ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ

11:30 | 07/06/2022

ຕາມບົດລາຍງານທີ່ກອງປະຊຸມແລ້ວ, ສະພາບການທາງດ້ານເສດຖະກິດ - ສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີສືບຕໍ່ຈະເລີນເຕີບໂຕ, ບັນລຸໄດ້ຫຼາຍຜົນງານສຳຄັນໃນຂົງເຂດຕ່າງໆ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈ​ລະ​ຈາກັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຈ​ລະ​ຈາກັບທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: chinhphu.vn)

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນພຶດສາພາ 2022 ຂອງລັດຖະບານ. ຕາມບົດລາຍງານທີ່ກອງປະຊຸມແລ້ວ, ສະພາບການທາງດ້ານເສດຖະກິດ - ສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີສືບຕໍ່ຈະເລີນເຕີບໂຕ, ບັນລຸໄດ້ຫຼາຍຜົນງານສຳຄັນໃນຂົງເຂດຕ່າງໆ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ນັກລົງທຶນຕື່ມອີກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ບັນດາໝາກຜົນທີ່ບັນລຸໄດ້ໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີ 2022 ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນພື້ນຖານທີ່ໜັກແໜ້ນເພື່ອສືບຕໍ່ຟື້ນຟູຢ່າງວ່ອງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ການປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອແກ້ໄຂຈຸດອຸດຕັນ, ສ້າງເງື່ອນໄຂພັດທະນາປະເທດຊາດ; ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້… ຮັບປະກັນການສະໜອງ - ຄວາມຕ້ອງການ, ລະບົບສະໜອງຈາລະຈອນສິນຄ້າ; ຕິດຕາມລາຄາ, ບໍລິຫານຕະຫຼາດໃຫ້ແໜ້ນແຟ້ນ, ຄວບຄຸມລາຄາໃຫ້ເໝາະສົມ, ການບໍລິຫານ. ຍູ້ແຮງບັນດາການເຄື່ອນໄຫວກະຕຸ້ນ, ສ້າງໂຄງປະກອບການຕະຫຼາດຄືນໃໝ່ ແລະ ສົ່ງເສີມໂຄສະນາການທ່ອງທ່ຽວ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ສຸມໃສ່ຜັນຂະຫຍາຍ 03 ໂຄງການເປົ້າໝາຍແຫ່ງຊາດ, ເຊິ່ງລວມມີ: ໂຄງການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ໂຄງການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນຊີວິດສັງຄົມແບບຍືນຍົງ.

vovworld.vn

ເຫດການ
302 Found

Found

The document has moved here.