ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ

11:40 | 28/09/2022

ຫວ່າງແລ້ວນີ້, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Rajkumar Ranjan Singh ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ Horasis ອິນເດຍ ຢູ່ບິ່ງເຢືອງ.

ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2 ການສົນທະນາດ້ານການປ້ອງກັນຄວາມສະຫງົບ ຫວຽດນາມ - ອິນເດຍ ຄັ້ງທີ 2
ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ ການເປີດສາຍກໍາປັ່ນທະເລເພື່ອເຊື່ອມຕໍ່ພາກກາງ ຫວຽດນາມ ແລະ ອິນເດຍ
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Rajkumar Ranjan Singh ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ. ພາບ: baochinhphu.vn
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Rajkumar Ranjan Singh ຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ. ພາບ: baochinhphu.vn

ທີ່ການຕ້ອນຮັບ, ທ່ານ ຫວູດຶກດາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ເປັນສໍາຄັນ ແລະສະເໜີໃຫ້ສອງຝ່າຍພ້ອມກັນຊຸກຍູ້ບັນດາເສົາຄໍ້າຮ່ວມມືສອງຝ່າຍ, ຄື: ການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ, ໃນນັ້ນພິເສດເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງການຮ່ວມມືດ້ານການຄ້າ, ສ້າງເງື່ອນໄຂສະດວກເພື່ອເພີ່ມວົງເງິນການຄ້າສອງປະເທດ; ອິນເດຍ ສ້າງເງື່ອນໄຂສະດວກກວ່າ ເພື່ອໃຫ້ສິນຄ້າຫວຽດນາມ ສົ່ງອອກໄປຕະຫຼາດອິນເດຍ.

ທ່ານ ຫວູດຶກດາມ ຕີລາຄາສູງເວທີປາໄສ Horasis ໄດ້ຈັດຂຶ້ນກົງກັບປີສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະເຊື່ອໝັ້ນວ່າ ເວທີປາໄສແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍແບ່ງປັນ, ຕີລາຄາກ່ຽວກັບທ່າອຽງພັດທະນາຂອງເສດຖະກິດອາຊີ, ອິນເດຍ ແລະຫວຽດນາມ, ບົດບາດຂອງຫວຽດນາມ ໃນການເຊື່ອມຕໍ່ອິນເດຍ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນຊອກຫາກາລະໂອກາດເພີ່ມທະວີການພົວພັນດ້ານການຄ້າ ແລະການລົງທຶນ.

ສອງຝ່າຍສະແດງຄວາມເພິ່ງພໍໃຈ ແລະເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ ແລະໃນຂອບເຂດການຮ່ວມມືອາຊຽນ-ອິນເດຍ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ຫວູດຶກດາມ ຕີລາຄາສູງຫຼັກໝັ້ນຂອງອິນເດຍ ແລະຫວັງວ່າ ອິນເດຍ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະທັດສະນະຂອງອາຊຽນ. ສອງຝ່າຍເຫັນດີເປັນເອກະພາບຕໍ່ການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຢູ່ພາກພື້ນນີ້ຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.