ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

07:20 | 11/11/2022

ກອງປະຊາຄົມສຸດຍອດອາຊຽນຄັ້ງທີ 40, 41 ແມ່ນກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າທຳອິດຂອງບັນດາປະມຸກລັດ, ຜູ້ນຳໜ້າລັດຖະບານຂອງບັນດາປະເທດ ອາຊຽນ ພາຍຫຼັງພະຍາດໂຄວິດ - 19 ແກ່ຍາວເປັນເວລາ 3 ປີ.

ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ສາ​ກົນ ປີ 2022 ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ​ສາ​ກົນ ປີ 2022
ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ ດ່າ​ນັ້ງ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈະ​ກາຍ​ເປັນ "Silicon Valley" ຂອງ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້
ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ. ພາບ:  VGP
ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ. ພາບ: VGP

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳໃນພາກພື້ນ ໄດ້ປຶກສາຫາລືກ່ຽວກັບວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນຕ່າງປະເທດ, ບົດບາດເປັນໃຈກາງຂອງ ອາຊຽນ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ກໍສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ຍາມໃດກໍ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບສຽງເວົ້າຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ອາຊຽນກຳນົດ ບັນດາກຳລັງໜູນໃໝ່, ທິດກ້າວເດີນໃໝ່, ວິທີການແກ້ໄຂໃໝ່

ໃນໄລຍະຜ່ານມາ, ບັນດາປະເທດ ອາຊຽນ ລ້ວນແຕ່ຜ່ານຜ່າໄລຍະຄວາມຫຍຸ້ງຍາກໂດຍພື້ນຖານ, ສະແດງໃຫ້ເຫັນກຳລັງຊີວິດ ແລະ ຄວາມສາມາດໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງ ອາຊຽນ. ບັນດາການຜັນແປຢ່າງສັບສົນຫວ່າງມໍ່ໆມານີ້ ທັງຢູ່ສະພາບການຄວາມໝັ້ນຄົງ ແລະ ເສດຖະກິດໃນພາກພື້ນ ແລະ ໂລກ ທັງແມ່ນສິ່ງທ້າທາຍ, ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ຢັ້ງຢືນບົດບາດເປັນໃຈກາງ ກໍ່ຄືຄວາມສາມາດໃນການປະກອບສ່ວນສຳຄັນ ໃນຄວາມມານະພະຍາຍາມແກ້ໄຂບັນດາບັນຫາລວມ.

ຜ່ານກອງປະຊຸມສຸດຍອດ ອາຊຽນຄັ້ງທີ 40, 41 ແລະ ບັນດາກອງະຊຸມຂັ້ນສູງທີ່ກ່ຽວຂ້ອງ, ອາຊຽນ ບໍ່ພຽງແຕ່ສືບຕໍ່ຊຸກຍູ້ການປັບປຸງປະຊາຄົມຢ່າງໝັ້ນແກ່ນ, ມີຄວາມສາມັກຄີ, ສະໜິດຕິດພັນພາຍໃນກຸ່ມເທົ່ານັ້ນ ຫາກຍັງປຶກສາຫາລື ແລະ ກຳນົດບັນດາກຳລັງໜູນໃໝ່, ທິດກ້າວເດີນໃໝ່, ວິທີການແກ້ໄຂໃໝ່ເພື່ອໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ຮັກສາຄວາມດູດດື່ມ, ລັກສະນະຂະຫຍັນຂັນເຄື່ອນ ແລະ ນຳໜ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງ, ກວມລວມ ແລະ ຕິດພັນກັບວິວັດການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນທີ່ພວມມີການຜັນແປຢ່າງແຮງ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ໃຫ້ຮູ້ວ່າ:

ດ້ວຍຫົວຂໍ້ “ອາຊຽນພ້ອມກັນກະທຳເພື່ອຮັບມືກັບບັນດາສິ່ງທ້າທາຍ”, ມີຫຼາຍບັນຫາຈຸດສຸມຈະໄດ້ຮັບການປຶກສາຫາລືຄື ການຮ່ວມມືຟື້ນຟູເສດຖະກິດໃນພາກພື້ນ, ສົມທົບກັນຊອກຫາບັນດາມາດຕະການໃຫ້ແກ່ບັນດາຈຸດຮ້ອນເຮັງໃນພາກພື້ນ ຕະຫຼອດຮອດບັນຫາຍົກສູງການພົວພັນຄູ່ຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃໝ່ຄື: ຈີນ, ອາເມລິກາ, ອິນເດຍ. ດ້ວຍບັນດາກອງປະຊຸມຂັ້ນສູງຂອງ ອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື ພ້ອມກັບນັບຮ້ອຍການເຄື່ອນໄຫວສອງຝ່າຍຢູ່ນອກກອງປະຊຸມ, ລະບົບກອງປະຊຸມຂັ້ນສູງ ອາຊຽນ ຈະແມ່ນການປະກອບສ່ວນສຳຄັນຂອງ ອາຊຽນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ ແລະ ໂລກ.

ໃນໂອກາດນີ້, ອາຊຽນ ຈະປະກາດສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (CSP) ກັບອາເມລິກາ ແລະ ອິນເດຍ. ການນຳບັນດາປະເທດກໍ່ຄາດວ່າ ຈະຮັບຮອງ ແລະ ຮັບຮູ້ເອກະສານກ່ວາ 100 ສະບັບກ່ຽວກັບຫຼາຍຂົງເຂດຮ່ວມມືສຳຄັນໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ຫວຽດນາມ ມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ

ຫວນຄືນໄລຍະທາງ 27 ປີແຫ່ງການເຂົ້າຮ່ວມ ອາຊຽນ ນັບແຕ່ເດືອນກໍລະກົດ ປີ 1995, ຜ່ານຜັນບັນດາໄລຍະແຫ່ງການຜັນແປຂອງໂລກ ແລະ ພາກພື້ນ, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງທິດນຳການຮ່ວມມື ເປັນເຈົ້າການ - ມີຄວາມຮັບຜິດຊອບ - ປະດິດຄິດສ້າງ - ກົມກຽວ ໃນວິວັດການເຂົ້າຮ່ວມ ອາຊຽນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ຢັ້ງຢືນວ່າ:

ໂດຍຮັບມືຢ່າງທັນການກັບການຜັນແປໂດຍໄວ, ເລິກເຊິ່ງຂອງສະພາບການ, ຫວຽດນາມ ໄດ້ເຂົ້າຮ່ວມການຮ່ວມມືອາຊຽນ ດ້ວຍຈິນຕະນາການ ແລະ ວິທີການສຳຜັດທີ່ມີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຢ່າງແທດຈິງ, ສະແດງອອກຜ່ານຫຼາຍຂໍ້ລິເລີ່ມຮ່ວມມືໃໝ່ໂດຍ ຫວຽດນາມ ສະເໜີ, ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກ ສາກົນ. ດ້ວຍວິທີການສຳຜັດຢ່າງສົມດຸນ ແລະ ກົມກຽວ, ຫວຽດນາມ ຍາມໃດກໍ່ ສວມບົດບາດເປັນຂົວເຊື່ອມຕໍ່ ຊ່ວຍຮັດແຄບຄວາມແຕກຕ່າງກັນ ແລະ ເພີ່ມຈຸດທີ່ຄ້າຍຄືກັນລະຫວ່າງບັນດາປະເທດ ອາຊຽນ ກໍ່ຄືອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ. ພວກເຮົາຍາມໃດກໍ່ຍົກສູງທັດສະນະສົມດຸນ, ພາວະວິໄສ, ຊຸກຍູ້ການສົນທະນາ ແລະ ການຮ່ວມມື, ແກ້ໄຂບັນດາຄວາມແຕກຕ່າງກັນ, ຄວາມບໍ່ລົງລອຍກັນ ແລະ ການຂັດແຍ້ງຢ່າງຖືກຕ້ອງຕາມກົດໝາຍສາກົນ.

ບົນພື້ນຖານນັ້ນ, ຢູ່ບັນດາກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີບັນດາບົດກ່າວປາໄສສຳຄັນ, ແບ່ງປັນທັດສະທະ, ຫຼັກໝັ້ນ ກໍ່ຄືບັນດາຂໍ້ສະເໜີຂອງ ຫວຽດນາມ ເພື່ອແນໃສ່ປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຍູ້ແຮງການຮ່ວມສຳພັນໃນພາກພື້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ສືບຕໍ່ຢັ້ງຢືນນະໂຍບາຍຂອງ ຫວຽດນາມ ໃນອາຊຽນ, ບໍ່ພຽງແຕ່ແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບໃນການປະຕິບັດບັນດາຄຳໝັ້ນສັນຍາຂອງກຸ່ມຢ່າງເຂັ້ມງວດເທົ່ານັ້ນ ຫາກຍັງຍາມໃດກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຊຸກຍູ້ບັນດາຄວາມມານະພະຍາຍາມ, ວິທີການແກ້ໄຂເພື່ອຢັ້ງຢືນຄວາມຮັບຜິດຊອບ ແລະ ການປະກອບສ່ວນຂອງ ອາຊຽນ ທີ່ມີຕໍ່ບັນດາບັນຫາລວມຂອງໂລກ ແລະ ພາກພື້ນ ອີກດ້ວຍ.

ໄຊພອນ

ເຫດການ
302 Found

Found

The document has moved here.