ຄັງສັນຕິພາບ ແລະ ພັດທະນາຫວຽດນາມກັບການປົກປ້ອງຜົນປະໂຫຍດຂອງຊາດ-ຊົນເຜົ່າ

15:30 | 04/12/2019

ຍສໝ - ຄັງສັນຕິພາບ ແລະ ພັດທະນາຫວຽດນາມ (ຄັງ) ແມ່ນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ມີໜ້າທີ່ຈັດຕັ້ງບັນດາການເຄື່ອນໄຫວການພົວພັນຕ່າງປະເທດ, ຈັດຕັ້ງ ຫຼື ເຂົ້າຮ່ວມການເຄື່ອນໄຫວຄົ້ນຄ້ວາ, ແຈ້ງຂ່າວພົວພັນຕ່າງປະເທດ ແລະ ບັນດາການເຄື່ອນໄຫວອື່ນກ່ຽວກັບເສດຖະກິດ, ສັງຄົມ ແລະ ວັດທະນະທຳກ່ຽວພັນກັບສັນຕິພາບ ແລະ ພັດທະນາ.

ຄັງສັນຕິພາບ ແລະ ພັດທະນາຫວຽດນາມກັບການປົກປ້ອງຜົນປະໂຫຍດຂອງຊາດ-ຊົນເຜົ່າ

ປຶ້ມ"ຫວຽດນາມ ແລະ ທະເລຈີນໃຕ້" ໄດ້ຮຽບຮຽງໂດຍກອງທຶນສັນຕິພາບ ແລະ ການພັດທະນາຫວຽດນາມ.

ສ້າງຕັ້ງປີ 2003 ກັບແບບແຜນຈັດຕັ້ງ, ເຄື່ອນໄຫວເປັນເອກະລັກຂອງຕົນ, ຄັງໄດ້ເຂົ້າຮ່ວມຫຼາຍຢ່າງໃນຕາໜ່າງ,ກົນໄກ, ເວທີປະຊາຊົນຫຼາຍພາກພື້ນຂົງເຂດ ແລະ ສາກົນ. ຄັງແມ່ນໄດ້ຮັບມອບໝາຍຕາງໜ້າບັນດາອົງການຈັດຕັ້ງປະຊາຊົນຫວຽດນາມເຂົ້າຮ່ວມຄະນະຈັດຕັ້ງເວທີປະຊາຊົນອາຊຽນ, ເວທີປະຊາຊົນອາຊີ - ເອີຣົບ. ຄັງກໍແມ່ນໜຶ່ງໃນສີ່ອົງການຈັດຕັ້ງປະຊາຊົນຫວຽດນາມໄດ້ຖືກມອບຮັບກົດລະບຽບໃຫ້ຄຳປຶກສາຢູ່ສະພາເສດຖະກິດ-ສັງຄົມ (ECOSOC) ຂອງສະຫະປະຊາຊາດ.​

ນີ້ຍັງແມ່ນອົງການຈັດຕັ້ງປະຊາຊົນທຳອິດຂອງຫວຽດນາມໄດ້ຮັບກົດລະບຽບໃຫ້ຄຳປຶກສາບໍ່ຂຶ້ນກັບລັດຖະບານກັບຄະນະກຳມະການລະຫວ່າງລັດຖະບານອາຊຽນກ່ຽວກັບສິດທິມະນຸດ(AICHR). ນັ້ນແມ່ນເງື່ອນໄຂອັນດີເພຶ່ອໃຫ້ຄັງໄດ້ມີສ່ວນຮ່ວມປະກອບສ່ວນອັນສຳຄັນໃນການຊຸກຍູ້ ແລະ ປົກປ້ອງຜົນປະໂຫຍດຂອງຊາດ, ຊົນເຜົ່າ ແລະ ປະກອບສ່ວນ ເຂົ້າໃນພາລະກິດລວມຂອງປະຊາຊົນກ້າວໜ້າໃນໂລກ.

ຄັງລ້ວນແຕ່ເປັນເຈົ້າການ ແລະ ປະສານສົມທົບຢ່າງຕັ້ງໜ້າກັບບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ ປະສານກັບ ການຕອບສະໜອງຂໍ້ມູນໃຫ້ໝູ່ເພື່ອນສາກົນ,​ໂຄສະນາກ່ຽວກັບແຜ່ນດິນ, ຄົນ, ນະໂຍບາຍຂອງພັກ ແລະ ລັດ, ເອົາໃຈໃສ່ຕໍ່ສູ້ຢ່າງໄດ້ຜົນໃນຂອບເຂດປະຊາທິປະໄຕ, ສິທິສ່ວນບຸກຄົນ, ອະທິປະໄຕເໜືອໝູ່ເກາະ ແລະ ທະເລ. ປະກອບສ່ວນເພີ່ມທະວີການຮ່ວມມືຂອງປະຊາຊົນຫວຽດນາມ ແລະ ປະຊາຊົນຂອງແຕ່ລະະເທດ, ຂົນຂວາຍນ້ຳໃຈສາມັກຄີສາກົນຊ່ວຍເຫຼືອ ຫວຽດນາມ, ປົກປ້ອງ ແລະ ຊຸກຍູ້ສິດຜົນປະໂຫຍດຂອງຊາດ, ສະໜັບສະໜຸນຊ່ອງພົວພັນຕ່າງປະເທດຂອງລັດຖະບານ, ປະກອບສ່ວນລວມເຂົ້າໃນຂະບວນການປະຊາຊົນໂລກເພຶ່ອການພັດທະນາ, ຄວາມຍຸຕິທຳສັງຄົມ ແລະ ພັດທະນາໝັ້ນຄົງ.

ຄັງສັນຕິພາບ ແລະ ພັດທະນາຫວຽດນາມກັບການປົກປ້ອງຜົນປະໂຫຍດຂອງຊາດ-ຊົນເຜົ່າ

ເດັກນ້ອຍເຂົ້າຮ່ວມວັນວັດທະນະທຳສັນຕິພາບ ໄດ້ຈັດຂຶ້ນໂດຍກອງທຶນເພື່ອສັນຕິພາບ ແລະ ການພັດທະນານະຄອນໂຮ່ຈີມິນ.

ຄຽງຄູ່ກັນນັ້ນ, ຜ່ານການພັດທະນາສາຍພົວພັນຄູ່ຮ່ວມມືສອງຝ່າຍ, ກັບຕາຂ່າຍບັນດາອົງການຈັດຕັ້ງຄູ່ຮ່ວມມືກ້ວາງຂວາງໃນທົ່ວໂລກ. ຄັງໄດ້ຍາດເວລາເຄື່ອນໄຫວໄດ້ຮັບການຊ່ວຍເຫຼຶອຂອງໝູ່ເພື່ອນສາກົນຕໍ່ກັບຫວຽດນາມ. ພິເສດ, ໃນການປົກປ້ອງອະທິປະໄຕໝູ່ເກາະ ແລະ ທະເລ ແລະ ຮຽກຮ້ອງຄວາມເປັນທຳໃຫ້ກັບຜູ້ຖືກເຄາະຮ້າຍທາດເຄມີສີສົ້ມ/ດີໂອຊິນ. ຕໍ່ກັບບັນດາການປ່ຽນແປງຢ່າງສັບສົນໃນທະເລຕາເວັນອອກໃນໄລຍະເວລາທີ່ຜ່ານມາ, ຄັງໄດ້ເປັນເຈົ້າການໃນການຕອບສະໜອງຂໍ້ມູນໃຫ້ໝູ່ເພື່ອສາກົນດ້ວຍຫຼາຍວິທີ ຫຼາຍຮູບແບບຄື ຈັດຕັ້ງປະຊຸມຂ່າວອອກແຈ້ງການ, ສົ່ງຈົດໝາຍເຊື້ອເຊີນ, ສົ່ງຂໍ້ມູນໃຫ້ບັນດາອົງການຈັດຕັ້ງຄູ່ຮ່ວມມື, ຊ່ວຍໃຫ້ໝູ່ເພື່ອນສາກົນເຂົ້າໃຈແຈ້ງເຖິງຄວາມເປັນທໍາຂອງພວກເຮົາໃນວຽກປົກປ້ອງອະທິປະໄຕຂອງຊາດ. ຈາກນັ້ນແບ່ງປັນແນວຄວາມຄິດຂອງພວກເຮົາໃນການປົກປ້ອງອະທິປະໄຕໝູ່ເກາະ ແລະ ທະເລ, ແກ້ໄຂຂໍ້ຂັດແຍ່ງດ້ວຍວິທີສັນຕິພາບບົນພື້ນຖານເຄົາລົບກົດໝາຍສາກກົນ...

ຫຼາຍໆອົງການຈັດຕັ້ງໝູ່ເພື່ອນສາກົນ, ຈາກບັນດາຂ່າວສານໂດຍຄັງມອບໃຫ້, ໄດ້ນຳໃຊ້ແນວຄິດຂອງຫວຽດນາມຄືພາກສ່ວນແນວຄິດຢ່າງເປັນທາງການຂອງໂຕເອງກ່ຽວກັບບັນຫາທີ່ກ່ຽວພັນເຖິງກັານຂັດແຍ້ງອະທິປະໄຕໝູ່ເກາະແລະທະເລ. ຄັງກໍ່ຍັງໄດ້ເປັນເຈົ້າການໃນການຮ່ວມມືກັບຄະນະຊາຍແດນແຫ່ງຊາດ, ໂຮງພິມການສຶກສາ ແລະ ໂຮງພິມໂລກ, ພິມປຶ້ມ "ຫວຽດນາມ ແລະ ທະເລຕາເວັນອອກ" ເປັນພາສາຫວຽດ (ປີ 2011, ພິມອີກປີ 2014 ແລະ 2017) ແລະ ພາສາອັງກິດ (ປີ 2012 , ພິມອີກຄັ້ງ ປີ 2014 ແລະ 2017).

ນີ້ແມ່ນປຶ້ມບັນທຶກຫົວທຳອິດລວມມີບັນດາຂໍ້ມູນສັ້ນກະທັກຮັດ, ເຂົ້າໃຈງ່າຍ, ແນະນຳຂໍ້ມູນພື້ນຖານກ່ຽວກັບບັນຫາທະເລຕາເວັນອອກ, ຈຸດຢືນຂອງຫວຽດນາມແລະ ເອກະສານສາກົນຈຳນວນໜຶ່ງ, ຂົງເຂດ ແລະ ສອງຝ່າຍກ່ຽວຂ້ອງກັບທະເລຕາເວັນອອກ ເພື່ອຮັບໃຊ້ໃນການພົວພັນຕ່າງປະເທດຂອງບັນດາອົງການຈັດຕັ້ງປະຊາຊົນຫວຽດນາມ. ຢູ່ຕ່າງປະເທດ, ປຶ້ມຫົວນີ້ຍັງຖືກຫຼາຍອົງການຈັດຕັ້ງ ແລະ ສ່ວນບຸກຄົນເຊິ່ງແມ່ນຄູ່ຮ່ວມມືຂອງຄັງ ຫຼື ສະຫະພັນມິດຕະພາບນຳໃຊ້. ພິເສດ,ຢູ່ອິນເດຍ ຮ່ວມກັບສະບັບພາສາອັງກິດ, ປຶ້ມໄດ້ຖືກອົງການຈັດຕັ້ງສັນຕິພາບ ແລະ ສາມັກຄີທົ່ວອິນເດຍ (AIPSO) ແປເປັນພາສາຮິນດິ ແລະ ພາສາທ້ອງຖິ່ນຈຳນວນໜຶ່ງ ແລະ ເປັນທີ່ນິຍົມໃນຫຼາຍລັດຂອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.