ໄຂວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ ຂະ​ແມ ພາກ​ໃຕ້ ຫວຽດ​ນາມ

11:16 | 08/11/2022

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ທາງພາກໃຕ້ ຫວຽດນາມ ຄັ້ງທີ VIII ແລະ ວັນບຸນ ອອກ ອອມ ບັອກ - ຊ່ວງເຮືອຊອັກຈັງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ V ປີ 2022 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 6 ພະຈິກ ຢູ່ແຂວງ ຊອັກຈັງ.

Escape: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ຍອດ​ຢ້​ຽມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ Escape: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ຍອດ​ຢ້​ຽມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ
ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ
ພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ພາກໃຕ້ ຫວຽດນາມ (ພາບ: VOV)
ພິທີໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ພາກໃຕ້ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ ນີ້ແມ່ນເຫດການວັດທະນະທຳທີ່ມີຄວາມໝາຍຢ່າງເລິກເຊິ່ງ, ປະກອບສ່ວນແນະນຳ, ໂຄສະນາ, ເຜີຍແຜ່ຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມທາງພາກໃຕ້ ຫວຽດນາມ ສູ່ເພື່ອນມິດຢູ່ພາຍໃນປະເທດ ແລະ ສາກົນ.

“ຜ່ານການສະແດງຂອງນັກສິລະປິນ, ນັກສະແດງ, ນັກກິລາມະຫາຊົນກວ່າ 2.000 ຄົນ, ພວກເຮົາມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ປະຊາຊົນ ແລະ ແຂກທ່ອງທ່ຽວຢູ່ທຸກແຖບຖິ່ນຈະໄດ້ສຳຜັດກັບທຳນອງເພງພື້ນເມືອງ, ການເຕັ້ນລວມໝູ່, ວາດຟ້ອນພື້ນເມືອງ ລຳວົງ, ສາຣາວັນ, ການຟ້ອນກອງ ຊາດຳ, ສິລະປະເວທີການສະແດງ ໂຣບຳ ແລະ ຢູເກ…, ພ້ອມດຽວກັນນັ້ນກໍ່ຍັງໄດ້ຮັບຟັງສຽງດົນຕີທີ່ເປັນເອກະລັກສະເພາະເຊິ່ງໄດ້ເສບຈາກດົນຕີ 5 ຊະນິດ - ອັນໄດ້ຂະໜານນາມວ່າ ແມ່ນສັນຍາລັກຂອງວັດທະນະທຳ, ແມ່ນນ້ຳຈິດນ້ຳໃຈຂອງພໍ່ແມ່ປະຊາຊົນເຜົ່າຂະແມ ທາງພາກໃຕ້ ຫວຽດນາມ ທີ່ມີຕໍ່ເທວະດາຟ້າແຖນ, ທຳມະຊາດ ແລະ ມະນຸດ.”

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.