ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ

07:43 | 09/12/2022

ຕອນບ່າຍວັນທີ 7 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ທີ່ພວມຢ້ຽມຢາມຫວຽດນາມ.

ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງລາວ ທີ່ ສປຊ ຫວຽດນາມ ຕີລາຄາສູງການປະກອບສ່ວນຂອງລາວ ທີ່ ສປຊ
ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ພາລະກິດການ​ປະຕິວັດສື່ມວນຊົນ​ຂອງ ກູ​ບາ ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ພາລະກິດການ​ປະຕິວັດສື່ມວນຊົນ​ຂອງ ກູ​ບາ
ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ
ສືບຕໍ່ມານະພະຍາຍາມເສີມສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ. ພາບ: VGP

ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບກັນວ່າ ໃນສະພາບການໂລກ ແລະ ພາກພື້ນທີ່ສັບສົນ, 2 ຝ່າຍຄວນສືບຕໍ່ມານະພະຍາຍາມເສີມສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. 2 ຝ່າຍເຫັນດີເປັນເອກະສັນປະຕິບັດການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືສຳຄັນຂອງສອງປະເທດທີ່ຍັງເຫຼືອໃນປີສາມັກຄີມິດຕະພາບ, ໃນນັ້ນມີກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ພິທີອັດ "ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ພ້ອມກັນນັ້ນ, ກໍສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມືຄື: ດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພະຍາຍາມຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມຄື: ທ່າກຳປັ່ນ ວູງອ໋າງ 1, 2, 3 (ແຂວງ ຮ່າຕິ້ງ, ຫວຽດນາມ) ແລະ ສະໜາມບິນ ໜອງຄ້າງ (ແຂວງຫົວພັນ, ລາວ); ບັນດາໂຄງການເຊື່ອມຕໍ່ທາງບົກ, ທາງລົດໄຟຕາມທິດຕາເວັນອອກ-ຕາເວັນຕົກ, ພ້ອມກັນນັ້ນກໍຍົກສູງປະສິດທິຜົນການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.