ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍ ພາລະກິດ ປີ 2019 ຂອງ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ

00:54 | 13/05/2019

ຍສໝ - ຕອນເຊົ້າຂອງວັນທີ 3 ມັງກອນ ທ່ານ ຫງວຽ໋ນຊົນຟຸກ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ກອງປະຊຸມຜັນຂະຫຍາຍ ພາລະກິດ ປີ 2019 ຂອງ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ. ນີ້ແມ່ນກອງປະຊຸມສະຫຼຸບວຽກງານໃນປີ 2018 ແລະ ຜັນຂະຫຍາຍແຜນການປີ 2019 , ແມ່ນແຜນການທຳອິດຂອງກະຊວງ ທີ່ນາຍົກລັດຖະມົນຕີເຂົ້າຮ່ວມໃນປີ2019.

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍ ພາລະກິດ ປີ 2019 ຂອງ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ

ບັນຍາກາດກອງປະຊຸມ.

ປີ 2018 ໄດ້ເຫັນການພັດທະນາຢ່າງໜ້າເພິ່ງພໍໃຈ ຂອງ ຂະແໜງ ກະສິກຳ ດ້ວຍ ມູນຄ່າການນຳເຂົ້າ-ສົ່ງອອກ ກະສິກຳ-ປ່າໄມ້ ບັນລຸໄດ້ 40 ຕື້ USD, ສູງທີ່ສຸດນັບທີ່ເຄີຍມີມາ.

ຂະແໜງກະສິກຳ ສະແດງເຖິງໜຶ່ງໃນເສົາຫຼັກ ສຳຄັນຂອງພື້ນຖານເສດຖະກິດ, ກາຍເປັນຂຸມກຳລັງ ໃນການຂະຫຍາຍຕົວຢ່າງເຂັ້ມແຂງ ດ້ວຍການຂະຫຍາຍຕົວເພີ່ມຂື້ນ 3,76%, ນີ້ແມ່ນລະດັບສູງສຸດໃນ 7 ປີ ທີ່ຜ່ານມາ.

ຫວຽດນາມ ສະແດງເຖິງທີ່ຕັ້ງບົດບາດ ວ່າເປັນປະເທດທີ່ສົ່ງອອກ ສິນຄ້າກະສິກຳ ໃນໂລກ( ອັນດັບທີ 15 ຂອງໂລກ ແລະ ສົ່ງອອກ ໄປ 180 ປະເທດ ແລະ ພາກພື້ນ).

ປີ 2018 ມີ ວິສາຫະກິດ ກະສິກຳ ຈຳນວນ 2.200 ຫົວໜ່ວຍໄດ້ຮັບການສ້າງຕັ້ງໃໝ່ ເພີ່ມຂື້ນ 12% ທຽບໃສ່ປີ 2017. ມາຮອດປະຈຸບັນ ມີ ວິສາຫະກິດທັງໝົດເຖິງ 9.200 ຫົວໜ່ວຍ.

ທີ່ກອງປະຊຸມ ນອກຈາກການສະຫຼຸບດ້ານດີ ແລະ ດ້ານອ່ອນ ແລ້ວ, ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຈະເຜີຍແຜ່ບັນດາມາດຕະການ, ວາງນະໂຍບາຍ ການຈັດຕັ້ງປະຕິບັດ ຳລັດ ເລກທີ 01,02 ຂອງລັດຖະບານບົນຈິດໃຈ “ເພີ່ມຄວາມໄວ ແລະ ບຸກທະລຸ” ໃຫ້ປີ 2019 ບັດລຸໄດ້ຜົນສຳເລັດ ກວ່າປີ 2018.

ປີ 2019 ຂະແໜງກະສິກຳ ສູ້ຊົນບັນລຸເປົ້າໝາຍມູນຄ່າການນຳເຂົ້າ-ສົ່ງອອກ ໃຫ້ໄດ້ຫຼາຍ ກວ່າ 43 ຕື້ USD ແລະ ການຂະຫຍາຍຕົວ GDP ຂອງຂະແໜງ ໃຫ້ໄດ້ຫຼາຍກວ່າ 3%.

ນີ້ແມ່ນພາລະກິດອັນຍິ່ງໃຫ່ຍ ບໍ່ງ່າຍ ຍ້ອນວ່າຍັງມີຂໍ້ຫຍຸ້ງຍາກ ແລະ ຄົງຄ້າງ ເປັນຕົ້ນແມ່ນ ຂະໜາດຂອງການຜລິດ ຍັງນ້ອຍ ແລະ ເຮັດແບບຄອບຄົວຍັງກວມອັດຕາສ່ວນຫຼາຍ; ການເຊື່ອມຕໍ່ລະຫວ່າງ ແຫ່ງວັດຖຸດິບ ຂອງຊາວກະສິກອນ ກັບ ຫົວໜ່ວຍວິສາຫະກິດ ແລະ ສະຫະກອນຍັງໜ້ອຍ, ຂາດຄວາມຮັດແໜ້ນ; ຄຸນນະພາບການຂະຫຍາຍຕົວຍັງບໍ່ສູງ; ຕະຫຼາດການຊື້ຂາຍນັບມື້ນັບມີການປ່ຽນແປງ, ມີຄວາມສ່ຽງ,..

(ຫັດ​ທະ​ບູນ)

ເຫດການ