ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ

07:07 | 28/10/2022

ທ່ານປະທານາທິບໍດີ Droupadi Murmu ຢັ້ງຢືນວ່າ: ການພົວພັນ ຫວຽດນາມ - ອິນເດຍ ມີບາດກ້າວພັດທະນາດີງາມທີ່ສຸດບົນພື້ນຖານການພົວພັນປະຫວັດສາດທີ່ເປັນມູນເຊຶ້ື້ອ ແລະ ມີຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດດ້ານຍຸດທະສາດ.

ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ
ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2 ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທັງຫາຍ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອິນເດຍ Droupadi Murmu (ພາບ:TTXVN)
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທັງຫາຍ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອິນເດຍ Droupadi Murmu (ພາບ:TTXVN)

ວັນທີ 26 ຕຸລາ, ທີ່ທຳນຽບປະທານາທິບໍດີ Rashtrapati Bhavan ຢູ່ນະຄອນຫຼວງ ນິວເດລີ ຂອງປະເທດ ອິນເດຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທັງຫາຍ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີ ອິນເດຍ Droupadi Murmu. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານນາງປະທານາທິບໍດີ Droupadi Murmu ຢັ້ງຢືນວ່າ: ການພົວພັນ ຫວຽດນາມ - ອິນເດຍ ມີບາດກ້າວພັດທະນາດີງາມທີ່ສຸດບົນພື້ນຖານການພົວພັນປະຫວັດສາດທີ່ເປັນມູນເຊຶ້ື້ອ ແລະ ມີຈຸດຄ້າຍຄືກັນກ່ຽວກັບຜົນປະໂຫຍດດ້ານຍຸດທະສາດ. ທ່ານນາງປະທານາທິບໍດີ Droupadi Murmu ກໍ່ສະແດງຄວາມປາດຖະໜາວ່າ ສອງຝ່າຍສືບຕໍ່ຮ່ວມມືເປັນຢ່າງດີ ເພື່ອປະຕິບັດສຳເລັດຖະແຫຼງການຮ່ວມ ຫວຽດນາມ - ອິນເດຍ ເພື່ອສັນຕິພາບ, ວັດທະນາຖາວອນ ແລະ ເພື່ອປະຊາຊົນ.

ສ່ວນ ທ່ານເອກອັກຄະລັດຖະທູດ ຫງວຽນແທັງຫາຍ ໃຫ້ຄຳໝັ້ນສັນຍາ ແລະ ຈະມານະພະຍາຍາມເພື່ອສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເລິກເຊິ່ງກ່ວາອີກ; ຊຸກຍູ້ການຮ່ວມມືແທດຈິງໃນບັນດາຂົງເຂດ; ຊຸກຍູູ້ການຮ່ວມມືວິທະຍາສາດ ແລະ ການສຶກສາ, ແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.