ກອງປະຊຸມໃຫຍ່ ສະມາຄົມ ຊາວຫວຽດນາມ ອາໄສຢູ່ລາວ | |
ລາຍການສິລະປະພິເສດ “ສາຍໃຈ ຫວຽດ-ລາວ” |
![]() |
ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ. ພາບ: TTXVN |
ທີ່ການພົບປະເຈລະຈາ, ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້. 2 ຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ເອກະສານໂຄສະນາກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດພາຍໃຕ້ຫຼາຍຮູບແບບ; ສືບຕໍ່ເພີ່ມເຕີມອັບເດດປື້ມປະຫວັດສາດການພົວພັນ ຫວຽດນາມ - ລາວ, ມຸ່ງໄປເຖິງການຂໍ່ຳນັບຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2027.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 11 – 14 ທັນວາ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ເຂົ້າຮ່ວມພິທີສະຫຼຸບ, ມອບລາງວັນຊອກຮູ້ປະຫວັດສາດການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022; ໄປຢ້ຽມຢາມ ແລະ ເຮັດວຽກກັບບາງອົງການ, ກະຊວງ, ຂະແໜງການຂອງ ຫວຽດນາມ.
ໄຊພອນ