ຫວຽດ​ນາມ-ອ​​ົດ​ສະ​ຕາ​ລີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຊາວ​ເຜົ່າ​ສ່ວນ​ນ້ອຍ ແລະ ທ້ອງ​ຖິ່ນ

19:00 | 18/10/2022

ໃນຂອບເຂດຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ, ວັນທີ 17 ຕຸລາ, ທ່ານ ເຫົ້າອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ແລະ ຄະນະປະຕິບັດງານຂັ້ນສູງຂອງ ຄະນະກຳມະການຊົນເຜົ່າ, ໄດ້ເຮັດວຽກກັບ ທ່ານນາງ ລິນດາ ບຣູນີ ລັດຖະມົນຕີ ຄົນທ້ອງຖີ່ນ ຂອງອອົດສະຕາລີ.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ເຢຍ​ລະ​ມັນ ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື
ທ່ານ ເຫົ້າອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ແລະ ຄະນະປະຕິບັດງານຂັ້ນສູງຂອງ ຄະນະກຳມະການຊົນເຜົ່າ, ເຮັດວຽກກັບ ທ່ານນາງ ລິນດາ ບຣູນີ ລັດຖະມົນຕີ ຄົນທ້ອງຖີ່ນ ຂອງອອົດສະຕາລີ (ພາບ: VOV)
ທ່ານ ເຫົ້າອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ແລະ ຄະນະປະຕິບັດງານຂັ້ນສູງຂອງ ຄະນະກຳມະການຊົນເຜົ່າ, ເຮັດວຽກກັບ ທ່ານນາງ ລິນດາ ບຣູນີ ລັດຖະມົນຕີ ຄົນທ້ອງຖີ່ນ ຂອງອອົດສະຕາລີ (ພາບ: VOV)

ຢູ່ທີ່ນີ້, ທ່ານເຫົ້າອາເລັງ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໃຫ້ຮູ້ວ່າ ຊາວເຜົ່າສ່ວນນ້ອຍຢູ່ຫວຽດນາມ ແລະ ຄົນທ້ອງຖີ່ນຂອງອົດສະຕາລີ ມີຫຼາຍຈຸດຄ້າຍຄືກັນ ແລະ ນີ້ແມ່ນພື້ນຖານອັນແໜ້ນແກ່ນ ເພື່ອສາມາດຊຸກຍູ້ການແລກປ່ຽນປະສົບການ ແລະ ການຮ່ວມມືກ່ຽວກັບວຽກງານຊົນເຜົ່າ ແລະ ວຽກງານຄົນທ້ອງຖີ່ນລະຫວ່າງສອງຝ່າຍ. ຄະນະກຳມະການຊົນເຜົ່າຫວຽດນາມ ໄດ້ກະກຽມຮ່າງ “ບົດບັນທຶກຊ່ວຍຈົດຈຳການຮ່ວມມືລະຫວ່າງ ຄະນະກຳມະການຊົນເຜົ່າ ແລະ ອົງການແຫ່ງຊາດ ກ່ຽວກັບຄົນທ້ອງຖີ່ນຂອງອົດສະຕາລີ” ສົ່ງເຖິງ ກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ອອສເຕເລຍ ປະຈຳ ຫວຽດນາມ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ. ທ່ານເຫົ້າອາເລັງ ຫວັງວ່າສອງຝ່າຍຈະເປັນເອກະສັນກັນໂດຍໄວ ກ່ຽວກັບເນື້ອໃນການຮ່ວມມືທີ່ໄດ້ສະເໜີເຂົ້າເພື່ອໃຫ້, ໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕາລີ ຈະເຊັນບົດບັນທຶກຊ່ວຍຈຳການຮ່ວມມືນີ້ໃນປີ 2023.

ກໍ່ໃນຂອບເຂດວາລະການເຮັດວຽກຢູ່ ອົດສະຕາລີ, ຄະນະປະຕິບັດງານຂອງ ຄະນະກຳມະການຊົນເຜົ່າ ໄດ້ເຮັດວຽກກັບອຳນາດການປົກຄອງ ແລະ ບັນດາອົງການທີ່ຮັບຜິດຊອບບັນຫາທ້ອງຖີ່ນ ເຂດແຄວ້ນທາງຕອນເໜືອ ຂອງອົດສະຕາລີ, ອົງການວິສາຫະກິດທ້ອງຖີ່ນຂອງອົດສະຕາລີ, ອົງການນັກທຸລະກິດທ້ອງຖີ່ນເດີມຂອງອົດສະຕາລີ, ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ແຄນເບີຣາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.