ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?

09:04 | 27/01/2023

ຍ​ສ​ໝ - ປັດ​ຈຸ​ບັນ​ມີ​ຊາວ​ຕ່າງປະເທດ​ນັບ​ແສນ​ຄົນ​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ປີ 2022, ເຂົ​າ​ເຈົ້າ​ບັນ​ລຸ​ໄດ້​ໝາກ​ຜົນ​ຫຍັງ​ໃຫ້​ແກ່​ຕົນ​ເອງ​ກໍ່​ຄື​ມີ​ການ​ປະ​ກອບ​ສ່ວນ​ຫຍັງ​ໃຫ້​ແກ່​ປະ​ຊາ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ?

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ? ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?
ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າໄດ້​ຫຍັງແດ່?

ປັດ​ຈຸ​ບັນ​ມີ​ຊາວ​ຕ່າງປະເທດ​ນັບ​ແສນ​ຄົນ​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ປີ 2022, ເຂົ​າ​ເຈົ້າ​ບັນ​ລຸ​ໄດ້​ໝາກ​ຜົນ​ຫຍັງ​ໃຫ້​ແກ່​ຕົນ​ເອງ ​ກໍ່​ຄື​ມີ​ການ​ປະ​ກອບ​ສ່ວນ​ຫຍັງ​ໃຫ້​ແກ່​ປະ​ຊາ​ຄົມ​ປະ​ເທດ​ປະ​ຈຳ​ຖິ່ນ?

ຂ້າ​ພະ​ເຈົ້າ​ຄວ້າໄດ້​ລາງວັນ​ສື່ມວນ​ຊົນ​ຢູ່ ຫວຽດ​ນາມ

ທ່ານ Anton Novoselov (ສັນ​ຊາດ ລັດ​ເຊຍ) ເລີ່ມ​ດຳ​ລົງ​ຊີ​ວິດ​ຢູ່ຫວຽດ​ນາມ ​ແຕ່​ປີ 1989. ທ່ານ​ແມ່ນ​ຜູ້​ອຳ​ນວຍ​ການ​ພັດ​ທະ​ນາ​ທຸ​ລະ​ກິດ​ຂອງ ບໍ​ລິ​ສັດ Lao Viet Foods (ຍາ​ຈາງ) ສະ​ເພາະຂະແໜງ​​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ.

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?
ທ່ານ Anton Novoselov

ປີ 2022 ຜົນ​ງານ​ໃຫຍ່​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ດຳ​ເນີນ​ທຸ​ລະ​ກິດ​ໝາກ​ໄມ້​ແຊ່​ເຢັນ. ລະ​ອຽດ​ແມ່ນ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ແຊ​່ເຢັນ​ເຄື່ອງ​ໝາຍ​ການ​ຄ້າ “Mangosha” ຂອງ​ບໍ​ລິ​ສັດ​ຍັງ​ໄດ້​ວາງ​ຂາຍ​ໃນ​ວົງ​ກວ້າງຢູ່​ບັນ​ດາ​ຮ້ານ​, ສັບ​ພະ​ສິນ​ຄ້າ​ຢູ່​ລັ​ດ​ເຊຍ, ເຖິງວ່າ​ຕະຫຼາດ​ລັດ​ເຊຍ​ ​ມີ​ໝາກ​ໄມ້ຫຼາຍ​ຊະ​ນິດທີ່​ໄດ້​ນຳ​ເຂົ້າ​ຈາກ​ເອ​ຢິບ, ໄທ​, ອິນ​ເດຍ…

ນັບ​ແຕ່​ເວ​ລາ​ເກີດ​ພະ​ຍາດ​ໂຄວິດ - 19, ບັນ​ດາ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ການ​ແຍກ​ຫ່າງ​ສັ​ງ​ຄົມ, ການ​ປິດເມືອງ, ຈຳ​ກັດ​​ການ​ພົບ​ປະ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ຖືກ​ຈຳ​ກັດການ​ໄປ​ຊື້​ເຄື່ອງ. ເພາະ​ສະ​ນັ້ນ​, ຜະ​ລິດ​ຕະ​ພັນ​ແຊ່​ເຢັນແມ່ນ​ມີ​ຄວາມ​ສະ​ດວກຫຼາຍ. ລູກ​ຄ້າ​ເອົາ​ຜະ​ລິດ​ຕະ​ພັນ​ອອກ​ຈາກ​ຕູ້​ເຢັນ, ວາງ​ອອກ​ຢູ່ນອກ 1 – 3 ນາ​ທີ​ແລ້ວ​ສາ​ມາດ​ນຳ​ໃຊ້​ໄດ້.

ເມື່ອແບ່ງ​ປັນ​ກ່ຽວ​ກັບ​ແຜນ​ການ​ປີ​ຕໍ່​ໄປ, ທ່ານ​ Anton ໃຫ້​ຮູ້​ວ່າ: ນອກ​ຈາກ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ແຊ່​ເຢັນແບບ​ກະ​ແລັມ ທີ່ພວມມີ​ຢູ່​ໃນ​ຕະຫຼາດແລ້ວ, ບໍ​ລິ​ສັດ​ຈະ​ຍູ້​ແຮງ​ການ​ຜະ​ລິດ​ອາ​ໂວ​ກາ​ໂດບົດແຊ່ເຢັນອີກ​ດ້ວຍ.

ໝາກ​ໄມ້​ຫວຽດ​ນາມ ພ້ອມ​ກັບ​ຂ້າ​ພະ​ເຈົ້າ​ຍາດ​ເອົາ​ຊະ​ນະ​ຕໍ່​ໂຄວິດ - 19

ທ່ານ Glen MacDonald, ເກີດ​ປີ 1996, ມາ​ຈາກ​ລັດ Pennsylvania (ອາ​ເມ​ລິ​ກາ), ຮຽນຈົບປະ​ລິນ​ຍາ​ຕີ​ຂະແໜງ​ອັກ​ສອນ​ສາດ ​ໂຮງ​ຮຽນ Wagner College, ຄູ່​ຮ່ວມ​ງານ​ວາ​ລະ​ສານ​ຍຸກ​ສະ​ໄໝ.

ຕົ້ນ​​ເດືອນ​ພ​ະ​ຈິກ 2022, ຂ້າ​ພະ​ເຈົ້າ ແລະ ຄູ່​ຮ່ວມ​ງານ​ຢູ່ ວາ​ລະ​ສານ​ຍຸກ​ສະ​ໄໝ ມີ​ຄວາມ​ເປັນ​ກຽດ​ໄດ້​ຮັ​ບ​ລາງວັນ​ທີ 3 ທົ່ວ​ປະເທດກ່ຽວ​ກັບ​ການ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 8 ຂອງ​ຫວຽດ​ນາມ. ລາງວັນ​ສຳລັບ​ຫົວ​ເລື່ອງ “Healing the wounds of the US war in Vietnam: Reconciliation and Forgiveness

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?
ທ່ານ Glen MacDonald, ເກີດ​ປີ 1996, ມາ​ຈາກ​ລັດ Pennsylvania (ອາ​ເມ​ລິ​ກາ)

ເພື່ອປະ​ຕິ​ບັດ​ຫົວ​ເລື່ອງ​ນີ້, ໃນ​ໄລ​ຍະ 2 ເດືອນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພາດ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ນັກ​ຮົບ​ເກົ່າ​ອ​າ​ເມ​ລິ​ກາ​ ປະ​ຈຳ ຫວຽດ​ນາມ, ເອກ​ອັກ​ຄະ​ລັດ​ຖະ​ທູດອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ທ່ານ Marc Knapper, ກໍ່​ຄື​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ປະ​ເທດ.

ຂ້າ​ພະ​ເຈົ້າ​ມີ​ຄວາ​ມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ລາງວັນ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ທຸກ​ຄົນ​ທີ່​ຊ່ວຍ​ເຫຼືອ​ຂ້າ​ພະ​ເຈົ້າ. ປີ​ໜ້າ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະໄດ້​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ຫົວ​ເລື່ອງ​: ຊາວຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ​ເປັນ​ແນວ​ໃດ, ເຂົາ​ເຈົ້າ​ມີ​ການ​ປະ​ກອບ​ສ່ວນ​ຫຍັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.

ຄວາມ​ຜາ​ສຸກ​ຂອງ​ການ​ເຕົ້າ​ໂຮມ​ກັນ

ສຳ​ລັບ​ ເອື້ອຍ ​ໄດ​ມອນ ວິ​ລາ​ນົນ (ເກີດ​ປີ 1980, ຢູ່​ແຂວງຫຼວງ​ພະ​ບາງ, ສ​ປ​ປ.ລາ​ວ) ປີ 2022 ໄດ້​ສ້າງ​ຂີດ​ໝາຍ​ 4 ປີ​ທີ່​ເອື້ອຍ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ປະ​ເທດ​ຫວຽດນາມ. ນີ້​ກໍ່​ແມ່ນ​ປີ​ລາວ​ຮຽນ​ຈົບ​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ ແລະ ມີ​ຄວາມ​ເປັນ​ກຽ​ດ​ໄດ້​ຮັບ​ໃບ​ປະ​ກາດ​ປະ​ລິນ​ຍາ​ເອກ ຂະ​ແໜງ​ບໍ​ລິ​ຫານ​ລັດ. “ມີ​ຄວາມ​ພິ​ເສດ​ທີ່​ສຸດ, ເຫດ​ການ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃບ​ປະ​ກາດ​ກົງ​ກັບ​ເວ​ລາ​ຫວຽດ​ນາມ ແລະ ລາວ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ການ​ພົວ​ພັນ​ທາ​ງ​ການ​ທູດ”, ເອື້ອຍ​ແບ່ງ​ປັນ.

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?
​ເອື້ອຍ ໄດ​ມອນ ​ວິ​ລາ​ນົນ

ໃນ​ວິ​ວັດ​ການ​ຮຽນຂອງ​ເອື້ອຍ ໄດ​ມອນ ​ວິ​ລາ​ນົນ ກົງ​ກັບ​ເວ​ລາ​ເກີດ​ພະ​ຍາດ​ໂຄວິດ - 19. “ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຄູ​ອາ​ຈານ, ເພື່ອນ​ມິດ​ຢູ່​ສະ​ຖານ​ບັນ ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າໄດ້ຄ່ອຍໆ​ຜ່ານ​ຜ່າໄປ​ເທື່ອ​ລະ​ກ້າວ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ່​ມີ​ໂອ​ກາດ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ. ຜ່ານ​ນັ້ນ, ຂ້າ​ພະ​ເຈົ້າ​ມີ​ເພື່ອນ​ມິດ​ ​ແລະ ມີຄວາມເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີຂອງ​ຊາວ​ຫວຽດ​ນາມ” ເອື້ອຍ​ ໄດ​ມອນ ​ວິ​ລາ​ນົນ

ເມື່ອແບ່ງ​ປັນ​ກ່ຽວ​ກັບ​ການ​ຄາ​ດ​ຄະ​ເນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເອື້ອຍ ​ໄດ​ມອນ ເວົ້າ​ວ່າ: “ເມື່ອ​ກັບ​ເມືອ​ປະ​ເທດ, ຂ້າ​ພະ​ເຈົ້າ​ຈະ​ມາ​ນະ​ພະ​ຍາ​ຍາມ​ໝູນ​ໃຊ້​ບັນ​ດາ​ຄວາມ​ຮູ້​ທີ່​ໄດ້ຮຽນ​ມາ​, ໄດ້ຄົ້ນ​ຄ້​ວາ​ຢູ່ ຫວຽດ​ນາມ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ບ້ານ​ເກີດ​ເມືອງນອນ ແລະ ສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ”.

ຂ້າ​ພະ​ເຈົ້າ​ແມ່ນ​ ປ.ອ ຂອງ ຫວຽດ​ນາມ

ອ້າຍ ລຶວ​ຫວູ​ເທິ່ນ (ອາ​ຍຸ 36 ປີ, ມາ​ຈາກ​ປັກ​ກິ່ງ, ຈີນ). ລາວ​ເປັນ​ຄູ​ສອນ​ພາ​ສາ​ຈີນ ຢູ່​ຮ່າ​ໂນ້ຍ, ປີ 2022, ອ້າຍ​ກັບເມຍ​ໄດ້​ກັບ​ຄືນມາຫວຽດ​ນາມ. ການ​ດຳ​ລົງ​ຊີ​ວິດ​ຂອງສອງ​ຜົວ​ເມຍ ໄດ້​ກັບ​ຄືນສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ ພາຍຫຼັງ​ບັນ​ດາ​ການ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ - 19. ຈິດ​ໃຈ​ຂອງ​ສອງ​ຜົວ​ເມຍ​ຍິ່ງມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບຄອບຄົວອົບອຸ່ນກ່​ວາ​ອີກ.

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?
ອ້າຍ ລຶວ​ຫວູ​ເທິ່ນ (ອາ​ຍຸ 36 ປີ, ມາ​ຈາກ​ປັກ​ກິ່ງ, ຈີນ)

ໃນ​ເມື່ອ​ກ່ອນ, ເຖິງວ່າ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກ​ະ​ຕິ, ແຕ່​ເມຍ​ຂອງ​ຂ້າ​ພະ​ເຈົ້າ​ຕ້ອງ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ ດັ່ງ​ນັ້ນ​ຄິດ​ຮອດ​ບ້ານຫຼາຍ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຊັ່ງ​ຊາ​ວ່າ​ຈະ​ພາ​ເມຍ​ກັບ​ຫວຽດ​ນາມ ເພື່ອ​ຢູ່​ນຳ​ກັນ. ຫຼັງ​ຈາກ​ນັ້ນ​ພະ​ຍາດ​ໂຄວິດ - 19 ເກີດ​ຂຶ້ນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຈະ​ພາ​ທຸກ​ຄົນ​ໃນ​ຄອບ​ຄົວ​ຢູ່​ຫວຽດ​ນາມ. ອ້າຍ ​ເທິ່ນ ​ເລົ່າ.

ຜົ​ນ​ສຳ​ເລັດ​ໃຫຍ່​ທີ່​ສຸດ​ຂອງ​ລາວ​ໃນ​ປີ ແມ່ນ​ເຊື່ອມ​ຕົວ​ເຂົ້າ​ກັບ​ຫວຽດ​ນາມ. ອ້າຍ​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້ເຖິງ​ຄວາມ​ເປັນ​ມິດ​ຂອງ​ຊາວ​ຫວຽດ​ນາມ. ທຸກ​ຄົນ​ເຄີຍ​ຖາມ​ຂ້າ​ພະ​ເຈົ້າ​ວ່າ ຢູ່​ຫວຽດ​ນາມ ລຶ້ງ​ບໍ່, ຕ້ອງ​ການ​ຊ່ວຍ​ເຫຼືອ​ຫຍັງ​ບໍ່. ຄົນ​ຢູ່​ຂ້າງ​ເຮືອນ​ມັກ​ຊ່ວຍ​ເຫຼືອ​ຄອບ​ຄົວ​ຂ້າ​ພະ​ເຈົ້າ. ສິ່ງ​ນີ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ປັບ​ຕົວ​ເຂົ້າ​ກັບ​ການ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ​ໄດ້​ໄວ​ກ່​ວາ. ບັນ​ດາ​ສິ່ງ​ນີ້ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ອົບ​ອຸ່ນ ແລະ ຖື ຫວຽດ​ນາມ ຄື​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ

ແຜນ​ການ​ໃນ​ປີ 2023 ນີ້, ອ້າຍ​ ເທິ່ນ ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຢາກ​ພາ​ແມ່​ມາຫວຽດ​ນາມ ເພື່ອຮູ້ເຖິງ​ການ​ດຳ​ລົງ​ຊີ​ວິດຕົວຈິງ ແລະ ຮັບ​ຊົມ​ຄວ​າມ​ງາມ​ຂອງ​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອ​ງ​ຂ້າ​ພະ​ເຈົ້າ.

ດ້ວຍ​ຜົນ​ສຳ​ເລັດ​ໃນ​ວິ​ທີ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່

Victor Savall (ເກີດ​ປີ 1994, ຊ​າວ​ແອັດ​ສະ​ປາຍ) - ພໍ່​ຄົວ ແລະ ຜູ້​ອຳ​ນວຍ​ການວິສາຫະກິດ Chocolate ຂັ້ນ​ສູງ Savall, ສຳ​ນັກ​ງານ​ຕັ້ງ​ຢູ່​ດ່າ​ນັ້ງ ໄດ້​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ​ນັບ​ແຕ່​ປີ 2004

ໃນ​ໄລ​ຍະ 2 ປີທີ່ເກີດໂຄວິດ - 19, ການ​ເຄື່ອນ​ໄຫວ​ຂອງຫຼາຍ​ວິ​ສາ​ຫະ​ກິດ ໄດ້​ພົບ​ກັບຄວາມ​ຫຍຸ້ງ​ຍາກ ຖືກ​ຢຸດ​ສະ​ຫງັກ. ຜ່ານ​ຜ່າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ບໍ​ລິ​ສັດ Savall ຍັງ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ເບິ່ງ​ແຍງ​ດູ​ແລ​ລູກ​ຄ້າ. ຜ່ານ​ບັນ​ດາ​ຊ່ອງ​ທາງ​ອອນ​ໄລ, ບໍ​ລິ​ສັດ​ສືບ​ຕໍ່​ນຳ​ມາ​ເຊິ່ງບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ດູດ​ດື່ມ​ໃຫ້​ແກ່​ລູກ​ຄ້າ.

Savall ເວົ້າ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຍັງ​ຕອບ​ສະ​ໜອງ​ໄດ້ຕາມໃບ​ສັ່ງ​ຊື້​ສິນ​ຄ້າ​ຫຼາຍໃບທີ່​ມີ​ແບບ​ແຜນ​ສະ​ເພາະ, ມີ​ຈຳ​ນວນຫຼາຍ ແລະ ຮູບ​ແບບ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຊ້ຳ​ບໍ່​ໜຳ​ແມ່ນ​ສັ່ງ​ກ່ອນພຽງແຕ່ 3 ວັນ”.

ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ປີ 2022 ຂອງ​ບໍ​ລິ​ສັດ​ແມ່ນ​ຊອກ​ຫາ​ໄດ້​ເສັ້ນ​ທາງ​ພັດ​ທະ​ນາ. ຜ່ານ​ສື່​ສັງ​ຄົມ​ອອນ​ໄລ, ອັບ​ເດດ​ຮູບ​ແບບເປັນ​ປະ​ຈຳ, ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ. ໃນ​ປີ 2023, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ພັດ​ທະ​ນາ​ຢູ່​ຕະ​ຫຼາດ​ສິງ​ກະ​ໂປ​ຕື່ມ​ອີກ.

ຂ້າ​ພະ​ເຈົ້າໄດ້ມີວຽກ​ເຮັດ​​ເພື່ອ​ສ້າງ​ຕົນ​ເອງ, ສ້າງອາຊີບຕົນເອງ

Roeung Panha, ອາ​ຍຸ 22 ປີ, ອະ​ດີດ​ນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ ສັບ​ພະວິຊາ ຮ່າ​ໂນ້ຍ (ສັນຊາດ ກຳ​ປູ​ເຈຍ) ເລົ່າ​ວ່າ

ທ້າຍ​ປີ 2022, ຂ້າ​ພະ​ເຈົ້າ​ຊອກ​ໄດ້​ວຽກ​ເຮັດ​ງານ​ທຳທີ່ໝັ້ນຄົງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ. ນັ້ນ​ແມ່ນ​ທີ່​ຕັ້ງ​ຂອງ​ພາ​ລະ​ກອນ Tester Game ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ VNG. ສະພາບແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກທີ່​ເປັນ​ມື​ອາ​ຊີບ, ມີ​ຄວາມ​ຂ​ະ​ຫຍັນ​ຂັ​ນ​ເຄື່ອນ ແລະ ເປັນ​ມິດ​ກັບ​ຊາວ​ຕ່າງ​ປະ​ເທດ.

ບັນ​ດາ​ຄູ່​ຮ່ວມ​ງານ​ຫວຽດ​ນາມ ລ້ວນ​ແຕ່​ມີ​ຄວາມສຸດຈິດສຸດໃຈ​ໃນ​ການ​ແນະ​ນຳ ແລະ ຊ່ວຍ​ນັກ​ສຶກ​ສາ​ທີ່​ຫາ​ກໍ່​ຮຽນ​ຈົບ​ຄື​ຂ້າ​ພະ​ເຈົ້າ.

ວຽກ​ງານ​ປະ​ຈຳ​ວັນ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນກວດ Game ໃໝ່ ແລະ ຊອກ​ຫາ​ຈຸດ​ບົກຜ່ອງ​ໃນ​ລະ​ບົບ​ເພື່ອ​ໃຫ້​ພາກ​ສ່ວນ​ເຕັກ​ນິກ​ແປງ. ລະ​ດັບ​ເງິນ​ເດືອນ​ພື້ນ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ແຕ່ 6 – 8 ລ້ານ​ດົ່ງ/ເດືອນ, ອີງ​ຕາມ​ຈຳ​ນວນ​ວຽກງານ​ລະ​ອຽດ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ນັ້ນ​ກໍ່​ແມ່ນ​ຕົວ​ເລກ​ທີ່​ດີ​ສຳ​ລັບ​ນັກ​ສຶກ​ສາທີ່​ຫ​າ​ກໍ່​ຮຽນ​ຈົບ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພໍ​ໃຈ​ກັບ​ເງິນ​ເດືອນ​ປັດ​ຈຸ​ບັນ ແລະ ຈະ​ສູ້​ຊົນ​ເພື່ອ​ປັບ​ປຸງ​ລະ​ດັບ​ເງິນ​ເດືອນ​ນີ້.

ການ Startup ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຝັນ

Meigo Mark - ຊາວ Estonia ພວມ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ເປັນ​ເວ​ລາ 4 ປີ. ປີ 2022 ໄດ້ສ້າງ​ຂີດ​ໝາຍ​ພິ​ເສດ​ສຳ​ລັບ​ຄອບ​ຄົວ​ອ້າຍ. ເປີດ “ຮ້ານ​ຂາຍ​ເຄື່ອງ​ທາງ​ອອນ​ໄລ” ຂາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂສ້ງ​ເສື້ອ, ອຸ​ປະ​ກອນການ​ພິມ​ພາບແຕ້ມ​ຂອງ​ລູກ​ສາວ​ນ້ອຍ 3 ຄົນ.

Meigo Mark ມາ​ຫວຽດ​ນາມ ນັບ​ແຕ່​ປີ 2016. ສອງ​ປີ​ຕໍ່​ມາ, ລາວ​ໄດ້​ແຕ່​ງານ​ກັບ​ຜູ້​ຍິງ​ຄົນຫວຽດ. ປີ 2019, ຜົນ​ເມຍ​ອ້າຍ​ໄດ້​ຕ້ອນ​ຮັບ​ລູກ​ສາວ​ຄົນ​ທຳ​ອິດ ທີ່​ມີ​ຊື່​ວ່າ Maria Mai Mark (ຊື່​ຫຼິ້ນ​ວ່າ Mia Mai)

ເມື່ອເຫັນ​ໄດ້​ພອນ​ສະ​ຫວັນ​ໃນ​ການ​ແຕ້ມ​ຂອງ ລູກ​ສາວ ຕອນ​ມີ​ອາ​ຍຸ 1ປີ, ຜົວ​ເມຍ Meigo Mark ໄດ້​ສົ່ງ​ເສີມ​ລູກ​ຂອງ​ຕົນ​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ແນວ​ຄິດ​ເປີດ​ຮ້ານ​ຂາຍ​ເຄື່ອງ​ໃຫ້​ແກ່ Mia Mai ເລີ່ມ​ແຕ່​ນັ້ນ ແລະ ​ຮ້ານ​ດັ່ງ​ກ່າວ ກໍ່​ໄດ້​ເປີດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ​ພິະຈິກ ​ປີ 2022, ຮ້ານ​ຜະ​ລິດ, ພິມ ແລະ ຂາຍ​ຜະ​ລິດ​ຕະ​ພັນຫຼາຍ​ຢ່າງ​ນັບ​ແຕ່​ໂສ້ງ​ເສື້ອ, ໝວກ, ຖົງ, ເຄື່ອງ​ອຸ​ປະ​ກອນ​ຕະຫຼອດ​ຮອດ​ຈອກ, ສົບ​ໝອນ, ພາບ​ພິມ ແລະ NFT. ທຸກໆ​ຜ​ະ​ລິດ​ຕະ​ພັນລ້ວນ​ແຕ່​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ລູກ​ສາວ​ Maria Mai, Meigo ແບ່ງປັນດ້ວຍຄວາມກະຕືລືລົ້ນ.

ນ້ອງ​ໄດ້ຮັບ​ທຶນ​ການ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ ຫວຽດ​ນາມ

ຊະ​ນີ​ຕ້າ ສະແຫວງໂຊກ ຄ້​ວາ​ໄດ້​ລາງວັນ​​ຮອງອັນດັບ 2 ໃນ​ງາ​ນ​ປະ​ກວດ​ນາງ​ງາມ​ລາວ ປີ 2019. ເດືອນ​ກັນ​ຍາ ປີ 2022 ຊະ​ນີ​ຕ້າ ​ໄດ້ຮບ​ທຶນ​ການ​ສຶກ​ສາ​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ເຕັກໂນໂລຢີ ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ດ້ວຍ​ຄະ​ແນນ​ແມ່ນ 3,51/4.00. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ນີ້​ ສຳ​ລັບ​ນັກ​ສຶກ​ສາ​ຫວຽດນາມ ກໍ່​ຫຍູ້ງ​ຍາກແລ້ວ, ສຳ​ລັບ​ນັກ​ສຶກ​ສາ​ຊາວ​ຕ່າງ​ປະ​ເທດ​ຄື ຊະ​ນີ​ຕ້າ ກໍ່​ຍິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທົບ ຫຼາຍ​ເທົ່າ.

ນ້ອງ​ຮູ້​ສຶກ​ດີ​ໃຈ​ເມື່ອ​ເຫັນຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຕົນ ໄດ້ເປັນທີ່ຮັບຮູ້ຂອງ​ບັນ​ດາ​ຄູ​ອາ​ຈານ ແລະ ເພື່ອນ​ມິດ. ສິ່ງ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ ແລະ ໂອ​ກາດບັນ​ລຸ​ໄດ້​ຜົ​ນ​ສຳ​ເລັດ ມີ​ແຕ່​ເພື່ອນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ ແລະ ບໍ່​ທໍ້​ໃຈ. ຊະ​ນີ​ຕ້າ ​ແບ່ງ​ປັນ.

ໃນ​ປີ 2023, ຊະ​ນີ​ຕ້າ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ເຄື່ອງ​ສຳ​ອາງ​ຢູ່ ລາວ ແລະ ຫວຽດ​ນາມ. ໂດຍ​ແມ່ນ​ຜຸ້​ຊົມ​ຊອບ​ວຽກ​ຄວາມຄວາມສວຍຄວາມ​ງາມ, ຊະ​ນີ​ຕ້າ ຫວັງ​ວ່າ ຜະ​ລິດ​ຕະ​ພັນ​​ຄີມບຳ​ລຸງ​ຜິວຂາວທີ່ເພິ່ນ​ຜະ​ລິດ​ຈະ​ຊ່ວຍ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ມີຜິວ​ງາມ, ມີ​ຄວາມ​ໝັ້ນ​ໃຈ ແລະ ມີຄວາມສຸກ​ກ່​ວາ​ອີກ.

ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຫຍັງແດ່?

ຊຸດເສື້ອ​ຍາວຂະໜາດ​ນ້ອຍ “ຜະ​ລິດ​ຕະ​ພັນ” ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ

Ludovica Ivaldi ຊາວ​ອີ​ຕາ​ລີ, ລາວ​ໄດ້ມາ ​ຫ໋າຍ​ຝ່ອງ 1 ປີກ່ອນ. ກ່ອນ​ນັ້ນ, ລາວ​ມີ​ປະ​ສົບ​ການ​ເປັນ​ຊ່າງ​ຕັດ​ຫຍິບ. ແຕ່​ເມື່ອ​ມາ​ຫວຽດ​ນາມ ລາວ​ຈຶ່ງ​ມີ​ເຄື່ອງ​ໝາຍ​ການ​ຄ້າ​ຫັດ​ຖະ​ກຳ​ແຟ​ຊັນ​ສຳລັບ​ເດັກ​ນ້ອຍ​ທີ່​ມີ​ຊື່​ວ່າ Luda.

ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ແມ່ນ​ແຫຼ່ງ​ບັນ​ດານ​ໃຈ​ເພື່ອ​ໃຫ້​ລາວ ປະ​ຕິ​ບັດ​ສຳ​ເລັດ​ແນວ​ຄິດ​ຕັດ​ຫຍິບ​ເສື້ອ​ຍາວ ຂະໜາດນ້ອຍ. “ຜົນ​ສຳ​ເລັດໃຫຍ່​ທີ່​ສຸດ​ຂອງຂ້າ​ພະ​ເຈົ້າ​ໃນ​ປີ​ຜ່ານ​ມາ ແມ່ນ​ໄດ້​ສ້າງ​ຜະ​ລິດ​ຕະ​ພັນ​ໃໝ່: ຊຸດເສື້ອ​ຍາວຂະໜາດ​ນ້ອຍ​ທີ່ເຮັດ​ດ້ວຍ​ມື​ໃຫ້​ແກ່​ນ້ອງ​ນ້ອຍ”, Ludovica Ivaldi ໃຫ້​ຮູ້​ວ່າ

Ludovica Ivaldi ແບ່ງ​ປັນ​ວ່າ: “ເປົ້າ​ໝາຍ​ໃນ​ປີ 2023 ຂອງຂ້າ​ພ​ະ​ເຈົ້າ​ແມ່ນ​ສືບ​ຕໍ່​ເປີດ​ຕົວ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ອອກ​ແບບ​ໃໝ່, ສົມ​ທົບ​ກັບ​ຈຸດ​ຄວາ​ມ​ງາມ​ທາ​ງ​ດ້ານ​ວັດ​ນະ​ທະ​ທຳ​ຂອງ ຫວຽດ​ນາມ ແລະ ອີ​ຕາ​ລີ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ຕັດ​ຫຍິບ​​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ນ້ອງ​ນ້ອຍໄດ້ຫຼາຍ​ກ່​ວາ​ອີກ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.