ກອງ K92 ຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ພາຍໃດລະດູແລ້ງປີ 2025 - 2026

22:58 | 22/06/2026

ຍສໝ - ກອງ K92 ສັງກັດຫ້ອງການເມືອງ, ກອງບັນຊາການທະຫານແຂວງ ອານຢາງ ໃຫ້ຂໍ້ມູນວ່າ, ໂດຍປະຕິບັດໜ້າທີ່ພາຍໃດລະດູແລ້ງປີ 2025 - 2026, ກົມກອງສາມາດຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ເພື່ອນຳໄປສະກາລະບູຊາຢູ່ຕາມປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ.

ຢາລາຍ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມືປີ 2026 ຢ່າງເປັນຮູບປະທຳ ຮ່ວມກັບ ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ
ເວທີປາໄສອະນາຄົດອາຊຽນ 2026: ຂີດໝາຍຂອງຫວຽດນາມ ແລະ ສານແຫ່ງຄວາມສາມັກຄີພາກພື້ນ
ກອງ K92 ຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 56 ອັດຖິ ພາຍໃດລະດູແລ້ງປີ 2025 - 2026
ຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. (ພາບ: ຮວ່າງ ຮ້ຽວ/TTXVN)

ທ່ານ ພັນເອກສາມດາວ ຫງວຽນແທັງຮຸ່ງ, ຫົວໜ້າກອງ K92 ໃຫ້ຮູ້ວ່າ, ພາຍໃດໄລຍະທີ XXV (ລະດູແລ້ງປີ 2025 - 2026), ກອງ K92 ໄດ້ຕັ້ງທັບຢູ່ທີ່ ເຂດການທະຫານນະຄອນ ກຳປົດ ສັງກັດເຂດການທະຫານແຂວງ ກຳປົດ ແລະ ກອງພັນນ້ອຍ 340 ສັງກັດເຂດການທະຫານແຂວງ ພະສີຫານຸ (ກຳປູເຈຍ), ໂດຍສາມາດສຳຫຼວດເກັບກຳຂໍ້ມູນໄດ້ 54 ຂໍ້ມູນ, ຈັດຕັ້ງການຂຸດຄົ້ນຊອກຫາຢູ່ 63 ຈຸດ ຊຶ່ງທຽບເທົ່າກັບດິນ 49.322 ແມັດກ້ອນ ແລະ ສາມາດຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດຢັ້ງຢືນຕົວຕົນໄດ້ ຈຳນວນ 29 ອັດຖິ (ຢູ່ ກຳປົດ 18 ອັດຖິ, ແກບ 8 ອັດຖິ ແລະ ພະສີຫານຸ 3 ອັດຖິ).

ຢູ່ພາຍໃດປະເທດ, ກົມກອງໄດ້ຊອກຫາ ແລະ ເກັບກູ້ຢູ່ຕາແສງ ກຽນເລືອງ (Kiên Lương), ແຂວງ ອານຢາງ ໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດຢັ້ງຢືນຕົວຕົນໄດ້ ຈຳນວນ 27 ອັດຖິ. ນັບຕັ້ງແຕ່ປີ 2001 ມາຮອດປັດຈຸບັນ, ກອງ K92 ສາມາດຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ທັງໝົດ 3.244 ອັດຖິ, ພາຍໃດນັ້ນມີອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບັນດາສະໄໝສົງຄາມຢູ່ ກຳປູເຈຍ ຈຳນວນ 2.174 ອັດຖິ ແລະ ຢູ່ພາຍໃດປະເທດ 1.070 ອັດຖິ.

ກອງ K92 ໄດ້ຈັດຕັ້ງການຊອກຫາ, ເກັບກູ້ອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 4 ແຂວງຂອງກຳປູເຈຍ ລວມມີ ກຳປົດ, ແກບ, ພະສີຫານຸ ແລະ ເກາະກົງ. ກົມກອງໄດ້ປະສານງານຢ່າງສະໜິດແໜ້ນຮ່ວມກັບ ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນ ແລະ ກຳລັງທີ່ມີພາລະບົດບາດຂອງປະເທດເພື່ອນມິດ ເພື່ອຊອກຫາ, ເກັບກູ້ ແລະ ນຳເອົາອັດຖິຂອງບັນດານັກຮົບວິລະຊົນ ເຂົ້າສູ່ສະຖານທີ່ພັກຜ່ອນຢ່າງສົມກຽດ ແລະ ຖືກຕ້ອງຕາມຮີດຄອງພິທີການ.

ຢູ່ພາຍໃດຂະບວນການປະຕິບັດໜ້າທີ່, ກອງ K92 ໄດ້ເອົາໃຈໃສ່ເຮັດດີວຽກງານໂຄສະນາ, ແລກປ່ຽນ, ຢັ້ງຢືນ ແລະ ຄັດກອງຂໍ້ມູນຂ່າວສານຢ່າງເປັນປະຈຳ; ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາອົງການ, ກົມກອງ ແລະ ປະຊາຊົນທີ່ມີເງື່ອນໄຂຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນປີໃໝ່ Chôl Chnăm Thmây; ກວດພະຍາດ ແລະ ແຈກຢາຍຢາປິ່ນປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນກຳປູເຈຍ…

ພາຍໃດໄລຍະການປະຕິບັດໜ້າທີ່, ກົມກອງໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງສະໜິດແໜ້ນ ຈາກຄະນະຊີ້ນຳ 515 ແຂວງ ອານຢາງ, ບັນດາພະແນກການ ແລະ ຂະແໜງການທີ່ມີພາລະບົດບາດ, ຄະນະພັກ - ກອງບັນຊາການທະຫານແຂວງ ອານຢາງ, ພ້ອມກັບການປະສານງານ ແລະ ສະໜັບສະໜູນຢ່າງສຸດອົກສຸດໃຈ ຈາກອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນ 4 ແຂວງ ກຳປົດ, ແກບ, ພະສີຫານຸ, ເກາະກົງ ຊຶ່ງໄດ້ສ້າງທຸກເງື່ອນໄຂອັນສະດວກ ເພື່ອໃຫ້ກອງ K92 ສາມາດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ພະນັກງານ, ນັກຮົບຂອງກົມກອງ ຍາມໃດກໍກຳນົດໄດ້ຢ່າງຈະແຈ້ງເຖິງໜ້າທີ່, ຫຼໍ່ຫຼອມຄວາມມຸ່ງໝັ້ນທຸ່ມເທ, ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອສຳເລັດໜ້າທີ່.

ພາຍໃດໄລຍະ 6 ປີຜ່ານມາ, ກອງ K92 ສາມາດຊອກຫາ, ເກັບກູ້ອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບັນດາສະໄໝສົງຄາມຢູ່ກຳປູເຈຍ ໄດ້ຫຼາຍກວ່າ 2.170 ອັດຖິ ເພື່ອນຳກັບຄືນສູ່ຜືນແຜ່ນດິນແມ່ຫວຽດນາມ ໄດ້ຢ່າງສະຫງົບສຸກ, ອັນໄດ້ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ, ຄວາມມຸ່ງໝັ້ນຂອງພະນັກງານ, ນັກຮົບ, ສະແດງອອກຢ່າງເລິກເຊິ່ງເຖິງຄຸນສົມບັດມູນເຊື້ອ “ກິນນ້ຳຄຶດຫາແຫຼ່ງນ້ຳ” ຂອງຊາດ ທີ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ແຈ້ງສະຫວ່າງສະຫວີ ເຖິງຈິດໃຈການປະຕິບັດພັນທະສາກົນອັນສູງສົ່ງ ຂອງກຳລັງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ, ນຳເອົາຄວາມປອບໂຍນມາສູ່ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ເຖິງຢ່າງໃດກໍຕາມ, ຢູ່ພາຍໃດຂະບວນການປະຕິບັດໜ້າທີ່, ກອງ K92 ກໍໄດ້ຜະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທີ່ບໍ່ສະດວກບໍ່ໜ້ອຍ ຍ້ອນວ່າສະພາບທ້ອງຖິ່ນມີຄວາມກວ້າງຂວາງ, ພື້ນຖານໂຄງລ່າງຢູ່ກຳປູເຈຍມີການຂະຫຍາຍຕົວຢ່າງແຮງ, ບາງຈຸດທີ່ມີຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບ ແມ່ນໄດ້ຖືກຖົມດິນ ແລະ ກໍ່ສ້າງອາຄານໄປແລ້ວ ເຮັດໃຫ້ບໍ່ສາມາດຊອກຫາໄດ້ອີກ. ໃນລະດູແລ້ງຂອງແຕ່ລະປີ, ສະພາບອາກາດມີຄວາມຮ້ອນອົບອ້າວຫຼາຍ, ຊຶ່ງໄດ້ສົ່ງຜົນສະທ້ອນຕໍ່ກັບສຸຂະພາບຂອງພະນັກງານ, ນັກຮົບ ພາຍໃດໄລຍະການປະຕິບັດໜ້າທີ່...

ພາຍໃດໄລຍະເວລາຕໍ່ໜ້າ, ກອງ K92 ຈະສືບຕໍ່ຊອກຫາ, ເກັບກູ້ອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ກຳປູເຈຍ; ເຮັດດີວຽກງານຂົນຂວາຍປະຊາຊົນ, ເພີ່ມທະວີກຳລັງພາຍໃດການສຳຫຼວດກຳແໜ້ນຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອໃຫ້ການຊອກຫາ ແລະ ເກັບກູ້ມີປະສິດທິຜົນສູງ, ສະແດງອອກເຖິງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍກັບບັນດາຜູ້ທີ່ໄດ້ອຸທິດຊີວິດສ່ວນຕົວ, ເລືອດເນື້ອ ເພື່ອເອກະລາດ ແລະ ອິດສະລະພາບ; ຮັດແໜ້ນສາຍພົວພັນຄວາມສາມັກຄີ, ມິດພາບ ຫວຽດນາມ - ກຳປູເຈຍ.

ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026 ທ່ານນາຍົກແຫ່ງ ສປປ ລາວ ສອນໄຊ ສີພັນດອນ ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ AFF 2026

ຍສໝ - ໃນຕອນຄ່ຳວັນທີ 9/6, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 7 ...

ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ ເວທີປາໄສອະນາຄົດອາຊຽນ ປະຈຳປີ 2026: ຫວຽດນາມ ຊຸກຍູ້ການເຈລະຈາ ເພື່ອອາຊຽນ ທີ່ມີຄວາມຜູກພັນ ແລະ ກວມລວມກວ່າເກົ່າ

ຍສໝ - AFF 2026 ແມ່ນຕິດພັນຢ່າງສະໜິດແໜ້ນກັບຫົວຂໍ້ທີ່ໄດ້ລະບຸໄວ້ພາຍໃດວິໄສທັດປະຊາຄົມອາຊຽນ ຮອດປີ 2045 ແລະ ສະທ້ອນໃຫ້ແຫັນເຖິງບຸລິມະສິດການຮ່ວມມືຂອງອາຊຽນ ບົນພື້ນຖານ 3 ເສົາຄ້ຳຄື: ການເມືອງ-ຄວາມໝັ້ນຄົງ, ເເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ