເທດທີ່ມີປະຫວັດສາດອັນຍາວນານກັບ ພົນລະເມືອງຫວຽດນາມນັບພັນຄົນທີ່ພວມຮໍ່າຮຽນ ແລະ ເຮັດວຽກຢູ່ເບລາຣຸດ ໃນຊຸມປີເປັນໂຊຫວຽດ.

ຕາມ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດ ຫງວຽນ​ຕ໋ວນຟອງ ​ແລ້ວ, ປະຈຸ​ບັນ, ການ​ພົວພັນ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ​ເບ​ລາຣຸດ - ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດ ​ໄດ້​ຮັບ​ການ​ຮັກສາ​ເປັນ​ປະຈຳ ບົນ​ພື້ນຖານສາມັກຄີ.

ນັບ​ແຕ່​ກ່ອນ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ສອງຝ່າຍ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ ​ແລະ ບຳລຸງ​ສ້າງ​... ບົນ​ພື້ນຖານ​ການ​ພົວພັນ​ທາງ​ການ​ທູດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພ້ອມ​ກັບມູນເຊື້ອອັນດີງາມ, ການ ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້ຮັບການເປີດຫວ້າງ ແລະ ພັດທະນາໃນຫຼາຍຂົງເຂດຢ່າງແທດຈິງ ແລະ ມີປະສິດທິຜົນ.

ບູນມີ

ເຫດການ
302 Found

Found

The document has moved here.