ຫົວໜ້າການທະຫານກອງພົນທີ 1 ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກ.

16:05 | 02/05/2019

ຢາກຮັກສາຜົນງານ ແລະ ມູນເຊື້ອຂອງກົມກອງນັ້ນ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີບົດບາດເປັນເຈົ້າ ການເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ, ມີແບບແຜນດຳເນີນຊີວິດ ແລະ ແບບແຜນວິທີເຮັດວຽກຢ່າງຮັດກຸມ, ລະອຽດຈະແຈ້ງ, ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງ, ຕັ້ງ ໜ້າປະຕິບັດຂໍ້ກຳນົດກົດລະບຽບ ແລະ ວິໄນຂອງກອງທັບ, ຂອງກົມກອງຢ່າງເຂັ້ມງວດ, ມີສະຕິລະວັງຕົວຕໍ່ບັນດາປາກົດການຫຍໍ້ທໍ້ຕ່າງໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຫົວໜ້າການທະຫານກອງພົນທີ 1 ລົງຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກ.

ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນທີ 1 ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກສອກຫຼີກ, ເຂດພູສູງຂົງເຂດທີ່ກອງພົນທີ 1.

ໃນວັນທີ 26 ເມສາ 2019 ນີ້, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານກອງພົນທີ 1 ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມນາຍ ແລະ ພົນທະຫານບັນດາກົມກອງຢູ່ເຂດຫ່າງໄກສອກຫຼີກ, ເຂດພູສູງຂົງເຂດທີ່ກອງພົນທີ 1 ຮັບຜິດຊອບ. ໂອກາດດັ່ງກ່າວສະຫາຍ ຫົວໜ້າການທະຫານກອງພົນທີ 1 ກໍໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈາກຜູ້ບັນຊາແຕ່ລະປ້ອມ, ແຕ່ລະເຂດ ເຊິ່ງມີທັງສິ່ງເອື້ອອຳນວຍ ແລະ ຄວາມຫຍຸ້ງຍາກຫຼາຍ ດ້ານທີ່ຈະຕ້ອງໄດ້ບຸກບືນຜ່ານຜ່າ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງຈາກນັ້ນ, ສະຫາຍ ຫົວໜ້າການທະຫານກອງພົນ ກໍໄດ້ກ່າວໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ເຄື່ອນ ໄຫວກວດກາລາດຕະເວນ, ຊອກຄົ້ນ, ກຸ່ມຄົນບໍ່ຫວັງດີທີ່ເຄື່ອນໄຫວ ຢູ່ຕາມພູຜາປ່າດົງເຂດຫຍຸ້ງຍາກ, ທຸລະກັນດານດ້ວຍຄວາມບຸກບືນ, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ ເພື່ອເຮັດໃຫ້ທ້ອງຖິ່ນມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າຢູ່ເຂດດັ່ງກ່າວຍູທ່າງທຳການຜະລິດ ແລະ ຄ້າຂາຍປັບປຸງແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອ ລະກ້າວ,

ສະຫາຍຍັງໄດ້ເນັ້ນໜັກຕື່ມວ່າ: ຢາກຮັກສາຜົນງານ ແລະ ມູນເຊື້ອຂອງກົມກອງນັ້ນ ຕ້ອງສືບຕໍ່ຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງ ຕົນ, ເພີ່ມທະວີບົດບາດເປັນເຈົ້າ ການເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ, ມີແບບແຜນດຳເນີນຊີວິດ ແລະ ແບບແຜນວິທີເຮັດວຽກຢ່າງຮັດກຸມ, ລະອຽດຈະແຈ້ງ, ມີແນວຄິດການ ເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງ, ຕັ້ງ ໜ້າປະຕິບັດຂໍ້ກຳນົດກົດລະບຽບ ແລະ ວິໄນຂອງກອງທັບ, ຂອງກົມກອງຢ່າງເຂັ້ມງວດ, ມີສະຕິລະວັງຕົວຕໍ່ບັນດາປາກົດການຫຍໍ້ທໍ້ຕ່າງໆ ເພື່ອພ້ອມກັນເຮັດສຳເລັດ ໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ໃນໂອກາດລົງຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ, ຫົວໜ້າການທະຫານກອງພົນທີ 1 ແລະ ເພື່ອເປັນການຊຸກ ຍູ້ກຳລັງໃຈຟົດຟື້ນປະຕິວັດຂອງ ອ້າຍນ້ອງທະຫານທີ່ເຮັດໜ້າທີ່ປ້ອງກັນຊາດຢູ່ເຂດຫຍຸ້ງຍາກກັນດານ. ໂອກາດໃນການມາ ຢ້ຽມຢາມສະຫາຍກໍໄດ້ນຳເອົາ ເຄື່ອງຕ້ອນຂອງຝາກສ່ວນຕົວຈຳນວນໜຶ່ງມອບໃຫ້ພະນັກງານ-ນັກຮົບຢູ່ບັນດາປ້ອມຈັ້ງ ທ່າຈຸດສຳຄັນຕ່າງໆຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ໂກຮັງ ພັນທະວົງ/ນສພ ກອງທັບ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.