ປະຫວັດຄວາມເປັນມາ ​ແລະ ວິວັດການພັດທະນາ​ຂອງສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ

12:57 | 20/11/2022

ຍສໝ - ປະຫວັດຄວາມເປັນມາ ​ແລະ ວິວັດການພັດທະນາ​ຂອງສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມ ​ໃນໄລຍະຕໍ່ສູ້ຕ້ານ​ຝະລັ່ງ (1945 – 1954).

ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII
ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ປະສົບ​ຜົນສຳ​ເລັດ, ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ໄດ້​ກຳ​ເນີ​ດເກີດຂຶ້ນ, ພື້ນຖານການ​ທູດ​ທັນ​ສະ​ໄໝ​ຂອງ​ຫວຽດນາມ​ ຄ່ອຍໆ​ໄດ້ຮັບການສ້າງ​ຕັ້ງ​ຂຶ້ນ​ຢ່າງ​ສົມບູນ, ​ໃນ​ນັ້ນ​ມີ 3 ພາກສ່ວນແມ່ນ: ວຽກງານພົວພັນຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ວຽກງານການ​ທູດ​ປະຊາຊົນ.

Bác Hồ đọc Tuyên ngôn Độc lập tại Quảng trường Ba Đình ngày 2/9/1945ລຸງ​ໂຮ່ ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ຢູ່​ສະໜາມ​ຫຼວງ ບາດິ່ງ ວັນ​ທີ 2 ກັນຍາ 1945. ພາບເອກະສານ

​ໃນ​ໄລຍະ​ປີ 1945-1954, ການ​ທູດ​ຫວຽດນາມ​ ໄດ້​ຮັບ​ໃຊ້ 2 ໜ້າທີ່​ຕໍ່ຕ້ານ ​ແລະ ສ້າງສາ​ປະ​ເທດ​ຊາດ. ການ​ປະ​ຕິ​ວັດ​ຫວຽດ​ນາມ​ມີຄຸນ​ລັກ​ສະ​ນະ​ຂອງ​ປະ​ຊາ​ຊົນ. ສົງຄາມ​ປະ​ຕິ​ວັດ​ຫວຽດນາມ ​ແມ່ນ​ສົງຄາມ​ປະຊາຊົນ, ​ໂດຍ​ອີງ​ໃສ່​ກຳລັງ​ແຮງຄວາມ​ສາມັກຄີ​ຂອງທົ່ວປວງຊົນ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ກັບ​ປະຊາຊົນ​ໃນ​ໂລກ.

ເພື່ອປະຕິບັດ​ໜ້າ​ທີ່​ດັ່ງກ່າວ, ປະທານ​ໂຮ່ຈີ​ມິນ ​ແລະ ລັດຖະບານ​ໄດ້​ຍູ້ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ, ​ໃນ​ນັ້ນ ​ມີ​ການ​ທູດ​ປະຊາຊົນ, ດ້ວຍ​ບັນດາ​ຍຸດ​ທະ​ວິທີ​ຕໍ່​ແຕ່ລະ​ຈຸເປົ້າຕາມທິດນຳ “ນຳສິ່ງທີ່ບໍ່ມີການປ່ຽນແປງ ຮັບມືກັບສິ່ງທີ່ມີການປ່ຽນແປງເລື້ອຍໆ.

ການ​ທູດ​ປະ​ຊາ​ຊົນ​ແມ່ນ​ກຳ​ລັງ​ທີ່​ສຳ​ຄັນ ແລະ ເຫຼົ່າຮົບສໍາຄັນຂອງ​ແນວ​ໂຮມ​ການ​ທູດ. ຜ່ານ​ແຕ່ລະ​ໄລຍະ​ແຫ່ງ​ການ​ຕໍ່ສູ້, ການ​ທູດ​ປະຊາຊົນ​ໄດ້​ນຳມາເຊິ່ງບັນດາ​ເນື້ອ​ໃນ ​ແລະ ​ຮູບ​ການ​ທີ່ມີລັກສະນະເພາະ. ໄລຍະແຫ່ງການປົກປັກຮັກສາ ແລະ ປັບປຸງອໍານາດການປົກຄອງການປະຕິວັດແຕ່ປີ 1945 – 1946, ໄດ້ສະແດງອອກຕົ້ນຕໍຜ່ານເລື່ອງມະຫາຊົນ ປະຊາຊົນ “ສັນລະເສີນກໍາລັງແຮງ” ທີ່ສະໜັບສະໜູນອໍານາດການປົກຄອງການປະຕິວັດ.

Nhân dân Pháp biểu tình ủng hộ nhân dân Việt Nam kháng chiếnປະ​ຊາ​ຊົນ​ຝະ​ລັ່ງ​ ໄດ້​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​. ພາບເອກະສານ

ພິ​ເສດ, ​ໃນ​ໄລຍະ​ນີ້, ການ​ທູດ​ປະຊາຊົນ ​ໄດ້ເສີມຂະຫຍາຍ​​ບົດບາດ​ໃນ​ການຍາດແຍ່ງເອົາ​ຄວາມ​ເປັນອັນໜື່ງອັນດຽວກັນໃນການສະໜັບສະໜູນ​ຂອງປະຊາຊົນ​ໃນ​ໂລກຕໍ່ກັບ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ. ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ໄດ້​ຮັບ​ການ​ຊຸກຍູ້, ຄະນະ​ຜູ້​ແທນ​ປະຊາຊົນ​ຄັ້ງ​ທຳ​ອິດ​ທີ່​ໄປຍາດແຍ່ງສາກົນ​ແມ່ນ​ຄະນະໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມລະຫວ່າງ​ພາກ​ພື້ນ​ອາຊີ (ນິວ​ເດ​ລີ, ອິນ​ເດຍ, ​ເດືອນ ເມສາ1947). ຫຼັງ​ຈາກ​ນັ້ນ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສາກົນ​ຫຼາຍ​ຢ່າງ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ຄື: ກອງ​ປະຊຸມ​ສະຫະພັນ​ກຳມະບານ​ໂລກ ຢູ່ Milan (ອີ​ຕາ​ລີ), ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ ​ແລະ ນັກ​ສຶກສາ ​ໂລກ ຢູ່ Budapest. (ຮຸງກາຣີ, ປີ 1949),... ໃນ​ທ້າຍ​ປີ 1950, ເມື່ອ​ສະ​ພາ​ສັນ​ຕິ​ພາບ​ໂລກ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ຫວຽດ​ນາມ​ ແມ່ນ​ຫນຶ່ງ​ໃນ​ສະ​ມາ​ຊິກ​ກໍ່​ຕັ້ງ​ຂອງ​ສະ​ພາ.

ປີ 1950, ຈີນ, ສະຫະພາບ​ໂຊ​ວຽດ, ບັນດາປະເທດ ​ປະຊາທິປະ​ໄຕ​ປະ​ຊາ​ຊົນ​ເອີ​ລົບ​ຕາ​ເວັນ​ອອກ, ມົງ​ໂກ​ລີ ​ແລະ ສປປ ​ເກົາຫຼີ ​ໄດ້​ຮັບ​ຮູ້ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ຕາມ​ລຳດັບ. ບັນດາສະມາຄົມມິດຕະພາບຫວຽດນາມ ກັບປະຊາຊົນບັນດາປະເທດ ສັງຄົມນິຍົມກໍ່ໄດ້ຮັບການສ້າງຕັ້ງຂຶ້ນ.

ຫວຽດນາມ ວາງແຜນ​ຄວາມ​ສາມັກຄີ​ຢ່າງແໜ້ນແຟ້ນ​ກັບ​ລາວ ​ແລະ ກຳປູ​ເຈຍ ​ໃນ​ການ​ຕໍ່ສູ້ຕ້ານ​ສັດຕູໂຕດຽວກັນ, ຍາດເອົາ​ເອກະລາດ​ໃຫ້​ແຕ່ລະ​ປະ​ເທດ. ໜຶ່ງໃນບັນດາການກຳນົດທິດ​ທີ່​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ຂົນຂວາຍ​ສາກົນ​ຂອງ​ຫວຽດນາມ ​ໃນ​ໄລຍະ​ນີ້​ແມ່ນສາມັກຄີກັບຂະບວນການປະຊາຊົນຝະລັ່ງ ຕໍ່ສູ້ໃຫ້ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ປະຊາທິປະ​ໄຕ, ສັນຕິພາບ, ຕ້ານ​ສົງຄາມ​ອິນ​ດູ​ຈີນ. ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ດັ່ງກ່າວ, ​ເດືອນກໍລະກົດ 1950, ພັກ ​ແລະ ລັດ ​ໄດ້​ເຊີນ​ສະຫາຍ Léo Figuères,, ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຝະລັ່ງ, ສະມາຊິກ​ສະພາ​ແຫ່ງ​ຊາດ, ​ເລຂາທິການ​ສະຫະພັນ​ນັກ​ສຶກສາ​ຝະລັ່ງ, ຮອງ​ປະທານສະຫະພັນ​ຊາວ​ໜຸ່ມ​ປະຊາທິປະ​ໄຕ​ໂລກ ໄປ​ຢ້ຽມຢາມ​ເຂດ​ເສລີ​ຫວຽດບັກ, ຈາກ​ນັ້ນ, Léo Figuères ​ໄດ້​ຂຽນ​ບົດ​ຄວາມ​ທີ່​ຂ້ຽວຂາດ ​ແລະ ​ລົງ​ພິມ​ໃນ​ໜັງສືພິມ​ຢູ່ ຝະລັ່ງ.

Quá trình hình thành và phát triển của Liên hiệp các tổ chức hữu nghị Việt Namທ່ານ ເລ​ດິງ​ທ໋າມ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສັນ​ຕິ​ພາບ​ໂລ ກ​ທີ່​ຈັດ​ຂຶ້ນ​ຢູ່​ Stockkhom, ປີ 1950. ພາບເອກະສານ

ປະທານ​ໂຮ່ຈີ​ມິນ ກໍ່​ໄດ້​ຂຽນ​ຈົດໝາຍ​ລະດົມ​ກຳລັງ​ໃຈ​ທະຫານ​ຝະລັ່ງ ​ແລະ ຄອບຄົວ​ຂອງທະຫານ​ຝະລັ່ງ. ຄຳ​ຂວັນ “ສັນຕິພາບ ​ແລະ ​ກັບ​ຄືນ​ປະ​ເທດ” ​ໄດ້​ກາຍ​ເປັນກໍາລັງແຮງຊຸກຍູ້​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຝະລັ່ງ ​ເພື່ອ​ຢຸດຕິ​ສົງຄາມ ​ແລະ ​ເພື່ອ​ຖອນກໍາລັງກັບເມືອປະເທດ. ຈາກຝະລັ່ງ, ຂະບວນການຄັດຄ້ານ ສົງຄາມໄດ້ແຜ່ຂະຫຍາຍໄປສູ່ບັນດາປະເທດເອີຣົບອື່ນໆ, ໃນນັ້ນມີບັນດາ ປະເທດເອີລົບເໜືອ.

ວັນ​ທີ 19 ພະຈິກ 1950, ຄະນະກຳ​ມະ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ເຂດ​ທີ່ໝັ້ນ​ຫວຽດ​ບັກ. ປະທານ ໂຮ່ຈີມິນ ໄດ້ຮັບກຽດເປັນປະທານກິດຕິມະສັກ; ທ່ານໝໍ ເລ​ດິງ​ທ໋າມ ໄດ້ຮັບເລືອກຕັ້ງເປັນປະທານ.

ການ​ກຳ​ເນີດ​ຂອງ​ຄະນະ​ກຳມະການ​ປົກ​ປັກ​ຮັກ​ສາສັນຕິພາບ​ໂລກ​ຂອງ​ຫວຽດນາມ (​ເດືອນ​ພຶດສະພາ 1988 ​ໄດ້​ປ່ຽນ​ຊື່​ເປັນ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ), ​ແມ່ນ​ອົງການ​ການ​ທູດ​ປະຊາຊົນຫຼາຍຝ່າຍ​​ທຳ​ອິດ​ທີ່​ພັກ​ເຮົາ​​ສ້າງ​ຕັ້ງ​ຂຶ້ນ ​ເພື່ອ​ດຳ​ເນີນ​ງານ​ສະເພາະກິດໃນ​ຂົງ​ເຂດປົກ​ປັກ​ຮັກ​ສາ​ສັນຕິພາບ, ​ຕິດພັນກັບ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ສັນຕິພາບ​ ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນເຮົາ ດ້ວຍພາລະກິດປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ປະຊາຊົນ​ທົ່ວ​ໂລກ.

ວັນ​ທີ 17 ພະຈິກ 1950, ປະທານ ​ໂຮ່ຈີ​ມິນ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ກອງ​ປະຊຸມ​ໃຫຍ່ສ້າງ​ຕັ້ງ​ຄະນະ​ກຳມະການ​ປົກ​ປັກ​ຮັກສາ​ສັນຕິພາບໂລກ ​ຂອງຫວຽດນາມ, ໄດ້ຖື​ເປັນ​ວັນມູນເຊື້ອ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ສະຫລຸບ​ລວມ​ແລ້ວ, ​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຝະລັ່ງ, ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ ປະຊາຊົນ​ຫວຽດນາມ ​ເຊິ່ງຈຸດ​ສຸມ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສັນຕິພາບ ໄດ້ຕັ້ງໜ້າ​ເສີມຂະຫຍາຍລັກສະນະອັນ​ຊອບ​ທຳ ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ບາດກ້າວ​ແຫ່ງໄຊຊະນະ​ຂອງ​ຫວຽດນາມ,

ດ້ວຍ​ການ​ສົມທົບ ​ແລະ ​ຊ່ວຍເຫຼືອ​ຂອງ​ບັນດາ​ອົງການຈັດຕັ້ງ​ສັນຕິພາບ​ສາກົນ ​ແລະ ​ແຫ່ງ​ຊາດ, ກ່ອນ​ອື່ນ​ໝົດແມ່ນ​ຢູ່ ຝະລັ່ງ ​ແລະ ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ການ​ທູດ​ປະຊາຊົນ​ຂອງ​ພວກເຮົາ​ໄດ້​ປະກອບສ່ວນ​ຂົນຂວາຍ​ປະຊາຊົນ​ຫຼາຍ​ປະ​ເທດ​ສະໜັບສະໜູນ​​ການ​ຕໍ່ສູ້​ຂອງ​ຫວຽດນາມ, ຮຽກຮ້ອງ​ໃຫ້​ຝະຣັ່ງ​ ຢຸດຕິ “ສົງຄາມ​ເປື້ອນ​ເປິະ” ຢູ່​ອິນ​ດູ​ຈີນ, ສົ່ງຜົນກະທົຍຢ່າງຕັ້ງໜ້າເຂົ້າໃນ​ການ​ລົງ​ນາມ​ໃນ​ສັນ​ຍາ Genève ​ປີ 1954, ສິ້ນ​ສຸດ​ສົງ​ຄາມ, ຟື້ນ​ຟູ​ສັນ​ຕິ​ພາບ​ຢູ່​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ຄືນໃໝ່.

​ໃນ​ໄລຍະ​ນີ້, ບັນດາອົງການຈັດຕັ້ງ​ມິດຕະພາບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ ​ທຳ​ອິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ (ຕໍ່ມາກາຍເປັນ​ບັນດາ​ອົງການ​ສະມາຊິກຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ). ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ໄດ້ຮັບການສ້າງຕັ້ງເມື່ອປີ 1945, ຄະນະກຳມະການປົກປ້ອງສັນຕິພາບໂລກ ຂອງຫວຽດນາມ (1950), ສະມາຄົມມິດມິດຕະພາ ຫວຽດນາມ - ຈີນ (ປີ 1950), ສະມາຄົມມິດຕະພາບ ຫວຽດນາມ - ໂຊວຽດ (1950) ແລະ ສະມາຄົມມິດຕະພາບສອງຝ່າຍກັບ​ບັນດາປະ​ເທດ​ສັງ​ຄົມ​ນິ​ຍົມ...

ບູນມີ

ເຫດການ
302 Found

Found

The document has moved here.