ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ

08:26 | 15/12/2022

ປະຊາຄົມວິສາຫະກິດ, ຜູ້ຜະລິດອຸດສາຫະກຳ ແຖວໜ້າຂຶ້ນກັບສະຫະພັນບັນດາຫ້ອງອຸດສາຫະກຳ ແລະ ການຄ້າຂອງບັນດາລັດຄື Telangana ແລະ Andhra Pradesh ມາຫວຽດນາມ...

ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ
ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ
ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ

ຜູ້ຕາງໜ້າ 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: TTXVN)

ນີ້ແມ່ນການຢືນຢັນຂອງ ທ່ານ Madan Mohan Sethi, ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ຢູ່ນະຄອນໂຮ່ຈີມິນ, ທີ່ກອງປະຊຸມສົ່ງເສີມອຸດສາຫະກຳ, ການຄ້າ ຫວຽດນາມ - ອິນເດຍ ໂດຍສະຫະພັນ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຢູ່ນະຄອນໂຮ່ຈີມິນ ແລະ ກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນຕອນແລງວັນທີ 12 ທັນວາ, ຢູ່ທີ່ນະຄອນໂຮ່ຈີມິນ.

ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ກໍ່ໃຫ້ຮູ້ວ່າ: ປະຊາຄົມວິສາຫະກິດ, ຜູ້ຜະລິດອຸດສາຫະກຳ ແຖວໜ້າຂຶ້ນກັບສະຫະພັນບັນດາຫ້ອງອຸດສາຫະກຳ ແລະ ການຄ້າຂອງບັນດາລັດຄື Telangana ແລະ Andhra Pradesh ມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນ, ທຸລະກິດ ແລະ ສຳຫຼວດການຕະຫຼາດ. ບາງວິສາຫະກິດ ອິນເດຍ ຕ້ອງການຊອກຫາກາລະໂອກາດຢູ່ຂົງເຂດອຸດສາຫະກຳ, ກໍ່ສ້າງ, ການຢາ… ຢູ່ຕະຫຼາດນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຢູ່ຫວຽດນາມ ເວົ້າລວມ.

​vovworld.vn

ເຫດການ
302 Found

Found

The document has moved here.