ຮອງລັດຖະມົນຕີກະຊວງ ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ ຕ້ອນຮັບ ທີ່ປຶກສາຂັ້ນສູງ ຂົງເຂດ ປ່າໄມ້ຊີວະນານາພັນ ແລະ ກະສິກຳ

15:02 | 09/05/2018

​ໃນ​ວັນ​ທີ 8 ພຶດສະພາ 2018 ທີ່ກະຊວງຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບ​ ຂອງ​ ທ່ານ ນາງ wibke Thies ທີ່​ປຶກສາ​ຂັ້ນ​ສູງ ຂົງ​ເຂດ​ປ່າ​​ໄມ້​ຊີວະ​ນານາ​ພັນ ​ແລະ ກະ​ສິກຳ​ ຂອງ​ສຳນັກງານ​ໃຫຍ່ (GIZ​) ​ໂຄງການ​ຂອງ (ProFEB ) ​ພ້ອມ​ດ້ວຍຄະນະ.

ຮອງລັດຖະມົນຕີກະຊວງ ຖະ​ແຫຼງ​ຂ່າວ ແລະ ວັດ​ທະ​ນະ​ທຳ ຕ້ອນຮັບ ທີ່ປຶກສາຂັ້ນສູງ ຂົງເຂດ ປ່າໄມ້ຊີວະນານາພັນ ແລະ ກະສິກຳ

ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວໃຫ້ກຽດຕ້ອນຮັບ ທ່ານ ນາງ wibke Thies ທີ່​ປຶກສາ​ຂັ້ນ​ສູງ ຂົງ​ເຂດ​ປ່າ​​ໄມ້​ຊີວະ​ນານາ​ພັນ ​ແລະ ກະ​ສິກຳ​ ຂອງ​ສຳນັກງານ​ໃຫຍ່ (GIZ​) ​ໂຄງການ​ຂອງ (ProFEB )

ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ໃຫ້ກຽດຕ້ອນຮັບ ການ​ເຂົ້າ​ຢ້ຽມຂ່ຳ​ນັບ​ ຂອງ​ ທ່ານ ນາງ wibke Thies ທີ່​ປຶກສາ​ຂັ້ນ​ສູງ ຂົງ​ເຂດ​ປ່າ​​ໄມ້​ຊີວະ​ນານາ​ພັນ ​ແລະ ກະ​ສິກຳ​ ຂອງ​ສຳນັກງານ​ໃຫຍ່ (GIZ​) ​ໂຄງການ​ຂອງ (ProFEB ) ​ພ້ອມ​ດ້ວຍຄະນະ ​ໃນ​ວັນ​ທີ 8 ພຶດສະພາ 2018 ທີ່ກະຊວງ​ດັ່ງກ່າວ. ​

ໃນໂອກາດ​ນີ້, ທ່ານ ບົວ​ເງິນ ຊາ​ພູ​ວົງ ໄດ້​ສະ​ແດງ​ຄວາມຊົມເຊີຍ, ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່​​​ ທ່ານ ນາງ wibke Thies ພ້ອມ​ດວ້ຍ​ຄະນະ ທີ່​ໄດ້ເດີນທາງ​ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງ​ເປັນ​ການ​ປະກອບສ່ວນ ອັນສຳຄັນ ​ເຂົ້າ​ໃນ​ການພັດທະນາ​ ເສດຖະກິດ-​ສັງຄົມ, ​​ການ​ພົບ​ປະ​ໃນ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ກ່ຽວກັບ ການ​ຊ່ວຍ​ເຫລືອ​ ຂອງ​ລັດຖະບານ​ເຢຍລະ​ມັນ ​ໃນຂະ​ບວນການ ນຳ​ສະ​ເໜີ ​ເອົາ​ປ່າ​ສະຫງວນ​ແຫ່ງ​ຊາດ ຫີນໜາມໜໍ່ເຂົ້າ​ເປັນ​ມໍລະດົກ​ໂລກ ຂອງ​ອົງການ UNESCO.

ພ້ອມ​ດຽວກັນ​ນີ້, ທ່ານ ນາງ wibke Thies ​​ໄດ້ສະ​ແດງ ​ຄວາມ​ຂອບ​ໃຈ ຕໍ່​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງລັດຖະມົນ ທີ່​ໄດ້​​ສະຫລະ​ ເວລາ​ອັນ​ມີ​ຄຸນຄ່າ ໃຫ້​ການຕ້ອນຮັບ​ອັນອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ຈຸດປະສົງ ໃນການເດີນທາງມາຄັ້ງນີ້ ໃຫ້​ທ່ານຮອງ​ລັດຖະມົນຕີຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.