ສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງເລີມດົ່ງ

00:00 | 27/07/2023

ຍສໝ - ທ່ານ ຫງວນວັນລົກ, ເລຂາພັກເມືອງດາມຣົງ ໄດ້ແຈ້ງໂດຍສັງ ເຂບກ່ຽວກັບທີ່ດິິນ, ຄົນ ແລະສະພາບການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນໃນໄລຍະຜ່ານມາ. ພ້ອມທັງ, ສະແດງຄວາມຂອບອົກຂອບໃຈ ຄວາມເອົາໃຈໃສ່ ແລະນ້ຳໃຈເຊິ່ງຄະນະປະຕິບັດງານ, ປະທານສະຫະພັນແມ່ຍິງ ແຂວງ ຈຳປາສັກ ສະຫງວນໃຫ້ເມືອງດາມຣົງ.

ປະຫວັດຄວາມເປັນມາ ​ແລະ ວິວັດການພັດທະນາ​ຂອງສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ປະຫວັດຄວາມເປັນມາ ​ແລະ ວິວັດການພັດທະນາ​ຂອງສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ
ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19 ສະ​ຫະ​ພັນ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ມິດ​ຕ​ະ​ພາບ​ແຂວງ​ດົ່ງ​ນາຍ ຂົນ​ຂວາຍ​ເງິນ​ເປັນ​ຈຳ​ນວນ 17 ຕື້​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ໂຄວິດ - 19

ວັນທີ 4 ມັງກອນ, ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເລີມດົ່ງ, ຄະນະປະຕິບັດງານສະຫະພັນແມ່ຍິງແຂວງຈຳປາສັກ (ປະເທດ ສປປ ລາວ), ໂດຍທ່ານນາງ ເຕດາວັນ ແກ້ວພິລາວັນ, ປະທານສະຫະພັນ ໄດ້ນຳໜ້າການໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ເມືອງດາມຣົງ, ແຂວງເລີມດົ່ງ.

ສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ແຂວງເລີມ ດົ່ງ

ຄະນະປະຕິບັດງານສະຫະພັນແມ່ຍິງແຂວງຈຳປາສັກ ຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ເມືອງດາມຣົງ. ພາບ: nhandan.vn

ທີ່ການຕ້ອນຮັບ, ທ່ານ ຫງວນວັນລົກ, ເລຂາພັກເມືອງດາມຣົງ ໄດ້ແຈ້ງໂດຍສັງເຂບກ່ຽວກັບເຂດພາກ, ຄົນ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃນໄລຍະຜ່ານມາ. ພ້ອມທັງ, ສະແດງຄວາມຂອບອົກຂອບໃຈຄວາມເອົາໃຈໃສ່ ແລະ ນ້ຳໃຈເຊິ່ງຄະນະປະຕິບັດງານ, ປະທານສະຫະພັນແມ່ຍິງແຂວງຈຳປາສັກ ສະຫງວນໃຫ້ເມືອງດາມຣົງ.

ຕາງໜ້າຄະນະປະຕິບັດງານ, ທ່ານນາງ ເຕດາວັນ ແກ້ວພິລາວັນ ສືບຕໍ່ຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ວຽນມາ, ຕາງໜ້າການນຳແຂວງຈຳປາສັກ, ທ່ານນາງ ເຕດາວັນ ແກ້ວພິລາວັນ ຝາກຄໍາອວຍພອນອັນປະເສີດເຖິງອຳນາດການປົກຄອງ ແລະ ປະຊາຊົນເມືອງດາມຣົງ, ແຂວງເລີມດົ່ງ.

ບູນມີ

ເຫດການ
302 Found

Found

The document has moved here.