ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ

08:46 | 02/03/2024

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ

ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ ຫວຽດນາມ-ລາວ ເພີ່ມພູນຄູນສ້າງນໍ້າໃຈແບບພິເສດລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນ
ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ” ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ”

ວັນທີ 29 ກຸມພາ, ທີ່ແຂວງອັດຕະປື, ພາກໃຕ້ລາວ ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ. ເຫດການນອນໃນຂອບເຂດກອງປະຊຸມຄະນະກໍາມະການປະສານງານລວມ ຄັ້ງທີ 13 ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ເຊິ່ງດໍາເນີນຢູ່ແຂວງອັດຕະປື ໃນລະຫວ່າງວັນທີ 26 ກຸມພາ ຫາວັນທີ 1 ມີນາ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ. ພາບ: TTXVN

ກອງປະຊຸມໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ; ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ; ທ່ານ Peng Sovicheat ລັດຖະມົນຕີກະຊວງການຄ້າ, ຫົວໜ້າ SOM ກໍາປູເຈຍ ກ່ຽວກັບສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ເປັນປະທານຮ່ວມ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ

ບັນດາຜູ້ແທນກໍາປູເຈຍ-ລາວ-ຫວຽດນາມ ຢູ່ເຫດການ. ພາບ: TTXVN

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜົນການປະຊຸມຂອງ 4 ອະນຸກໍາມະການເສດຖະກິດ, ປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ, ສັງຄົມ-ສິ່ງແວດລ້ອມ, ທ້ອງຖິ່ນ ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄະນະກໍາມະການປະສານງານລວມເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ; ຮັບຟັງບົດລາຍງານຜົນກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະການທ່ອງທ່ຽວ ຄັ້ງທີ 13, ບົດລາຍງານຜົນຂອງເວທີປາໄສຊາວໜຸ່ມກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9.

ກອງປະຊຸມກໍ່ພິຈາລະນາ ແລະຮັບຮອງເອົາລາຍການຄາດຄະເນ ແລະໂຄງການດໍາເນີນງານຂອງກອງປະຊຸມ ຄັ້ງທີ 13 ຄະນະກໍາມະການປະສານງານລວມເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ; ບົດລາຍງານຂອງ SOM ແລະບັນດາຂໍ້ສະເໜີຕໍ່ກັບກອງປະຊຸມ; ປຶກສາຫາລືຮ່າງບົດລາຍງານຂອງກອງປະຊຸມນີ້.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວກເຟືອງ ໄດ້ຍົກໃຫ້ເຫັນຜົນການຮ່ວມມືໃນຊຸມປີຜ່ານມາໃນຂົງເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ; ຢັ້ງຢືນວ່າໃນ 25 ປີຜ່ານມາ, ສາມປະເທດກໍາປູເຈຍ-ລາວ-ຫວຽດນາມ ໄດ້ສົມທົບກັນປະຕິບັດຫຼາຍໂຄງການ, ການເຄື່ອນໄຫວລວມ, ປະກອບສ່ວນສ້າງເສດຖະກິດທ້ອງຖິ່ນຕ່າງໆໃນເຂດໃຫ້ເຕີບໂຕພໍສົມຄວນ. ວຽກງານຫຼຸດຜ່ອນຄວາມທຸກຍາກບັນລຸໝາກຜົນຢ່າງຕັ້ງໜ້າ, ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະພ້ອມກັນພັດທະນາຂອງສາມປະເທດ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ກ່ຽວກັບເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ

ບັນຍາກາດທີ່ກອງປະຊຸມ. ພາບ: TTXVN

ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງບັນດາຜົນງານທີ່ຕັ້ງໜ້ານັ້ນ, ການຜັນຂະຫຍາຍການຮ່ວມມືໃນເຂດຍັງຈໍາກັດຫຼາຍຢູ່ ແລະຍັງບໍ່ຕອບສະໜອງໄດ້ຕາມແຜນການທີ່ໄດ້ວາງອອກ. ການເຕີບໂຕດ້ານເສດຖະກິດຍັງບໍ່ທັນບັນລຸໄດ້ບາດກ້າວບຸກທະລຸໃຫຍ່ ເພື່ອພັດທະນາເສດຖະກິດ-ສັງຄົມບັນດາທ້ອງຖິ່ນ ແລະຮັດແຄບຊ່ອງວ່າງພັດທະນາເມື່ອທຽບໃສ່ລະດັບສະເລ່ຍລວມຂອງປະເທດ.

ບັນດາໝາກຜົນຂອງກອງປະຊຸມ SOM ຄັ້ງນີ້ໄດ້ລາຍງານຕໍ່ກອງປະຊຸມ ຄັ້ງທີ 13 ຄະນະກໍາມະການປະສານງານລວມເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ທີ່ດໍາເນີນໃນວັນທີ 1 ມີນາ.

ບູນມີ

Tags: CLV ລາວ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.