ຜູ້ຕາງໜ້າການນຳພັກ ແລະ ລັດ ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ)

09:04 | 22/12/2022

ຕອນບ່າຍວັນທີ 20 ທັນວາ, ຄະນະຜູ້ຕາງໜ້າການນຳພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ) ແລະ ບາດຫຼວງ ບຸຍວັນສານ ປະທານສະມາຄົມ ຢູ່ຮ່າໂນ້ຍ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ຫົວໜ້າການທະຫານກອງພົນທີ 1 ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກ. ຫົວໜ້າການທະຫານກອງພົນທີ 1 ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກ.
ຜູ້ຕາງໜ້າການນຳພັກ ແລະ ລັດ ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ). ພາບ: VOV
ຜູ້ຕາງໜ້າການນຳພັກ ແລະ ລັດ ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາສະໜາໂປແຕັສຕັງ ຫວຽດນາມ (ພາກເໜືອ). ພາບ: VOV5

ນະທີ່ນີ້, ທ່ານນາງ ບຸ່ຍທິມິນຮ່ວາ ໄດ້ສົ່ງຄຳອວຍພອນເຖິງບັນດາສາສະນິກກະຊົນຂອງສາສະໜາໂປແຕັສຕັງ ໃນໂອກາດວັນບຸນຄຼິດສມາດ ໃຫ້ມີສຸຂະພາບເຂັ້ມແຂງ ແລະ ຄວາມຜາສຸກ. ທ່ານນາງ ບຸ່ຍທິມິນຮ່ວາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກ່າວວ່າ: “ຂ້າພະເຈົ້າຫວັງວ່າ ດ້ວຍມູນເຊື້ອອັນດີງາມຂອງສາສະໜາ, ບາດຫຼວງ, ການນຳສະມາຄົມຈະສືບຕໍ່ສາມັກຄີ, ຊຸກຍູ້, ນຳພາບັນດາສາສະນິກກະຊົນສາສະໜາໂປແຕັສຕັງ ຍຶດໝັ້ນປະຕິບັດແຜນນະໂຍບາຍແນວທາງຂອງພັກ ແລະ ກົດໝາຍຂອງລັດ ແລະ ສືບຕໍ່ຂົນຂວາຍປະຊາຊົນເຂົ້າຮ່ວມບັນດາຂະບວນການຢູ່ເຂດຊຸມຊົນ, ຮ່ວມກັນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ”.

ໄຊພອນ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ