ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ

17:26 | 29/11/2022

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ, ທ່ານ​ລັດ​ຖະ​ມົນ​ຕີຫວຽດ​ນາມ ບຸຍ​ແທັງ​ເຊີນ ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະສົມທົບ​ຢ່າງ​ແໜ້ນ​ແຟ້ນ ແລະ ໜູນ​ຊ່ວຍ​ລາວ​ຢ່າງ​ສຸດ​ຂີດ ເພື່ອ​ໃຫ້​ລາວ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ໃນ​ປີ 2024.

ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO
ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ
ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ໂພ​ໄຊ ໄຂ​ຄຳ​ພິ​ທູນ (ພາບ: ຕວນຮ່າ)

ຫວ່າງແລ້ວນີ້, ຢູ່​ສຳ​ນັກ​ງານ​ກະ​ຊວງການ​ຕ່າງ​ປະ​ເທດ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ໂພ​ໄຊ ໄຂ​ຄຳ​ພິ​ທູນ ມາ​ຢ້ຽມຂ່ຳ​ນັບ​ເນື່ອ​ງ​ໃນ​ໂອ​ກາດ​ມາຫວຽດ​ນາມ ຮ່ວມ​ເປັນ​ປະ​ທານ​ປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ​ຄັ້ງ​ທີ 7.

ທີ່​ການ​ຕ້ອນ​ຮັບ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ສະ​ແດງ​ໃຫ້​ເຫັນ​ຄວາມ​ປະ​ຕິ​ຊົມ​ຊື່ນ​ກ່ຽວ​ກັບ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ​ໃນ​ໄລ​ຍະ​ຜ່ານ​ມາ.

ທ່ານ​ລັດ​ຖະ​ມົນ​ຕີ ​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ສົມ​ທົບ​ກັນ​ຊຸກ​ຍູ້, ຮັກ​ສາ​ກາ​ນ​ແລກ​ປ່ຽນ, ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ ແລະ ບັນ​ດາ​ກົນ​ໄກຮ່ວມ​ມື​ສອງ​ຝ່າຍ, ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ ຈັດ​ຕັ້ງ​ສຳ​ເລັດຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍໃນ​ຂອບ​ເຂດ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ ຫວຽດ​ນາມ ປີ 2022 ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 45 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ລັດຖະມົນຕີ ບຸຍ​ແທັງ​ເຊີນ ​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈົ່ງສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ໄລຍະ 2021 – 2025 ຢ່າງ​ມີ​ປະສິດທິ​ຜົນ, ເສີມ​ຂະ​ຫຍາຍບັນດາ​ກົນ​ໄກ​ປຶກສາ​ຫາລື​ປະຈຳ​ປີ​ຂອງ​ລັດຖະມົນຕີ ​ແລະ ຮອງ​ລັດຖະມົນຕີ; ສົ່ງ​ເສີມ​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ກະຊວງ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ຄົ້ນຄວ້າ​ຍຸດ​ທະ​ສາດ, ການ​ທູດ​ເສດຖະກິດ, ກົງ​ສຸນ, ປະຊາຊົນທີ່ຢູ່​ຕ່າງປະ​ເທດ, ​ຊາຍ​ແດນ, ບຳລຸງ​ສ້າງ…

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ​ໂພ​ໄຊ ​ໄຂຄຳ​ພິ​ທູນ ​ໄດ້​ສະແດງຄວາມຊົມ​ເຊີຍ​ຫວຽດນາມ ​ໃນ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ-ສັງຄົມ, ຖື​ນີ້​ແມ່ນ​ແຫຼ່ງກຳລັງ​ໜູນ​ໃຫ້​ແກ່​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ລາວ; ສະແດງຄວາມດີໃຈທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດກໍ່ຄືກະຊວງການຕ່າງປະເທດສອງປະເທດນັບມື້ນັບຮັດແໜ້ນ ແລະ ເຂົ້າສູ່ເລິກເຊິ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.