ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ

09:08 | 04/01/2023

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ຜູ້​ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ, ທ່ານ ປອ. ຫງວຽນ​ຕຽນ​ລ້ວນ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ ຫງວຽນ​ຈາຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ໃຫ້​ຮູ້​ວ່າ ງານ​ວາງ​ສະ​ແດງ​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ເນື່ອງ​ໃນ​ໂອ​ກາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (22/12/1992-22/12/2022).

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ  ສ້າງການ​ພົວ​ພັນ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້ເປັນຮູບເປັນຮ່າງຄືນໃໝ່ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສ້າງການ​ພົວ​ພັນ​ຍຸດ​ທະ​ສາດ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້ເປັນຮູບເປັນຮ່າງຄືນໃໝ່
ຂອບ​ຂະ​ໜາດ​ການ​ຄ້າ ຫວຽດ​ນາມ - ສ.ເກົາຫຼີ ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ປີ 1992 ຂອບ​ຂະ​ໜາດ​ການ​ຄ້າ ຫວຽດ​ນາມ - ສ.ເກົາຫຼີ ເພີ່ມ​ຂຶ້ນ​ຢ່າງ​ແຮງ​ນັບ​ແຕ່​ປີ 1992
ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມ​ທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ: ແຜ່​ລະ​ຫຍາຍ​ຄ​ວາມ​ງາມ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ
ບ​ັນ​ດາ​ຜູ້​ແທນ​ຕັດ​ຜ້າ​ແຖບ​ໄຂ​ງານວ​າງ​ສະ​ແດງ (ພາບ: ຄ​ະ​ນະ​ຈັດ​ຕັ້ງ)

ງານ​ວາງ​ສະ​ແດງ “ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ” ວາງ​ສະ​ແດງ​ຜົນ​ງານ 300 ຢ່າງ​ຂອງ​ນັກຈິດ​ຕະ​ກອນ ຫວຽດ​ນາມ ແລະ ສ.ເກົາຫຼີ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ບ່າຍ​ວັນ​ທີ 27 ທັນ​ວາ​ ຢູ່ ຫໍ​ພິ​ພິ​ທະ​ພັນ​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ຜູ້​ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ, ທ່ານ ປອ. ຫງວຽນ​ຕຽນ​ລ້ວນ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ ຫງວຽນ​ຈາຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ ໃຫ້​ຮູ້​ວ່າ ງານ​ວາງ​ສະ​ແດງ​ແມ່ນ​ເຫດ​ການ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ເນື່ອງ​ໃນ​ໂອ​ກາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (22/12/1992-22/12/2022).

ທ່ານ ຫງວຽນ​ຕຽນ​ລ້ວນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ງານ​ວາງ​ສະ​ແດງ “ເຕົ້​າ​ໂຮມ​ສິ່ງ​ຢອດ​ຢ້ຽມທາງ​ດ້ານວິຈິດສິນ ຫວຽດ​ນາມ - ສ.ເກົາຫຼີ” ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢັ້ງ​ຢືນ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ສ.ເກົາຫຼີ. ທ່ານ ປ.ອ ຫງວຽນ​ຕຽນ​ລ້ວນ ເນັ້ນ​ໜັກ​ວ່າ:

ໃນ​ການ​ຢ້ຽມ​ຢາມ ສ.ເກົາຫຼີ ຂອງ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ຕົ້ນ​ເດືອນ​ທັນ​ວາ ຜ່ານ​ມາ, ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ປະ​ກາດ​ຍົກ​ລະ​ດົບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ຢູ່​ພິ​ທີ, ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ສ.ເກົາຫຼີ, ຢັ້ງ​ຢືນ​ວ່າ ​ການ​ພົບ​ປະ​ແລກ​ປ່ຽນ​ປ​ະຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີ​ຄວາມ​ໝາຍ​ສຳ​ຄັນ, ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ໜັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ ​ຫວຽດ​ນາມ - ສ.ເກົາຫຼີ.

ໂດຍ​ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ສ​.ເກົາຫຼີ ລ້ວນ​ແຕ່​ມີປະ​ຊາ​ຊົນ​ປະ​ມານ 200.000 ຄົນ​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ປະ​ເທດຂອງກັນ, ໃນ​ນັ້ນ​ມີ​ຄອບ​ຄົວ​ຫວຽດ​ - ສ.ເກົາຫຼີ ປະ​ມານ 80.000 ຄອບ​ຄົວ, ມີ​ປະ​ມານ 70 ຄູ່​ທ້ອງ​ຖິ່ນໄດ້​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ຮ່ວມ​ມື, ເກືອບ 2000 ຖ້ຽວ​ບິນ/ເດືອນ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ.

ສ່ວ​ນ​ສະ​ມາ​ຄົມ​ວິ​ຈິດ​ສິນ ຫວຽດ​ນາມ ອົງ​ການ​ຮ່ວມ​ຈັດ​ຕັ້ງ, ທ່ານ​ປະ​ທານ​ ເລືອງ​ຊວັນ​ດ​ວານ​ ເນັ້ນ​ໜັກ​ວ່າ ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິ່ງ​ພິ​ສູດ​ຢ່າງ​ແຮງທີ່​ສຸດ​ໃຫ້​ແກ່​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ສອງ​ປະ​ເທດ. ງານ​ວາງ​ສະ​ແດງ​ໄດ້ສ້າງ​ໂອ​ກາດ​ພົວ​ພັນ​ແລກ​ປ່ຽນ​ວິ​ຈິດ​ສິນໃຫ້​ແກ່​ນັກ​ສິ​ລະ​ປິນ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ອະ​ນາ​ຄົດຫຼາຍ​ກ່​ວາອີກ.

ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ, ງາ​ນວາງ​ສະ​ແດງ​ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ຊາວ​ຫວຽດ​ນາມ, ວັດ​ທະ​ນະ​ທຳ ຫວຽດ​ນາມ ໄປ​ຍັງ​ເພື່ອນ​ມິດ ສ.ເກົາຫຼີ ແລະ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ ​ທຸກ​ຄົນ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຜ່ານ​ວິ​ຈິດ​ສິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.